spot_img
Homeລວມກົດຫມາຍລາວກະຊວງຍຸຕິທໍາ ເປີດນຳໃຊ້ແອັບກົດໝາຍລາວຢ່າງເປັນທາງການ

ກະຊວງຍຸຕິທໍາ ເປີດນຳໃຊ້ແອັບກົດໝາຍລາວຢ່າງເປັນທາງການ

Published on

ພິທີເປີດນຳໃຊ້ແອັບກົດໝາຍລາວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ທັນວາ 2016 ນີ້, ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ມີຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ຄູ່ຮ່ວມພັດທະນາປະຈໍາລາວ, ມີທ່ານຫົວໜ້າຫ້ອງການຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

897

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາກ່າວວ່າ: ກະຊວງຍຸຕິທໍາໄດ້ເປີດນໍາໃຊ້ເວັບໄຊກະຊວງຢ່າງເປັນທາງການ ໃນວັນທີ 26 ພະຈິກ 2016. ພາຍໃຕ້ລະຫັດ ຊື່ www.moj.gov.la ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ການເຄື່ອນໄຫວວຽກງານຂອງຂະແໜງຍຸຕິທໍາລາວ. ປະຈຸບັນ, ເພື່ອອໍານວຍຄວາມສະດວກແກ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ, ການແຈ້ງເຕືອນເມື່ອມີກົດໝາຍໃໝ່ ຫຼື ກົດໝາຍປັບປຸງ ລວມທັງການຄົ້ນຄວ້າກົດໝາຍໄດ້ຢ່າງວ່ອງໄວແລະງ່າຍຂຶ້ນກວ່າເກົ່າ. ສະນັ້ນ, ກະຊວງຍຸຕິທໍາຈຶ່ງໄດ້ເປີດນໍາໃຊ້ແອັບພລີແຄຊັນກົດໝາຍລາວ ແລະ ຄໍາສັບກົດໝາຍລາວໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ແຈ້ງເຕືອນເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໄດ້ຈາກທຸກບ່ອນ, ທຸກເວລາເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໝັ້ນໃຈຕໍ່ກັບຂໍ້ມູນທີ່ຕົນໄດ້ຮັບຊາບເປັນທາງການ.

ນອກຈາກນີ້, ຍັງມີຄວາມສະດວກໃນການຄົ້ນຫາຄວາມໝາຍຂອງຄໍາສັບກົດໝາຍໄດ້ຢ່າງຖືກຕ້ອງ ແລະ ບໍ່ຕີຄວາມໝາຍພ້ຽນໄປຢ່າງອື່ນ. ສະນັ້ນ, ການນຳໃຊ້ແອັບດັ່ງກ່າວ, ຈະສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄວາມໝາຍຂອງຄໍາສັບກົດໝາຍຢ່າງຖືກຕ້ອງສາມາດເວົ້າໄດ້ວ່າ: “ ບໍ່ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດກໍຄືທົ່ວໂລກ ກໍ່ສາມາດເຂົ້າອ່ານ, ຮຽນຮູ້ກົດໝາຍ ແລະ ຊອກຫາຄວາມໝາຍຂອງຄໍາສັບກົດໝາຍໄດ້ທຸກບ່ອນທຸກເວລາໂດຍຜ່ານໂທລະສັບມືຖືຂອງທ່ານ ”.

ວິທີເຂົ້າດາວໂຫຼດແອັບກົດໝາຍລາວ ສໍາລັບອຸປະກອນ ISO ( Iphone, Ipad ) ເຂົ້າໄປທີ່ www.laolaw.org ຫຼັງຈາກນັ້ນ, ເຂົ້າໄປທີ່ App Store ແລະ ກົດທີ່ປຸ່ມ GET ເພື່ອດາວໂຫຼດແລະ ຕິດຕັ້ງ; ສ່ວນໂທລະສັບທີ່ໃຊ້ລະບົບ Android, ສາມາດດາວໂຫຼດໄດ້ທີ່ Google Play.

ແຫຼ່ງຂ່າວ: www.facebook.com/ທ່ານ-ມະຫາກຸ-ສຸວັນນະເມທີ-Souvannamethy-Kou-…

ທີ່ມາຈາກ: ສຳນັກຂ່າວສານປະເທດລາວ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...