spot_img
Homeຂ່າວການພັດທະນາຮອງນາຍົກລັດຖະມົນຕີ ລົງຊຸກຍູ້ ສູນແນວພັນພຶດ ຢູ່ເມືອງໄຊທານີ

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ ສູນແນວພັນພຶດ ຢູ່ເມືອງໄຊທານີ

Published on

​ໃນ​ວັນ​ທີ 9 ພະຈິກ​ນີ້ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ​ ແຫ່ງ​ ສປປ ລາວ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ຊຸກຍູ້​ການ​ສຶກສາ​ຄົ້ນຄວ້າ ​ພັດທະນາ​ແນວ​ພັນ​ເຂົ້າ, ​ແນວ​ພັນ​ພືດ ​ແລະ ການນໍາ​ໃຊ້​ເຕັກນິກ​ວິຊາ​ການທີ່​ມີ​ປະສິດທິ​ຜົນ ​ເພື່ອ​​ຍົກສະມັດ​ຕະພາບ​ ການ​ຜະລິດ​ໃຫ້​ສູງ​ຂຶ້ນ ຢູ່ສູນ​ທົດ​ລອງແນວ​ພັນ​ພືດທີ່​ດີ ​ລາ​ວ-ຈີນ; ສະ​ຖາ​ບັນ​ຄົ້ນ​ຄວ້າກະ​ສີ​ກໍາ ​ແລະ ປ່າ​ໄມ້​ແຫ່ງ​ຊາດ ​ແລະ ສູນ​ຄົ້ນ​ຄ້ວາ​ກະ​ສິກໍາ​ນາ​ພອກ.

ນັກວິຊາການ​ປະຈຳສູນດັ່ງກ່າວ ໄດ້ໃຫ້​ຮູ້ວ່າ: ການ​​ນຳໃຊ້ແນວພັນເຂົ້າພື້ນເມືອງລາວສາມາດຄັດໄດ້ 12 ແນວພັນ ມີເຂົ້າຫອມນາງນວນ, ​​ເຂົ້າໄກ່ນ້ອຍເຫລືອງ, ​ເຂົ້າຈ້າວ 5 ​ແນວພັນ, ​ເຂົ້າກ່ຳໜຽວຫອມ 2 ​ແນວພັນ, ​ເຂົ້າກ່ຳຈ້າວຫອມ ​2 ແນວພັນ ແລະ ເຂົ້າກ່ຳຈ້າວ 1 ​ແນວພັນ. ຄຽງຄູ່ກັນນັ້ນ, ​​ຍັງໄດ້ຄົ້ນຄ້ວາພົບເຂົ້າພື້ນເມືອງ 10 ​ແນວພັນ ທີ່ທົນທານຕໍ່ພະຍາດໃບໄໝ້​, ມີ 2 ​ແນວພັນທົນທານຕໍ່ແຫ້ງແລ້ງ ແລະ ຄັດເລືອກເຂົ້າຈ້າວຫອມພື້ນເມືອງໄດ້ 3 ​ແນວພັນ; ທັງໝົດແມ່ນເປັນທ່າແຮງນຳໃຊ້ ​​ເຂົ້າໃນການປັບປຸງ ແນວພັນ​​ເຂົ້າຂອງລາວເຮົາ. ສ່ວນ​ການຄົ້ນຄວ້າທົດລອງນັບ​ແຕ່ ປີ 1991-2016 ມີແນວພັນປັບປຸງອອກສູ່ການຜະລິດ 30 ແນວພັນ. ນອກ​ນັ້ນ, ​ກໍ​ສາມາດ​ເກັບ​ຕົວຢ່າງ​ເຂົ້າ (ນາ ແລະ ໄຮ່) ຄື: 14,238 ຕົວຢ່າງ, ສາລີ 55 ຕົວຢ່າງ, ມັນຕົ້ນ 108 ຕົວຢ່າງ, ມັນດ້າງ 22 ຕົວຢ່າງ, ຖົ່ວ 88ຕົວຢ່າງ, ເຂົ້າຝ້າງ, 280 ຕົວຢ່າງ, ອ້ອຍປ່າ ແລະ ເລົາ 87 ຕົວຢ່າງ.

ຂະນະ​ດຽວ​ກັນ, ກໍຜະລິດແນວພັນສາລີ ລູກປະສົມມາເຖິງປັດຈຸບັນ ໄດ້ 210 ກ່ວາໂຕນ ຜະລິດແນວພັນສາລີ ເຂົ້າໜຽວໄດ້ 11 ໂຕນ, ຜະລິດແນວພັນຖົ່ວເຫລືອງ, ຖົ່ວຂຽວ, ຖົ່ວດິນ ແລະ ຖົ່ວອື່ນໆ ໄດ້ຈໍານວນໜຶ່ງ. ຜະລິດແນວພັນ ມັນຕົ້ນຈຳນວນ 150,000 ທ່ອນ ຕອບສະໜອງ ໃຫ້ຊາວກະສິກອນ ເພື່ອຂະຫຍາຍພັນຕໍ່ໄປຢູ່ເຂດເມືອງແກ່ນທ້າວ, ເມືອງປາກລາຍ. ສ້າງແນວພັນສາລີ ລູກປະສົມໄດ້ 1 ແນວພັນ.ແນວພັນສາລີ ເຂົ້າໜຽວໄດ້ 1 ແນວພັນ. ແນວພັນຖົ່ວເຫລືອງ 1 ແນວພັນ (ກໍາລັງສາທິດ), ແນວພັນມັນຕົ້ນ 1 ແນວພັນ, ສົ່ງເສີມນໍາໃຊ້ ຢູ່ເຂດເມືອງແກ່ນທ້າວ ​ແລະ ​ເມືອງປາກລາຍ .

ພາບ: ຂປລ
ພາບ: ຂປລ

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...