spot_img
Homeນານາສາລະອາຫານ 9 ຢ່າງທີ່ບໍ່ຄວນເອົາເຂົ້າໄມໂຄເວັບ ເພາະອາດເກີດອັນຕະລາຍໄດ້

ອາຫານ 9 ຢ່າງທີ່ບໍ່ຄວນເອົາເຂົ້າໄມໂຄເວັບ ເພາະອາດເກີດອັນຕະລາຍໄດ້

Published on

ໄມໂຄເວັບ ເປັນອຸປະກອນໄຟຟ້າ ທີ່ຊ່ວຍໃຫ້ສະດວກສະບາຍ, ແຕ່ການໃຊ້ງານໄມໂຄເວັບ ທີ່ບໍ່ຖືກວິທີ ຈະເຮັດໃຫ້ເຈົ້າພົບກັບເລື່ອງຫຍຸ້ງຍາກ, ອາດເຮັດໃຫ້ເຈົ້າບໍ່ສະບາຍ ເພາະອຸ່ນອາຫານແບບຜິດໆ ແລະທຳລາຍໄມໂຄເວັບໃຫ້ເສຍຫາຍ

  1. ໄຂ່ເປັນໜ່ວຍ: ໄຂ່ ຖ້າຫາກຖືກຄື່ນຄວາມຮ້ອນຈາກເຕົາໄມໂຄເວັບ ອາດເກີດລະເບີດຂຶ້ນໄດ້, ຄື່ນໄມໂຄເວັບເຮັດໃຫ້ນໍ້າເມືອກໃນໄຂ່ຮ້ອນ ຈົນກາຍເປັນອາຍ ເຮັດໃຫ້ເກີດການລະເບີດອອກມາໄດ້
  2. ນໍ້າ: ເມື່ອເອົານໍ້າໃສ່ໃນເຕົາໄມໂຄເວັບ ຈະເຮັດໃຫ້ນໍ້າມີຄວາມຮ້ອນສູງຂຶ້ນ ຈົນເຮັດໃຫ້ມີຄວາມຮ້ອນສູງຂຶ້ນ ຈົນເຮັດໃຫ້ເກີດການປ່ຽນເປັນອາຍນໍ້າ ແລ້ວພົ້ງລະເບີດຈາກແກ້ວໄດ້
  3. ນົມແມ່: ການທີ່ເອົານໍ້ານົມທີ່ປໍ້າອອກມາແລ້ວນັ້ນ ໄປອຸ່ນໃນເຕົາໄມໂຄເວັບ ບໍ່ເປັນເລື່ອງທີ່ດີເລີຍ, ເນື່ອງຈາກອຸນຫະພູມໃນເຕົາໄມໂຄເວບ ຈະເຮັດໃຫ້ເຊື້ອແບັກທີເລຍ ອີໂຄໄລ ໃນນໍ້ານົມເຕີບໂຕຂຶ້ນຮອດ 18 ເທົ່າ ອາດເປັນອັນຕະລາຍຕໍ່ເດັກໄດ້
  4. ຜັກຕ່າງໆ: ການໃຊ້ຄວາມຮ້ອນໃນການເຮັດອາຫານປະເພດຜັກ ບໍ່ວ່າຈະເປັນໜຶ້ງ, ຕົ້ມ, ຜັດ ຫຼືທອດ ຕ່າງກໍເຮັດໃຫ້ສູນເສຍອາຫານໃນຜັກທັງໝົດ, ອັດຕາການສູນເສຍ ກໍແລ້ວແຕ່ວິທີການທີ່ແຕກຕ່າງກັນໄປ
  5. ໝາກໄມ້ແຊ່ແຂງ: ການເອົາໝາກໄມ້ແຊ່່ແຂງໄປໃຊ້ກັບເຕົາໄມໂຄເວັບ ຈະເຮັດໃຫ້ນໍ້າຕານທີ່ມີປະໂຫຍດ ຕໍ່່ຮ່າງກາຍໃນໝາກໄມ້ປ່ຽນສະພາບ ກາຍເປັນສານກໍ່ມະເຮັງໄດ້
  6. ຊີ້ນສັດ ແຊ່ແຂງ: ການເອົາເນື້ອສັດແຊ່ແຂງ ໄປລະລາຍໃນໄມໂຄເວັບ ຈະເຮັດໃຫ້ເຊື້ອພະຍາດທີ່ເປັນອັນຕະລາຍຕໍ່ຮ່າງກາຍຈະເລີນເຕີບໂຕ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບ
  7. ໝາກໄມ້ສົດ: ການເອົາໝາກໄມ້ສົດຕ່າງໆ ເຂົ້າໄປໃນໄມໂຄເວັບນັ້ນ ກໍຄືກັບການທຳລາຍໄມໂຄເວບວິທີໜຶ່ງ ເພາະໝາກໄມ້ບາງຊະນິດບໍ່ທົນທານຕໍ່ຄວາມຮ້ອນຂອງໄມໂຄເວບ, ເປັນຕົ້ນແມ່ນ ອະງຸ່ນ ຫາກເອົາໄປໃສ່ໄມໂຄເວັບ ຈະເຮັດໃຫ້ອະງຸ່ນລະເບີດ ແລະແຫ້ງລົງໄດ້, ຫາກແຫ້ງລົງ ອາດເຮັດໃຫ້ໄມໂຄເວັບໄໝ້ໄດ້
  8. ໝາກເຜັດ: ການເອົາໝາກເຜັດເຂົ້າໄປໃນໄມໂຄເວັບນັ້ນ ຈະເຮັດໃຫ້ໝາກເຜັດໄໝ້ ແລະເວລາເປີດຝາໄມໂຄເວັບອອກ ສານເຄມີໃນໝາກເຜັດກໍຈະເຂົ້າຕາ ແລະດັງຂອງເຈົ້າ
  9. ຂະໜົມປັງ: ການເອົາເຂົ້າໜົມປັງເຂົ້າໄມໂຄເວັບ ຈະເຮັດໃຫ້ເຂົ້າໜົມນັ້ນກິນບໍ່ໄດ້ ເພາະຈະເຮັດໃຫ້ເຂົ້າໜົມປັງແຂງ ແລະເໝັນໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...