spot_img
Homeຂ່າວຕ່າງປະເທດຊາຍໜຸ່ມເຮັດໄອໂຟນຕົກນໍ້າ 1 ປີ ຍັງເປີດເຄື່ອງໃຊ້ງານໄດ້

ຊາຍໜຸ່ມເຮັດໄອໂຟນຕົກນໍ້າ 1 ປີ ຍັງເປີດເຄື່ອງໃຊ້ງານໄດ້

Published on

ອີງຕາມການລາຍງານຂ່າວຂອງເວັບໄຊໄອບີທີໄທ ລາຍງານເມື່ອວັນທີ 25 ພະຈິກຜ່ານມາວ່າ ຊາຍຄົນໜຶ່ງດີໃຈທີ່ສຸດ ຫຼັງຈາກໄອໂຟນ 4 ຂອງຕົນເອງ ທີ່ເຮັດຕົກລົງໃນທະເລສາບໄຄລ໌ເປັນນໍ້າກ້ອນ ເປັນປີລະຫວ່າງຕຶກເບັດເອົາປາ

ຊາຍຄົນດັ່ງກ່າວຊື່ວ່າ ໄມເຄິນ ກັນທຣັມ ອາໄສຢູ່ທີ່ລັດເພນຊິນເວເນຍ ໃນປະເທດສະຫະລັດອາເມລິກາ ໃນເດືອນມີນາ ປີ2015 ລາວ ແລະໝູ່ໄດ້ໄປຕຶກເບັດຢູ່ທະເລສາບໄຄລ໌ໃນຊ່ວງລະດູໜາວ, ລາວໄດ້ເຮັດໂທລະສັບຕົກໃນນໍ້າກ້ອນທີ່ເຈາະໄວ້ສຳລັບຕຶກເບັດ ເຊິ່ງດຽວນີ້ ລາວກໍທຳໃຈໄດ້ແລ້ວວ່າ ຕ້ອງເສຍໄອໂຟນ 4 ໜ່ວຍນີ້ໄປ

ໃນເດືອນກັນຍາປີຕໍ່ມາ ທະເລສາບດັ່ງກ່າວ ໄດ້ຖືກດູດນໍ້າອອກຈົນໝົດ ຈາກນັ້ນ ແດນນ່ຽນ ຄັລເກຣັນ ນັກວິສະວະກອນເຄື່ອງຈັກ ບັງເອີນໄດ້ໄປເຫັນໄອໂຟນ 4 ເຄື່ອງນີ້ໃນຕົມ ກ່ອນຈະເອົາມາທຳຄວາມສະອາດ ແລະເອົາໄປແຊ່ເຂົ້າສານ 2 ວັນ ເພາະລາວພຽງແຕ່ຢາກຮູ້ວ່າມັນຈະເຮັດໃຫ້ໄອໂຟນກັບມາໃຊ້ງານໄດ້ ຫຼືບໍ່ ແລ້ວເອົາມາເປີດເບິ່ງ ປາກົດວ່າ ສາມາດເປີດຂຶ້ນໄດ້ຢ່າງອັດສະຈັນ ກ່ອນທີ່ລາວຈະຊອກເບີເຈົ້າຂອງ ແລະຕິດຕໍ່ກັບເພື່ອເອົາໄປຄືນໃຫ້

ຫຼັງຈາກທີ່ໄດ້ໄອໂຟນ 4 ທີ່ເສຍໄປກັບມາ ກັນທຣັມ ເຊິ່ງເປັນເຈົ້າຂອງບອກວ່າ ໄອໂຟນໜ່ວຍນີ້ ຢູ່ໃນເຄສຍີ່ຫໍ້ Otterbox ເຊິ່ງອາດເປັນສາເຫດໜຶ່ງ ທີ່ເຮັດໃຫ້ເຄື່ອງບໍ່ໄດ້ຮັບຄວາມເສຍຫາຍຫຼາຍ, ເຂົາກຽມຈະແປງໄອໂຟນ 4 ເຄື່ອງນີ້ໃຫ້ກັບມາເປັນປົກກະຕິ ເພື່ອເອົາໄປໃຫ້ແມ່ໃຊ້

ຂ່າວ: http://hilight.kapook.com/view/145677

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...