spot_img
Homeຂ່າວຕ່າງປະເທດກາຕ້າຍັງສືບຕໍ່ສະໜັບສະໜຸນກຸ່ມກະບົດຊີເຣຍ ເຖິງແມ່ນວ່າສະຫະລັດຈະຖອນຕົວກໍ່ຕາມ

ກາຕ້າຍັງສືບຕໍ່ສະໜັບສະໜຸນກຸ່ມກະບົດຊີເຣຍ ເຖິງແມ່ນວ່າສະຫະລັດຈະຖອນຕົວກໍ່ຕາມ

Published on

ສຳນັກຂ່າວຕ່າງປະເທດລາຍງານນະຄອນໂດຮາ ປະກາດກາຕາຣ໌ ເມື່ອວັນທີ 27 ພະຈິກ 2016 ວ່າ. ກະຊວງການຕ່າງປະເທດຂອງກາຕາຣ໌ອອກຖະແຫຼງການເມື່ອວັນເສົາ ວ່າ ລັດຖະບານກາຕາຣ໌ ຈະເດີນໜ້າສະໜັບສະໜູນດ້ານອາວຸດສູ້ຮົບໃຫ້ແກ່ກອງກຳລັງຝ່າຍຕໍ່ຕ້ານລັດຖະບານຊີເຣຍຕໍ່ໄປ ເຖິງແມ່ນວ່າ ໂດລນັລ ທຣັມ ປະທານາທິບໍດີສະຫະລັດຄົນຕໍ່ໄປ ຈະຢຸດຕິນະໂຍບາຍໃຫ້ຄວາມຮ່ວມມືກັບຕະເວັນອອກກາງໃນເລື່ອງນີ້ກໍ່ຕາມ

ກາຕ້າຖືເປັນປະເທດທີ່ໃຫ້ການສະໜັບສະໜູນດ້ານອາວຸດແກ່ກຸ່ມກະບົດຊີເຣຍ ໃນລະດັບຕົ້ນໆທຽບເທົ່າກັບຊາອຸດິອາຣະເບຍ, ຕັວກກີ ແລະ ປະເທດຕະເວັນຕົກອີກຫຼາຍປະເທດ ໂດຍເປັນຄວາມຮ່ວມມືພາຍໃຕ້ໂຄງການທີ່ດູແລໂດຍສຳນັກຂ່າວກອງກາງ (ຊີໄອເອ) ທີ່ນອກຈາກໃຫ້ຄວາມຊ່ວຍເຫຼືອໃນເລື່ອງດັ່ງກ່າວແລ້ວຍັງມີການຈັດຝຶກອົບຮົມການໃຊ້ອາວຸດອີກດ້ວຍ ໂດຍອາໃສຖານທັບຂອງຫຼາຍປະເທດໃນຕະເວັນອອກກາງທີ່ເປັນພັນທະມິດກັບສະຫະລັດ ຄື ຈໍແດນ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...