spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວ 6.5 ຢູ່ແຂວງອາເຈະ ປະເທດອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວເກືອບ 100 ຄົນ!

ແຜ່ນດິນໄຫວ 6.5 ຢູ່ແຂວງອາເຈະ ປະເທດອິນໂດເນເຊຍ ມີຜູ້ເສຍຊີວິດແລ້ວເກືອບ 100 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວານີ້ວ່າ ຕອນເຊົ້າມື້ນີ້ ເວລາ 05:03 ໂມງ ຕາມເວລາໃນປະເທດລາວ ໄດ້ເກີດເຫດແຜ່ນດິນໄຫວ ຂະໜາດຄວາມແຮງລະດັບ 6.5 ແມັກນີຈູດ ສູນກາງເລິກລົງພື້ນທະເລພຽງ 8.6 ກິໂລແມັດ ທີ່ແຂວງອາເຈະ ທາງເໜືອສຸດຂອງເກາະສຸມາດຕຣາ ປະເທດອິນໂດເນເຊຍ ແຕ່ບໍ່ມີປະກາດເຕືອນໄພຄື້ນສຶນາມິ, ແນວໃດກໍຕາມ ແຮງສັ່ນສະເທືອນຂອງແຜ່ນດິນໄຫວ ໄດ້ສົ່ງຜົນເຮັດໃຫ້ເຮືອນຊານ ແລະ ອາຄານຕ່າງໆເປ່ເພເສຍຫາຍ ໂດຍຫລ້າສຸດມີລາຍງານຈຳນວນຜູ້ເສຍຊີວິດທັງໝົດ 97 ຄົນ.

ປັດຈຸບັນ ທາງການອິນໂດເນເຊຍ ໄດ້ມີຄຳສັ່ງສົ່ງກອງກຳລັງທະຫານ ປະມານ 1,000 ຄົນ ແລະ ຕຳຫລວດອີກປະມານ 900 ຄົນ ເຂົ້າຊ່ວຍເຫລືອກູ້ໄພຢູ່ບ່ອນເກີດເຫດ.

Members of a search and rescue team look for earthquake survivors trapped in rubble in Pidie Jaya, Aceh province on December 7, 2016.  The death toll from a strong 6.5-magnitude earthquake that struck Indonesia's Aceh province on December 7 has nearly doubled to 97, a military chief said. / AFP PHOTO / CHAIDEER MAHYUDDIN

559000012650506

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...