spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄວໜຸ່ມລາວເປັນເປົ້າໝາຍໃນຂະບວນການຄ້າມະນຸດທີ່ໄທເປັນປາຍທາງສຳຄັນອັນດັບໜຶ່ງ

ໄວໜຸ່ມລາວເປັນເປົ້າໝາຍໃນຂະບວນການຄ້າມະນຸດທີ່ໄທເປັນປາຍທາງສຳຄັນອັນດັບໜຶ່ງ

Published on

ກອງປະຊຸມສ້າງຄວາມສາມາດຮັບມືກັບໄພຂົ່ມຂູ່ຈາກການຄ້າມະນຸດ,ການຄ້າຂາຍເຖື່ອນແລະອາຊະຍາກຳຢ່າງມີການຈັດຕັ້ງທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນເປີດເຜີຍວ່າ: ໄວໜຸ່ມລາວເປັນເປົ້າໝາຍໃນຂະບວນການຄ້າມະນຸດເຊິ່ງໂດຍສ່ວນໃຫຍ່ແລ້ວຈະຖືກຂາຍໄປປະເທດໄທ.

ໜັງສືພິມວຽງຈັນທາມລາຍງານຂ່າວໂດຍອີງໃສ່ຜົນການຄົ້ນຄວ້າຂອງສະຖາບັນຄົ້ນຄວ້າການສະໜັບສະໜູນດ້ານກົດໝາຍແລະການຊ່ວຍເຫຼືອດ້ານເຕັກນິກທີ່ໄດ້ລົງທະບຽນຢູ່ປະເທດລຸກຊຳບວກວ່າ:ບໍ່ຕ່າງຫຍັງກັບປະເທດອື່ນໃນອະນຸພາກພື້ນແມ່ນ້ຳຂອງ, ລາວມີໄວໜຸ່ມທີ່ບໍ່ມີວຽກເຮັດງານທຳເປັນຈຳນວນຫຼາຍແລະເປັນປະເທດທີ່ມີໂອກາດໜ້ອຍແລະຫາຍາກໃນການສົ່ງອອກແຮງງານທີ່ຖືກຕ້ອງຕາມກົດໝາຍ ທັງບໍ່ສອດຄ່ອງກັບຄວາມຕ້ອງການຈິ່ງເຮັດໃຫ້ຄົນລາວຈຳນວນໜຶ່ງຕ້ອງຊອກຫາຊ່ອງທາງອື່ນແລະກາຍເປັນຊາວອົບພະຍົບທີ່ບໍ່ມີໃບຢັ້ງຢືນ. ຈາກນີ້ ຊາວອົບພະຍົບທີ່ຜິດກົດໝາຍຈິ່ງມີສ່ວນພົວພັນຢ່າງຈະແຈ້ງກັບການຄ້າມະນຸດ ໂດຍສະເພາະແຮງງານທີ່ບໍ່ມີໃບຢັ້ງຢືນມັກຈະຖືກທຳຮ້າຍງ່າຍ.

ສະຖາບັນດັ່ງກ່າວເຫັນວ່າ: ປະເທດອະນຸພາກພື້ນແມ່ນ້ຳຂອງມີສິ່ງແວດລ້ອມພູມສັນຖານທີ່ສັບສົນບວກໃສ່ອຸປະສັກທາງພາສາແລະການຂາດກົນໄກຮ່ວມມືສາກົນເຊິ່ງເປັນສິ່ງກີດຂວາງຕໍ່ການສືບສວນອາຊະຍາກຳຂ້າມຊາດທີ່ມີປະສິດທິຜົນ ນອກນີ້, ປະຊາຄົມອາຊຽນໄດ້ສົ່ງເສີມໃຫ້ເສດຖະກິດເຊື່ອມໂຍງເຂົ້າກັນໂດຍການຫຼຸດຂັ້ນຕອນຄວບຄຸມຂ້າມແດນໃຫ້ກະທັດຮັດຈິ່ງເປັນສ່ວນໜຶ່ງເຮັດໃຫ້ການເຄື່ອນຍ້າຍຂ້າມແດນຢ່າງຜິດກົດໝາຍເພີ່ມຫຼາຍຂຶ້ນແລະເພີ່ມທະວີເຄືອຂ່າຍອາຊະຍາກຳອີກດ້ວຍ.

 

ຂ່າວຈາກ: ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...