spot_img
Homeນານາສາລະຜົນຮ້າຍທີ່ອາດເກີດຂຶ້ນໄດ້ຫຼັງການດັດແຂ້ວ

ຜົນຮ້າຍທີ່ອາດເກີດຂຶ້ນໄດ້ຫຼັງການດັດແຂ້ວ

Published on

ການດັດແຂ້ວນອກສະຈາກຈະໃຫ້ຄວາມງາມແລ້ວ ທ່ານຮູ້ອີກບໍ່ວ່າຍັງມີຜົນຮ້າຍຕາມມາເຊັ່ນ:

1.ມີການສູນເສຍແຮ່ທາດຂອງເຄືອບແຂ້ວ ແລະແຂ້ວເປັນແມງ

ການມີເຄື່ອງມືຈັດແຂ້ວໃນປາກມັກເຮັດໃຫ້ຄາບຈຸລິນຊີຫຼາຍຂຶ້ນ PH ໃນປາກກໍຫຼຸດລົງ ເກີດການສູນເສຍແຮ່ທາດ (demineralization) ເຫັນເປັນຮອຍສີຂາວເຖິງຜິວລຽບຂອງແຂ້ວດັ່ງຮູບຂ້າງລຸ່ມ ຖ້າເຮົາອະນາໄມຜົ້ງປາກໄດ້ ແລະຮ່ວມກັບທັນຕະກໍາປ້ອງກັນເຊັ່ນ: ການໃຊ້ຟລູອໍໄຣດ໌ເສີມໃນຮູບແບບຕ່າງໆ ກໍຈະມີໂອກາດສະສົມແຮ່ທາດຄືນໄດ້ບໍ່ເປັນຫຍັງ ແຕ່ຖ້າປະໃຫ້ອະນາໄມຜົ້ງປາກນ້ອຍລົງຮ້ອຍດັ່ງກ່າວຈະກາຍເປັນແມງມີຜົນຕໍ່ອາຍຸການແຂ້ວແນ່ນອນ.

1

2.ອັນຕະລາຍຕໍ່ເຄືອບແຂ້ວໂດຍກົງ

ຫາກມີການຈັດວາງດອກແຂ້ວຢ່າງບໍ່ລະວັງແລ້ວແຂ້ວຄູ່ສົບລົງເທິງດອກແຂ້ວແຮງຫຼາຍກໍເປັນອັນຕະລາຍຕໍ່ເຄືອບແຂ້ວໄດ້ ຈຸດສ່ຽງຈະຢູ່ທີ່ປາຍແຂ້ວໜ້າເບື້ອງເທິງກັບປຸ່ມຍອດແຂ້ວດ້ານຕິດກັບແກ້ມຂອງແຂ້ວ ການໃຊ້ເຄື່ອງມືຢ່າງໂຕກົດແບນ, ໂຕຖອດແບນໂດຍບໍ່ລະວັງກໍເປັນອັນຕະລາຍຕໍ່ແຂ້ວໄດ້ ໂດຍສະເພາະແຂ້ວອອກໃຫມ່ໆນີ້ສ່ຽງທີ່ຈະແຕກໄດ້ຫາກຖືກການກະທົບໂດຍບໍ່ຕັ້ງໃຈ ໃນຂັ້ນຕອນການຖອດດອກແຂ້ວກໍຕ້ອງລະວັງ ແຕ່ເລື່ອງພວກນີ້ຖ້າບໍ່ເຖິງກັບເຄືອບແຂ້ວໂຄະອອກກໍຈະບໍ່ມີຜົນກັບອາຍຸການໃຊ້ງານຂອງແຂ້ວ.

