spot_img
Homeຂ່າວການພັດທະນາ ແຮງານເຄື່ອນຍ້າຍອາຊຽນຈະໄດ້ຮັບການຄຸ້ມຄອງ

 ແຮງານເຄື່ອນຍ້າຍອາຊຽນຈະໄດ້ຮັບການຄຸ້ມຄອງ

Published on

ເພື່ອແນໃສ່ປົກປ້ອງ ແລະ ສົ່ງເສີມສິດທິແຮງງານທີ່ເຄື່ອນຍ້າຍໃຫ້ເຄື່ອນໄຫວຢ່າງຖືກຕ້ອງຕາມລະບຽບກົດໝາຍ, ທັງໄດ້ຮັບສິດຜົນປະໂຫຍດອັນຊອບທຳ, ກອງປະຊຸມເວທີອາຊຽນ

ແຮງງານເຄື່ອນຍ້າຍຄັ້ງທີ 9, ທີ່ຈັດຂຶ້ນໃນວັນທີ 9 ພະຈິກ 2016 ຢູ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນຈິ່ງໄດ້ເລືອກເອົາຫົວຂໍ້ ” ໂດຍໃຫ້ກຽດກ່າວເປີດງານຂອງທ່ານ ນາງ ໃບ ຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະພຍໃຕ້ການເປັນປະທານຂອງທ່ານ ໂຈມແຍງ ແພງທອງສະຫວັດ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ປະທານຄະນະກຳມະການອາຊຽນວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການແຮງງານເຄື່ອນຍ້າຍອາຊຽນ

ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວຍາມໃດກໍເປັນຫ່ວງເປັນໄຍຕໍ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແຮງງານ, ຊຶ່ງໃນ ຜ່ານມາ ທາງກະຊວງກໍໄດ້ຈັດຕັ້ງປະຕິບັດໂຄງການທົດລອງວຽກງານປົກປ້ອງສັງຄົມຢູ່ 3 ແຂວງເພື່ອເປັນການຕອບສະໜອງຕໍ່ແຜນການລົບລ້າງຄວາມທຸກຍາກຂອງຊາດ 2020 ແລະການຈັດຕັ້ງປະຕິບັດເປົ້າໝາຍຂອງການພັດທະນາແບບຍືນຍົງຂອງສາກົນ 2030, ພ້ອມທັງໄດ້ເອົາໃຈໃສ່ປັບປຸງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານເພື່ອເປີດໂອກາດໃຫ້ແຮງງານສາມາດເຂົ້າເຖິງການມີວຽກເຮັດງານທຳ ໂດຍສົມທຽບກັບພົນລະເມືອງລາວ ໃນປີ 2015 ມີ 6,5 ລ້ານຄົນ, ໃນນີ້ ກຳລັງແຮງງານ 3,6 ແສນຄົນ, ຜູ້ມີວຽກເຮັດງານທຳ 350.000 ແສນຄົນທີ່ເຮັດວຽກຢູ່ໃນຂົງເຂດກະສິ ກຳ, ອຸດສາຫະກຳແລະການບໍລິການ, ສ່ວນການວ່າງງານກວມເອົາ 14% ຂອງພົນລະເມືອງທັງໝົດ.

ກ່າວອີວ່າ: ການທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຮັບກຽດຈັດກອງປະຊຸມເວທີປຶກສາຫາລືກ່ຽວກັບແຮງງານເຄື່ອນຍ້າຍອາຊຽນໃນເທື່ອນີ້ກໍເພື່ອເປັນການຈັດຕັ້ງປະຕິບັດແຜນງານລັດຖະມົນຕີແຮງງານອາຊຽນ 2016-2020 ທີ່ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24 ທີ່ນະຄອນຫຼວງວຽງຈັນ ແລະ ແຜນງານຂອງຄະນະກໍາມະການອາຊຽນເພື່ອຈັດຕັ້ງປະຕິບັດຖະແຫຼງການອາຊຽນກ່ຽວກັບການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍຊຶ່ງຈະສຸມໃສ່ປຶກສາຫາລືກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງແຮງງານເຄື່ອນຍ້າຍອາຊຽນໃຫ້ດີຂຶ້ນ ໂດຍຜ່ານການສ້າງຄວາມເຂັ້ມແຂງການປົກປ້ອງສັງຄົມ, ການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນປະຈຸບັນຕໍ່ແຮງງານເຄື່ອນຍ້າຍ ແລະ ຊອກຫາວິທີທາງແລກປ່ຽນຂໍ້ມູນກ່ຽວກັບປະກັນສັງຄົມໃຫ້ສາມາດເຊື່ອມຈອດກັນຢູ່ໃນອາຊຽ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...