Homeຂ່າວຕ່າງປະເທດຄອນເທນເນີ້ທັບລົດເກັງຢູ່ຈີນ ເສຍຊີວິດ 1 ຂະນະທີ່ໂຊເຟີ້ລອດຕາຍປາຕິຫານ!

ຄອນເທນເນີ້ທັບລົດເກັງຢູ່ຈີນ ເສຍຊີວິດ 1 ຂະນະທີ່ໂຊເຟີ້ລອດຕາຍປາຕິຫານ!

Published on

7_1

ຍິງຊາວຈີນລອດຕາຍຢ່າງປາຕິຫານ ຫຼັງຂັບລົດສອຍລົດພ່ວງ ຈົນເຮັດໃຫ້ຕູ້ຄອນເທນເນີ້ທັບລົດເກັງຈົນ

ແປ   ໜ່ວຍກູ້ໄພໃຊ້ເວລາກ່ວາເຄິ່ງຊົ່ວໂມງ ຊ່ວຍນຳຕົວອອກຈາກຊາກລົດທີ່ພັງເສຍຫາຍໜັກໜ່ວງ.

 

ວັນທີ 23 ກໍລະກົດ ທີ່ຜ່ານມາ ເວັບໄຊກຸ້ຍໂຈວ ຂອງຈີນ ມີລາຍງານອຸບັດຕິເຫດລົດເກັງຕຳກັບລົດພ່ວງທີ່

ບັນທຸກຕູ້ຄອນເທນເນີ້ ໃນກາງສີ່ແຍກເມືອງສິງເຕົາ ແຕ່ບໍ່ໜ້າເຊື່ອກໍຕ້ອງເຊື່ອວ່າ ມີຜູ້ລອດຊີວິດຈາກເຫດ

ການນີ້ຢ່າງປາຕິຫານ ເຊິ່ງເປັນຜູ້ຍິງທີ່ຂັບລົດຄັນດັ່ງກ່າວ.

 

ຫຼັງເກີດເຫດ ໜ່ວຍກູ້ໄພໄດ້ເລັ່ງເຂົ້າຊ່ວຍເຫຼືອຊາຍ ແລະ ຍິງທີ່ຕິດຢູ່ພາຍໃນຊາກລົດເປັນເວລາກ່ວາເຄິ່ງຊົ່ວ

ໂມງ ກ່ອນທີ່ຈະສາມາດຊ່ວຍເຫຼືອຜູ້ຍິງອອກມາໄດ້ ເຊິ່ງນາງເອງກໍບໍ່ໄດ້ຮັບບາດເຈັບສາຫັດອັນໃດ ໃນຂະນະທີ່

ຜູ້ຊາຍເຊິ່ງນັ່ງຢູ່ໃນເບາະໜ້າຂ້າງຄົນຂັບ ມາພ້ອມກັບລົດຂອງນາງ ເສຍຊີວິດຄາທີ່.

9_2

8_1

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...