  1. ແຂ້ວຕາຍ

ແຮງໃນການຈັດແຂ້ວຈະມີຜົນກະທົບຕໍ່ຄວາມສາມາດໃນການໃຊ້ອອກຊີເຈນຂອງເຊລໃນຜົ້ງປະສານແຂ້ວ ຍິ່ງແຮງດຶງແຂ້ວຫຼາຍ ຫຼືຍິ່ງດຶງດົນໆກໍຍິ່ງລົບກວນລະບົບໄຫຼວຽນໃນຜົ້ງປະສາດແຂ້ວ ດັ່ງນັ້ນຈຶ່ງຕ້ອງພະຍາຍາມໃຊ້ແຮງໜ້ອຍໆຢ່າງຕໍ່ເນື່ອງ ເພື່ອໃຫ້ມີການອັກເສບໃນຜົ້ງປະສາດແຂ້ວເລັກຫນ້ອຍ ແລະຍັງກັບຄືນພາວະປົກກະຕິໄດ້ ມີລາຍງານວ່າແຂ້ວທີ່ຕາຍຈາກການດັດແຂ້ວມີຫນ້ອຍເມື່ອທຽບກັບຈໍານວນຜູ້ເຂົ້າຮັບການດັດແຂ້ວ ແຕ່ຖ້າເກີດແຂ້ວຕາຍຂຶ້ນມາແທ້ແລ້ວປະໄວ້ບໍ່ຮັກສາຄອງຮາກແຂ້ວກໍຈະເກີດການລະລາຍຕົວຂອງຂອງຮາກແຂ້ວ ແລະມີພາວະອັກເສບຮຸນແຮງຈົນສູນເສຍແຂ້ວໄດ້.

  1. ຮາກແຂ້ວລະລາຍຕົວ

ເກີດຈາກແຮງຈັດແຂ້ວເຮັດໃຫ້ສະສົມ hyalin ໃນເອັນຢືດປຣິທັນຕ໌ສົ່ງຜົນໃຫ້ການເຮັດວຽກຂອງເຊວທີ່ເຮັດໜ້າທີ່ລະລາຍກະດູກ ແລະລະລາຍເຄືອບຮາກແຂ້ວ (osteoclast ແລະ cementoclast) ການລະລາຍຈະເປັນການລະລາຍຈາກພາຍນອກ  (external root resorption) ຈະເກີດຂຶ້ນທັ້ງປາຍຮາກ ຫຼືດ້ານຂ້າງຮາກ ຈະເຫັນໄດ້ຊັດເຊນໃນການຖ່າຍລັງສີ ມັກເກີດກັບແຂ້ວຮາກນ້ອຍໆໄດ້ແກ່ແຂ້ວໜ້າດ້ານລຸ່ມ ຫຼືຮາກແຂ້ວດ້ານຕິດກັບຜົ້ງແກ້ມ ລະດັບການລະລາຍຕົວສ່ວນຫຼາຍບໍ່ເກີນ 2 ມມ. ແລະມີລາຍງານຢືນຢັນວ່າເກືອບຈະບໍ່ຜົນຕໍ່ຄວາມທົນຂອງແຂ້ວ ( ຖ້າບໍ່ລະລາຍຕົວຫຼາຍ )

 ເນື່ອງດ້ວຍເຄື່ອງມືຈັດແຂ້ວນັ້ນເຮັດໃຫ້ການດູແລອະນາໄມຜົ້ງປາກລໍາບາກຂຶ້ນ ຫາກເຮົາອະນາໄມຜົ້ງປາກບໍ່ໄດ້ກໍເກີດພາວະປຣິທັນຕ໌ອັກເສບຂຶ້ນຈົນສູນເສຍຂອງອະໄວຍະວະປຣິທັນຕ໌ບາງສ່ວນໄປ ຈະເຫັນໄດ້ຊັດເຈນວ່າມີເຮືອກໃຄ່ ການເສຍອະໄວຍະວະປຣິທັນຕ໌ ຫຼາຍຍ່ອມມີຜົນຕໍ່ອາຍຸການໃຊ້ງານຂອງແຂ້ວ.

ຈະເຫັນໄດ້ສ່ວນໜຶ່ງທີ່ແພດຮັກສາເຮົາຢ່າງຮອບຄອບ ຫຼືບໍ່ ສ່ວນໜຶ່ງຢູ່ທີ່ເຮົາໃສ່ໃຈອະນາໄມຜົ້ງປາກຕົນເອງ ຫຼືບໍ່ ຖ້າດີທັ້ງສອງສ່ວນກໍ່ບໍ່ຕ້ອງກັງວົນເລື່ອງການຈັດແຂ້ວ.

 

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...