spot_img
Homeຂ່າວການພັດທະນາປັບປຸງເສັ້ນທາງ T4 ນະຄອນຫລວງວຽງຈັນ ໃຫ້ສັນຈອນສະດວກຫລາຍຂຶ້ນ

ປັບປຸງເສັ້ນທາງ T4 ນະຄອນຫລວງວຽງຈັນ ໃຫ້ສັນຈອນສະດວກຫລາຍຂຶ້ນ

Published on

ຂປລ. ​ໂຄງການ​ປັບປຸງ​ເສັ້ນທາງ T4 ​ເຊິ່ງ​ເປັນ​​ໂຄງການ​ໜຶ່ງ​​ ເພື່ອ​ຍົກ​ລະດັບມາດຕະຖານ​ຂອງ​ເສັ້ນທາງ ​ໃນ​ນະຄອນຫລວງ​ວຽງ​ຈັນ. ຮັບປະກັນ ໃຫ້ການສັນຈອນໄປມາມີຄວາມສະດວກ ຫລາຍ​ຍິ່ງຂຶ້ນ.

ຕາມ​ການ​ແຈ້ງ​ໃຫ້​ຮູ້​ ຂອງ​ໜ່ວຍງານວິຊາ​ການ​ພາກ​ສະໜາມ​ ໃນ​ທ້າຍ​ອາທິດ​ຜ່ານ​ມາ​​ໃຫ້ວ່າ: ໂຄງການ​ດັ່ງກ່າວ, ​ໂດຍ​ແມ່ນ​ ບໍລິສັດ​ ໄທ​ວັດ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ​ເຊິ່ງ​​ໄດ້​ຮັບທຶນ​ຈາກ​ອົງການ​ໄອ​ດາ ໃນ​ການ​​ປັບປຸງ​ເສັ້ນທາງ ​​ໂດຍ​ໄດ້​ແບ່ງ​ອອກ​ເປັນ 3 ​ໄລຍະ ລວມມີ: ​​ໄລຍະ​ທີ​ໜຶ່ງ​ແມ່ນ ​ເລີ່​ມ​​ແຕ່ສີ່​ແຍກໄຟ​ແດງ​ທາດຫລວງ-​ສາມ​ແຍກເຂົ້າ​ດົງ​ຄໍາ​ຊ້າງ, ຢູ່​ໃນ​​ໄລຍະ​ນີ້​ ຈະ​ລວມມີ​ການ​ວາງ​ທໍ່​ລະບາຍ​ນໍ້າ​ເສຍ ​ຝາກໜຶ່ງ​ຄືນ​ໃໝ່​ໝົດ ​ແລະ ລົງ​ຢາງ​ອັດສະ​ຟານ​ອີກຊັ້ນ​ໜຶ່ງ; ສ່ວນ​​ໄລຍະ​ທີ​ສອງ ຈະ​ມີ​ແຕ່​ລົງ​ຢາ​ງອັດສະ​ຟານ​ຕື່ມ​ອີກ​ຊັ້ນ​ໜຶ່ງ​​ ໂດຍ​ເລີ່​ມ​ແຕ່​ສາມ​ແຍກໄຟ​​ແດງ ​ໂພນ​ສີນ​ວນ-ກະຊວງການ​ຕ່າງປະ​ເທດ ​ແລະ ​ໄລ​ຍະສຸດ​ທ້າຍ​​ ຈະ​ເລີ່​ມ​ແຕ່​ສີ່​ແຍກ​ໄຟ​ແດງ ​ໂພນ​ໄຊ-ສີ່​ແຍກ​ໄຟ​ແດງ​ທາດຫລວງ.


ໃນ​ໂອກາດ​ນີ້, ທາງ​ຜູ້​ປະສານ​ງານ ບໍລິສັດຮັບ​ເໝົາ ກໍ​ຂໍ​ຝາກ​ເຖິງຜູ້​ແມ່​ປະຊາຊົນ​ ຜູ້​ທີ່​​ໃຊ້​ລົດ​ໃຊ້​ຖະໜົນ​​ໃນເສັ້ນທາງ​ດັ່ງກ່າວ​
ໃຫ້ມີຄວາມລະມັດລະວັງ ຄ່ອຍໄປຄ່ອຍມາໃນໄລຍະທີ່ມີການ ກໍ່ສ້າງເສັ້ນທາງກໍຄືຜູ້ທີ່ມາພົວພັນວຽກງານນຳສຳນັກງານ​, ອົງການຕ່າງໆ ຢູ່ບໍລິເວນທີ່ມີການກໍ່ສ້າງຄວນຈອດລົດໃຫ້ເປັນລະບຽບ, ບໍ່ຄວນຈອດຊ້ອນສອງ ​​ເພື່ອຄວາມສະດວກໃຫ້ແກ່ການກໍ່ສ້າງ, ​ຮັບປະກັນຄວາມປອດໄພໃຫ້ແກ່ທ່ານເອງ, ຄົນອ້ອມຂ້າງ ອັນຈະເຮັດໃຫ້ເກີດບັນຫາລົດ​​ແອອັດແລະ ສ່ຽງຕໍ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ​. ພ້ອມນັ້ນ ກໍ​ຂໍ​ໃຫ້ຫລີກເວັ້ນການນຳໃຊ້ເສັ້ນທາງດັ່ງກ່າວ ຖ້າບໍ່ມີຄວາມຈຳເປັນ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...