spot_img
Homeຂ່າວການພັດທະນາພຽງເດືອນດຽວ ທຫລ ປັບອັດຕາດອກເບ້ຍພື້ນຖານລົງໄດ້ 0,25%

ພຽງເດືອນດຽວ ທຫລ ປັບອັດຕາດອກເບ້ຍພື້ນຖານລົງໄດ້ 0,25%

Published on

ນັບວ່າເປັນບາດກ້າວໜຶ່ງ ທີ່ສໍາຄັນຂອງວຽກງານການເງິນ ເມື່ອທະນາຄານແຫ່ງ ສປປ ລາວ (ທຫລ) ສາມາດດັດປັບອັດຕາດອກເບ້ຍພື້ນຖານຂອງທະນາຄານເປັນໄປຕາມກົນໄກຕະຫຼາດ ຊຶ່ງໄດ້ປະກອບສ່ວນຊຸກຍູ້ການຜະລິດໃຫ້ ມີຕົ້ນທຶນຕ່ຳລົງ, ທີ່ເຫັນໄດ້ແຈ້ງແມ່ນການປັບຫຼຸດອັດຕາດອກເບ້ຍພື້ນຖານຈາກ 4,5% ມາເປັນ 4,25% ພາຍໃນໄລຍະເວລາເດືອນດຽວ.

ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ກ່າວວ່າ: ໃນໄລຍະຜ່ານມາ ທຫລ ໄດ້ອະນຸຍາດໃຫ້ທະນາຄານທຸລະກິດກຳນົດອັດຕາດອກເບ້ຍເງິນຝາກ ແລະເງິນກູ້ຂອງຕົນຕາມກົນໄກຕະຫຼາດແຕ່ເຫັນ ວ່າບັນດາທະນາຄານທຸລະກິດກຳນົດອັດຕາດອກເບ້ຍບໍ່ເປັນໄປຕາມກົນໄກຕະຫຼາດຢ່າງແທ້ຈິງ ເຖິງວ່າສະຖຽນລະພາບເງິນຕາ ຂອງ ສປປ ລາວ ມີລະດັບອັດຕາເງິນເຟີ້ຕ່ຳ ແລະຫຼຸດລົງຕາມລຳດັບສະເພາະປີ 2015 ແມ່ນ 1,28%, ເງິນກີບແຂງຄ່າສະເລ່ຍ 0,29% ຕໍ່ປີທຽບໃສ່ເງິນໂດລາ ແລະເງິນບາດ, ຈຳນວນທະນາຄານທຸລະກິດເພີ່ມເປັນ 42 ແຫ່ງ, ແຕ່ທະນາຄານທຸລະກິດ ກໍຍັງກຳນົດອັດຕາດອກເບ້ຍເງິນຝາກ ແລະເງິນກູ້ສູງ ຊຶ່ງບໍ່ສອດຄ່ອງກັບນະໂຍບາຍຂອງລັດຖະບານຕາມທິດສົ່ງເສີມ, ດັ່ງນັ້ນ ເລີ່ມແຕ່ເດືອນສິງຫາ 2015 ທຫລ ຈຶ່ງໄດ້ນໍາໃຊ້ກົນໄກກໍານົດອັດຕາດອກເບ້ຍເງິນຝາກເປັນອັດຕາບວກດ້ວຍການຖືເອົາອັດຕາເງິນເຟີ້ສະເລ່ຍຂອງ ທຫລ ຈາກ 5% ມາເປັນ 4,5% ແລະຍັງຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກເປັນອັດຕາບວກດ້ວຍການຖືເອົາອັດຕາເງິນ ເຟີ້ສະເລ່ຍຂອງປີຜ່ານມາ +2%, ພ້ອມທັງປະຕິບັດສ່ວນຕ່າງລະຫວ່າງອັດຕາດອກເບ້ຍເງິນຝາກ ແລະເງິນກູ້ສະເລ່ຍຖ່ວງນ້ຳໜັກ ຂອງທະນາຄານທຸລະກິດບໍ່ເກີນ 4%.

