spot_img
Homeຍ້ອງຍໍຄົນດີເດັ່ນແຂວງວຽງຈັນ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

ແຂວງວຽງຈັນ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

Published on

ໃນຕອນເຊົ້າຂອງວັນທີ 1 ທັນວາ 2016 ນີ້ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ ຂຶ້ນກັບກອງບັນຊາການ ປກສ ແຂວງ ວຽງຈັນທີມີຜົນງານດີເດັ່ນ, ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ຄົບມາດຖານເງື່ອນໄຂເລື່ອນຊັ້ນໂດຍພາຍໃຕ້ການເປັນປະທານຂອງທ່ານ ທອງ ເຄນ ບູນໝັ້ນເລຂາຄະນະພັກຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ມີຄະນະພັກ-ຄະນະກອງບັນຊາການ, ບັນດາສະຫາຍຕາງໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ ດັດສ້າງ, ກອງບັນຊາການ ປກສ ເມືອງ ພ້ອມດ້ວຍນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມຢ່າງພ້ອມພຽງ.

   ທ່ານ ສົມຄິດ ດວງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງ ວຽງຈັນທີ່ມີມາດຖານເງື່ອນໄຂຄົບຖ້ວນໃນການເລື່ອນຊັ້ນນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ມີທັງໝົດ 101 ສະຫາຍຍິງ 14 ສະຫາຍໃນນີ້ເລື່ອນຊັ້ນຂັ້ນພັນຕີຂຶ້ນພັນໂທຈຳນວນ 8 ສະຫາຍ, ຮ້ອຍເອກຂຶ້ນພັນຕີຈຳນວນ 44 ສະຫາຍ, ຍິງ 6 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກຈຳນວນ 49 ສະຫາຍ, ຍິງ 8 ສະຫາຍ, ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ລ້ວນແລ້ວແຕ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນສົມບັດ, ຄວາມຮູ້-ຄວາມສາມາດ, ມີຜົນງານດີ, ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ວຽກງານຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ຄົບມາດຖານເງື່ອນໄຂເລື່ອນຊັ້ນ.

ໃຫ້ກຽດຂຶ້ນປະດັບຊັ້ນຂັ້ນນາຍພັນໂດຍແມ່ນ ທ່ານ ທອງເຄນ ບູນໝັ້ນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ວຽງຈັນ, ຂຶ້ນປະດັບຊັ້ນຂັ້ນນາຍຮ້ອຍແມ່ນທ່ານ ບູນຊູ ພົງສະຫວັດ ມີໄຊ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງວຽງຈັນ.

ຕອນທ້າຍພິທີທ່ານ ທອງເຄນ ບູນໝັ້ນ ໄດ້ໃຫ້ກຽດຂຶ້ນໂອ້ລົມ ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ຢ່າງມີເນື້ອໃນຄວາມໝາຍເລິກເຊິ່ງເພື່ອນຳໄປສຶກສາຄົ້ນຄວ້າ  ແລະຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ເກີດດອກອອກຜົນ ແລະ ມີຜົນງານຍິ່ງໃຫຍ່ຂຶ້ນກວ່າເກົ່າທັງນີ້ກໍເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບມີການເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງຂຶ້ນເລື້ອຍໆຈາກນັ້ນກໍໃດ້ຮຽກຮ້ອງໃຫ້ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍ ຂຶ້ນກວ່າເກົ່າ, ຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງຕະຫຼອດໄປເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມ ທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້.

ຂ່າວຈາກ: ໜັງສືພິມ ເສດຖະກິດ-ສັງຄົມ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...