spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ທັນວາ ຫຼືມື້ວາງຈຳໜ່າຍເກມ Final Fantasy V (FF5)

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 6 ທັນວາ ຫຼືມື້ວາງຈຳໜ່າຍເກມ Final Fantasy V (FF5)

Published on

ວັນທີ 6 ທັນວາ ປີ 1992 ຫຼືມື້ນີ້ເມື່ອ 24 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Final Fantasy V (FF5) ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ. ໂດຍພາກ 5 ນີ້ ທ່ານ ຮິໂຣໂນບຸ ຊາຄາກຸຈິ (Hironobu Sakaguchi) ຜູ້ໃຫ້ກຳເນີດຊີຣີກໍໄດ້ມາຮັບໜ້າທີ່ເປັນໄດເຣັກເຕີ້ເຊັ່ນເຄີຍ ແລະເຈົ້າໂຕຍັງເປັນຜູ້ຂຽນເນື້ອເລື່ອງຮ່ວມກັບ ທ່ານ ໂຢຊິໂນຣິ ຄິຕາເສະ (Yoshinori Kitase) ທີ່ເປັນໄດເຣັກເຕີ້ຂອງພາກ 6-8 ໃນພາຍຫຼັງອີກນຳ. ເຊິ່ງຄວາມນິຍົມທີ່ມີຢ່າງເຫຼືອລົ້ນໃນພາກນີ້ກໍສົ່ງຜົນໃຫ້ໂຕເກມມີການພອຣ໌ດລົງສູ່ເຄື່ອງ PS1 ແລະຣີເມກລົງເຄື່ອງ Game Boy Advance

ທາງດ້ານເນື້ອເລື່ອງຂອງ FF5 ຈະກ່າວເຖິງ ບາດຊ໌ (Bartz) ໜຸ່ມພະເນຈອນທີ່ບັງເອີນໄດ້ເຫັນອຸກະບາດຕົກລົງສູ່ພື້ນໂລກໃກ້ຈຸດທີ່ຕົນເອງຢູ່ ແລະເມື່ອໄປເຖິງບ່ອນເກີດເຫດລາວກໍໄດ້ພົບກັບ ເລນນ້າ (Lenna) ແລະ ກາລັບ (Galuf) ສອງໂຕລະຄອນທີ່ໄດ້ມາເປັນໝູ່ຮ່ວມປະຈົນໄພຂອງບາດຊ໌, ໃນລະຫວ່າງການເດີນທາງ ບາດຊ໌ກໍໄດ້ຮັບຮູ້ວ່າເທິງໂລກໃບນີ້ຖືກຄ້ຳຈູນດ້ວຍພະລັງຈາກຄຣິສຕັລທັງ 4 ທີ່ກະຈາຍຢູ່ຕາມສະຖານທີ່ຕ່າງໆ ແລະພະລັງຄຣິສຕັລດັ່ງກ່າວກໍຍັງຄອຍຜະນຶກຈອມມານສຸດຊົ່ວຮ້າຍທີ່ມີຊື່ວ່າ: ເອັກເດດ (Exdeath) ເອົາໄວ້ອີກນຳ. ເຊິ່ງກຸ່ມຂອງບາດຊ໌ກໍຕ້ອງຄອຍຄຸ້ມກັນບໍ່ໃຫ້ຄຣິສຕັລຖືກທຳລາຍ ໂດຍລູກນ້ອງຂອງເອັກເດດເພື່ອຄົງຄວາມສະຫງົບສຸກຂອງໂລກເອົາໄວ້.  

ໃນດ້ານລະບົບສະເພາະຂອງພາກ 5 ແມ່ນ: “ລະບົບປ່ຽນອາຊີບ (Job System)” ທີ່ເປັນການນຳເອົາລະບົບອາຊີບຂອງພາກ 3 ມາປັບປຸງແລະຕໍ່ຍອດໃຫ້ມີຄວາມຫຼາກຫຼາຍກວ່າເກົ່າ, ໂດຍແຕ່ລະອາຊີບກໍຈະມີການເກັບເລເວວອາຊີບເຂົ້າມາເຊິ່ງເມື່ອຜູ້ຫຼິ້ນອັບເລເວວອາຊີບໄດ້ແຕ່ລະຂັ້ນກໍຈະໄດ້ອະບິລິຕີ້ຂອງອາຊີບນັ້ນມາຢ່າງໜຶ່ງ. ນອກນີ້ຜູ້ຫຼິ້ນຍັງສາມາດນຳເອົາອະບິລິຕີ້ຂອງອາຊີບທີ່ໄດ້ມາຈາກອາຊີບໜຶ່ງໄປໃຊ້ຄວບຄູ່ກັບການຫຼິ້ນອາຊີບອື່ນໄດ້ນຳ. ສຳລັບການເກັບເລເວວອາຊີບນັ້ນກໍຄືການປາບສັດຕູຕາມທາງຄືກັບການເກັບ EXP ທົ່ວໄປນັ້ນເອງ. ທັງນີ້ ໃນເວີຊັ່ນ Super Famicom ຈະມີອາຊີບໃຫ້ເລືອກໃຊ້ເຖິງ 22 ອາຊີບກັນເລີຍ ໂດຍອາຊີບເລີ່ມຕົ້ນແມ່ນ Freelancer ແລະຕ້ອງດຳເນີນເນື້ອເລື່ອງໄປເລື້ອຍໆ ເພື່ອຫາເກັບຄຣິສຕັລອາຊີບໃໝ່ໆຈຶ່ງຈະສາມາດປ່ຽນເປັນອາຊີບອື່ນໄດ້. 