ຜ່ານການປະຕິບັດມາດຕະການໃນໜຶ່ງປີຜ່ານມາທະນາຄານທຸລະກິດໄດ້ມີອັດຕາດອກເບ້ຍເງິນຝາກສະກຸນເງິນກີບສະເລ່ຍຫຼຸດລົງຈາກ 8,58% ຕໍ່ປີ (ໃນເດືອນກໍລະກົດ 2015) ມາເປັນ 5,70% (ໃນ ເດືອນຕຸລາ 2016) ສ່ວນອັດຕາດອກເບ້ຍສະກຸນເງິນກີບ ໄລຍະສັ້ນສະເລ່ຍຫຼຸດລົງຈາກ 12,70% ຕໍ່ປີເປັນ 9,26% ຕໍ່ປີ, ໄລຍະຍາວສະເລ່ຍຫຼຸດລົງຈາກ 13,33% ຕໍ່ປີເປັນ 10,84% ຕໍ່ປີ, ໃນນັ້ນທະນາຄານທຸລະກິດລັດຢູ່ໃນລະດັບຕ່ຳກວ່າໝູ່ສະເລ່ຍ 9% ຕໍ່ປີ, ສະເພາະອັດຕາດອກເບ້ຍເງິນ ກູ້ສະກຸນເງິນຕາຕ່າງປະເທດກໍຫຼຸດລົງ ໂດຍສະເພາະເງິນກູ້ໄລຍະສັ້ນຫຼຸດລົງຈາກ 9,25% ຕໍ່ປີມາເປັນ 7,69% ຕໍ່ປີ ແລະໄລຍະຍາວແມ່ນຈາກ 10,22% ມາເປັນ 8,62% ຕໍ່ປີ, ສຳລັບອັດຕາດອກເບ້ຍເງິນຝາກໜຶ່ງປີສະເລ່ຍຫຼຸດລົງຈາກ 4% ມາເປັນ 3,69% ຕໍ່ປີ, ເງິນຝາກທຽບໃສ່ GDP ເພີ່ມຂຶ້ນຈາກ 49% ໃນປີ 2014 ມາເປັນ 54,84% ໃນເດືອນກໍລະກົດ 2016, ສັງຄົມເພີ່ມຄວາມໜ້າເຊື່ອໝັ້ນຕໍ່ເງິນກີບກວມເອົາ 50% ຂອງເງິນຝາກທັງໝົດ ແລະສິນເຊື່ອທຽບໃສ່ GDP ເພີ່ມຂຶ້ນ 44% ໃນປີ 2014 ມາເປັນ 49,55% ໃນເດືອນກໍລະກົດຂອງ ປີນີ້.

ທ່ານ ສົມພາວ ໄຟສິດ ໃຫ້ຮູ້ອີກວ່າ: ຢ່າງໃດກໍຕາມເພື່ອເຮັດໃຫ້ການນໍານົດອັດຕາດອກເບ້ຍພື້ນຖານຂອງທະນາຄານເປັນໄປຕາມກົນໄກຕະຫຼາດທັງປະກອບສ່ວນຊຸກຍູ້ການຜະລິດໃຫ້ມີຕົ້ນທຶນຕ່ຳລົງ ທຫລ ກໍໄດ້ສືບຕໍ່ຄຸ້ມຄອງອັດຕາດອກເບ້ຍຂອງທະນາຄານທຸລະກິດ ຊຶ່ງເລີ່ມແຕ່ເດືອນກັນຍາ 2016 ມາເຖິງປະຈຸບັນ ທຫລ ສາມາດປັບຫຼຸດອັດຕາດອກເບ້ຍພື້ນຖານຈາກ 4,5% ມາເປັນ 4,25% ແລະຍັງຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກເປັນອັດຕາ ບວກດ້ວຍການຖືເອົາອັດຕາເງິນ ເຟີ້ສະເລ່ຍທີ່ບໍ່ໄດ້ລວມລາຄານ້ຳມັນຂອງປີຜ່ານມາ +2%, ພ້ອມທັງປະຕິບັດສ່ວນຕ່າງລະຫວ່າງອັດຕາດອກເບ້ຍເງິນຝາກ ແລະເງິນກູ້ສະເລ່ຍຖ່ວງນ້ຳໜັກຂອງທະນາຄານທຸລະກິດບໍ່ເກີນ 4% ອີກດ້ວຍ.

ຈາກໜັງສືພິມເສດຖະກິດ-ສັງຄົມ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...