spot_img
Homeອະນິເມະມາແລ້ວ!! ນັກສະແດງທີ່ຮັບບົດໂຕລະຄອນຕ່າງໆໃນຮູບເງົາ Gintama Live-Action ຈະເປັນໃຜແດ່ມາເບິ່ງນຳກັນເລີຍ

ມາແລ້ວ!! ນັກສະແດງທີ່ຮັບບົດໂຕລະຄອນຕ່າງໆໃນຮູບເງົາ Gintama Live-Action ຈະເປັນໃຜແດ່ມາເບິ່ງນຳກັນເລີຍ

Published on

ຢ່າງທີ່ເຮົາເຄີຍລົງຂ່າວໄປກ່ອນໜ້ານີ້ວ່າກາຕູນແນວຕະຫຼົກບ້າໆແບບເລື່ອງ Gintama ທີ່ເປັນຜົນງານຂອງອາຈານ Sorachi Hideaki ທີ່ຫຼ້າສຸດວາລະສານ Shonen Jump ສະບັບທີ 31 ໄດ້ລົງປະກາດວ່າກາຕູນເລື່ອງ Gintama ກຳລັງຈະຖືກສ້າງເປັນຮູບເງົາ Live-Action ຄົນສະແດງແທ້ແລ້ວ!!

 

     ເຊິ່ງໃນຕອນນີ້ກໍໄດ້ປະກາດນັກສະແດງຜູ້ຮັບບົດເປັນ Sakata Gintoki ພະເອກສຸດມົ້ວຂອງເລື່ອງແລ້ວນັ້ນກໍຄື: Oguri Shun ນັກສະແດງໜຸ່ມຫຼ່ໍຜູ້ເຄີຍຝາກຜົນງານຮູບເງົາ Live-Action ມາແບບແບບ Lupin III ແລະ Terraformars ແລະເມື່ອວັນຈັນທີ່ຜ່ານມານີ້ກໍຍັງໄດ້ມີການປະກາດນັກສະແດງທີ່ຈະມາຮັບບົດເປັນໂຕລະຄອນຕ່າງໆໃນເລື່ອງແລ້ວ. ໃນສ່ວນຂອງຜູ້ກຳກັບກໍໄດ້ທ່ານ Fukuda Yuuichi ຜູ້ກຳກັບຈາກຮູບເງົາແອັກຊັ່ນຕະຫຼົກແບບເສື່ອມໆຄື: Hentai Kamen ເວົ້າໄດ້ວ່າຕັ້ງຄວາມຫວັງໃນເລື່ອງຄວາມຕະຫຼົກໄວ້ໄດ້ເລີຍເພາະມັນຕ້ອງຈັດເຕັມກັນແນ່ນອນ, ສຳລັບຮູບເງົາ Gintama Live-Action ມີກຳນົດເຂົ້າສາຍໃນປີ 2017 ນີ້. 

ດ້ານລຸ່ມນີ້ຈະເປັນນັກສະແດງທີ່ຮັບບົດເປັນໂຕລະຄອນຕ່າງໆໃນເລື່ອງ

Shun Oguri ສະແດງເປັນ Gintoki Sakata

Masaki Suda ສະແດງເປັນ Shinpachi Shimura

Kanna Hashimoto ສະແດງເປັນ Kagura

Masami Nagasawa ສະແດງເປັນ Tae Shimura

Masaki Okada ສະແດງເປັນ Kotaro Katsura

Tsuyoshi Muro ສະແດງເປັນ Gengai Hiraga

Yuuya Yagira ສະແດງເປັນ Toshiro Hijikata

Ryo Yoshizawa ສະແດງເປັນ Sougo Okita

Kankurō Nakamura VI ສະແດງເປັນ Isao Kondo

Hirofumi Arai ສະແດງເປັນ Nizō Okada

Jiro Sato ສະແດງເປັນ Henpeita Takechi

Nanao ສະແດງເປັນ Matako Kijima

Ken Yasuda ສະແດງເປັນ Tetsuya Murata

Akari Hayami ສະແດງເປັນ Tetsuko Murata

 

Tsuyoshi Domoto ສະແດງເປັນ Shinsuke Takasugi

     Gintama ສະບັບມັງງະແມ່ນຖືກຕີພິມໂດຍວາລະສານລາຍອາທິດຊື່ດັງອັນດັບໜຶ່ງຂອງຍີ່ປຸ່ນຄື Shonen Jump ວ່າດ້ວຍເລື່ອງລາວຂອງບຸລຸດຜູ້ໜຶ່ງນາມວ່າ Sakata Gintoki ທີ່ເຮັດອາຊີບຮັບຈ້າງອິດສະຫຼະພ້ອມດ້ວຍ Shimura Shinpachi ແລະ Kagura ເພື່ອຫາເງິນມາລ້ຽງຊີບໃນຍຸກທີ່ຊາມູໄຣຕົກຕ່ຳ ເນື່ອງຈາກການຮຸກຮານຂອງມະນຸດຕ່າງດາວຫຼືທີ່ເອີ້ນກັນວ່າ “ຊາວສະຫວັນ” ເນື້ອເລື່ອງແມ່ນເປັນການປະສົມປະສານລະຫວ່າງແນວຍ້ອນຍຸກແລະວິທະຍາສາດ ລັກສະນະຂອງເລື່ອງຈະເປັນແນວຕະຫຼົກໆສ່ວນໃຫຍ່ ແລະປະສົມເຂົ້າກັບສາກແອັກຊັ່ນສຸດມັນ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...