Fact ເລັກນ້ອຍກ່ຽວກັບເກມ Final Fantasy V

  • FF5 ເວີຊັ່ນ Super Famicom ສາມາດເຮັດຍອດຂາຍໃນຍີ່ປຸ່ນໄປໄດ້ເຖິງ 2.45 ລ້ານຊຸດ ໂດຍໃນຈຳນວນນັ້ນເປັນຍອດຂາຍພາຍໃນ 2 ເດືອນທຳອິດຂອງການວາງຈຳໜ່າຍສູງເຖິງ 2 ລ້ານຊຸດ, ສ່ວນເວີຊັ່ນຣີເມກເທິງ Game Boy Advance ສາມາດຂາຍໄດ້ 260,000 ຊຸດ ແລະເວີຊັ່ນພອຣ໌ດລົງ PS1 ກໍຂາຍໃນສະຫະລັດອາເມຣິກາໄປໄດ້ປະມານ 364,000 ຊຸດ. 

  • ເທິງແພລັດຟອຣ໌ມ Super Famicom ຂອງ FF5 ນັ້ນບໍ່ມີການເຮັດເປັນເວີຊັ່ນພາສາອັງກິດຢ່າງເປັນທາງການ ແຕ່ກໍຍັງມີແຟນເກມໄດ້ໄປດັດແປງໄຟລ໌ Rom ຂອງເກມເພື່ອໃຊ້ຫຼິ້ນເທິງອີມູເລເຕີ້ (…)

  • 2 ວາຍຮ້າຍຂອງເກມທີ່ຊື່ວ່າ: ກິວກາເມດ (Gilgamesh) ແລະ ເອນຄິດູ (Enkidu) ເປັນການນຳຊື່ມາຈາກຕຳນານວິລະບູລຸດໃນຍຸກບູຮານຂອງອານາຈັກບາບີໂລນ (Babylon), ໂດຍບົດກະວີຂອງຊາວບາບິໂລນທີ່ມີຊື່ວ່າ: “Poem of Gilgamesh” ກໍຖືກຍົກໃຫ້ເປັນ 1 ໃນບົດປະພັນໃນຍຸກບູຮານທີ່ຊົງຄຸນຄ່າທີ່ສຸດອັນໜຶ່ງຂອງໂລກ. 

  • ຕອນທີ່ສູ້ກັບອະສູນຄາຣ໌ບັງເຄິນ (Carbuncle) ໃນປະສາດເອັກເດດຈະມີບັ໊ກຢູ່ຢ່າງໜຶ່ງຄື: ຫາກຜູ້ຫຼິ້ນມີໂຕລະຄອນໃນປາຣ໌ຕີ້ທີ່ເປັນອາຊີບ Mystic Knight (ນັກດາບເວດມົນ) ກໍໃຫ້ໃຊ້ເວດ Firaga ຫຼື Fire 3 ໃສ່ໂຕເອງກ່ອນ ຈາກນັ້ນກໍໃຊ້ດາບເວດ Firaga ຫຼື Fire 3 ຟັນໃສ່ຄາຣ໌ບັງເຄິນມັນຈະຕາຍໃນດາບດຽວທັນທີ. 

  • ຊ່ວງທ້າຍຂອງເກມ ກ່ອນທີ່ເຮົາຈະສູ້ກັບບອສທີ່ຊື່ຄາແທສໂທຣພີ (Catastrophe) ໃຫ້ໂຕລະຄອນຂອງເຮົາໂຕໃດໂຕໜຶ່ງໃສ່ແຫວນ Wall Ring ເອົາໄວ້ ຈາກນັ້ນກໍໃຫ້ໃຊ້ເວດ Float ໃສ່ໂຕລະຄອນໂຕນັ້ນແລ້ວຈຶ່ງເຂົ້າຕໍ່ສູ້ກັບມັນເຊິ່ງມັນຈະເປັນບັ໊ກຄື: ຖ້າມີໂຕລະຄອນຂອງເຮົາໂຕໜຶ່ງຢູ່ໃນສະຖານະ Float ມັນຈະໃຊ້ແຕ່ທ່າ Gravity 100 ໂຈມຕີໃສ່ແຕ່ໂຕລະຄອນໂຕນັ້ນ ແລະຖ້າໂຕລະຄອນໂຕນັ້ນໃສ່ແຫວນ Wall Ring ຢູ່ນຳ ກໍຈະເປັນການສະທ້ອນທ່າ Gravity 100 ກັບໄປຫາມັນ ເຊິ່ງຈະວົນລູບແບບນີ້ຈົນມັນຖືກທ່າຂອງມັນຕາຍເອງ (ແຕ່ແນະນຳໃຊ້ມວຍລຸມຕີດີກວ່າຈຶ່ງຕາຍໄວ ^^)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...