spot_img
Home​ຂ່າວທ່ອງທ່ຽວມາທ່ຽວເມືອງທ່າແຂກ ຢ່າງລືມມາແວ່ຊົມຄວາມງາມທີ່ "ຖ້ຳຊ້າງ"

ມາທ່ຽວເມືອງທ່າແຂກ ຢ່າງລືມມາແວ່ຊົມຄວາມງາມທີ່ “ຖ້ຳຊ້າງ”

Published on

ທ່ອງທ່ຽວ ກັບ ລາວໂພສ໌ ມື້ນີ້ເຮົາມາຮູ້ຈັກກັບສະຖານທີ່ທ່ອງທ່ຽວທີ່ສວຍງາມອີກໜຶ່ງສະຖານທີ່ໃນເມືອງທ່າແຂກ ແຂວງ ຄຳມ່ວນ ນັ້ນກໍ່ຄື ຖ້ຳຊ້າງ

ຖ້ຳ​ພະ​ບ້ານ​ຖ້ຳ​(ຖ້ຳຊ້າງ) ຕັ້ງ​ຢູ່​ບ້ານ​ຖ້ຳເມືອງ​ທ່າ​ແຂກ ຫ່າງ​ຈາກ​ຕົວ​ເມືອງ​ທ່າ​​ແຂກ​ປະມານ   8 km ໄປ​ຕາມ​ທາງ​ເລກ 12

ພາຍ​ໃນ​ຖ້ຳ​ຈະ​ມີ​ພະພຸດທະ​ຮູບ, ມີ​ຮູບ​ປັ້ນອົງຄະລັກຕ່າງໆ ສິ່ງທັງຫມົດນັ້ນພູມປັນຍາສັດທາຂອງຊາວພຸດໄດ້ພ້ອນກັນສ້າງ ແລະ ເອົາໄປປະດິດໄວ້ແຕ່ໃນສ່ວນທີ່ເປັນທຳມະຊາດນັ້ນ ພາຍໃນຖ້ຳກໍ່ມີຫີນທີ່ເປັນຮູບສັດຕ່າງໆເຊິ່ງແລ້ວແຕ່ຜູ້ທີ່ພົບເຫັນຈະໃຫ້ຈິນຕະນາການ, ມີຫີບໃສ່ໃບລານທີ່ເຮັດດ້ວຍຫີນຢູ່ກຳຊ້າຍຂອງຖ້ຳ(ສັງເກດເວລາເຮົາເຂົ້າປາກຖ້ຳ)

xangcave4

ສ່ວນປະຫວັດຄວາມເປັນມາຂອງຖ້ຳແຫ່ງນີ້ທະຫານອາສາສະມັກຫວຽດນາມທີ່ີປະຕິບັດຫນ້າທີ່ຄຽງບ່າຄຽງໄຫລ່ກັບທະຫານກອງ ທັບລາວອິດສະລະໄດ້ສະລະຊີບເປັນຈຳນວນນັບຣ້ອຍໃນຊ່ວງຊຸມປີ 1960 ຂອງສັດຕະວັດທີ່ 20 ຈຸດພິເສດຂອງຖ້ຳນີ້ແມ່ນປິ່ນຫນ້າ ໃສ່ກັບຍາມ ບ່າຍຄ້ອຍແລງລົງແສງສະທ້ອນຈາກພະອາທິດໄດ້ຊ່ວຍໃຫ້ພວກເຣົາສາມາດເບິ່ງເຫັນທຸກສິ່ງໃນບໍລິເວນປາກຖ້ຳໂດຍບໍ່ຕ້ອງໃຊ້ ໄຟສາຍເຍືອງທາງ.

xangcave3

OLYMPUS DIGITAL CAMERA
OLYMPUS DIGITAL CAMERA

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...