Homeຂ່າວເຫດການຜົນສຳເລັດຂອງຄະນະຜູ້ແທນສະພາແຫ່ງຊາດລາວ ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຂອງໄອຟີຢູ ຄັ້ງທີ 135 ທີ່ນະຄອນເຊີແນວ

ຜົນສຳເລັດຂອງຄະນະຜູ້ແທນສະພາແຫ່ງຊາດລາວ ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຂອງໄອຟີຢູ ຄັ້ງທີ 135 ທີ່ນະຄອນເຊີແນວ

Published on

ຄະນະຜູ້ແທນສະພາແຫ່ງຊາດນຳໂດຍທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດລາວ, ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງສະຫະພັນລັດຖະສະພາສາກົນ ຫລື ໄອຟີຢູ (Inter-Parliamentary Union ຫລື IPU) ຄັ້ງທີ 135 ຊື່ງໄດ້ຈັດຂຶ້ນແຕ່ວັນທີ 23-27 ຕຸລາ 2016 ທີ່ນະຄອນເຊີແນວ, ປະເທດສະວິດ ດ້ວຍຜົນສໍາເລັດອັນຈົບງາມ.
ກອງປະຊຸມມີຈຸດປະສົງເພື່ອພິຈະລະນາ, ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຕໍ່ຫລາຍບັນ ຫາທີ່ພົວພັນເຖີງການຈັດຕັ້ງຂອງສະຫະພັນລັດຖະສະພາສາກົນ, ບັນຫາທີ່ຮີບດ່ວນຂອງແຕ່ລະປະເທດສະມາຊິກທີ່ພົວພັນເຖີງປະຊາທິປະໄຕ ແລະ ສິດທິມະນຸດ, ການປະຕິບັດພາລະບົດບາດ ແລະການເຄື່ອນໄຫວຂອງອົງການໄອຟີຢູ, ວຽກງານຂອງສະຫະປະຊາຊາດ. ຄະນະຜູ້ແທນສະພາແຫ່ງຊາດລາວໃນຖານະເປັນສະມາຊິກຂອງອົງການ ໄອຟີຢູ ແລະ ໃນນາມຜູ້ແທນກອງປະຊຸມກໍໄດ້ປະ ກອບສ່ວນສະແດງທັດສະນະຈຸດຍືນຂອງຕົນ ແລະ ປະກອບຄຳຄິດເຫັນຢ່າງສ້າງສັນຕໍ່ກັບບັນຫາທີ່ກອງປະຊຸມຍົກຂື້ນ ໂດຍສະເພາະໄດ້ລາຍງານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII, ອັດຕາສ່ວນຂອງແມ່ຍິງໃນສະພາແຫ່ງຊາດ, ການສ້າງຕັ້ງສະພາປະຊາຊົນແຂວງ, ການປະຕິບັດເປົ້າໝາຍດ້ານການພັດທະນາແບບຍືນຍົງ. ຜ່ານການດຳເນີນກອງປະຊຸມຄັ້ງນີ້ ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ຄະນະຜູ້ແທນໄດ້ຮັບຟັງການລາຍງານ ແລະ ແລກປ່ຽນຄຳເຫັນຕາມຫົວຂໍ້ວາລະຂອງກອງປະຊຸມຈາກຜູ້ຕາງໜ້າກຸ່ມລັດຖະສະພາອາຊີ-ປາຊີຟິກ, ເອີຣົບ, ອາຟຣິກາ, ອາເມຣິກາ, ອາເມຣິກາລາຕິນ ແລະ ກຸ່ມອື່ນໆ, ພ້ອມທັງຕົກລົງຮັບຮອງເອົາບົດລາຍງານ ແລະ ມະຕິຈຳນວນໜື່ງຢ່າງເປັນເອກກະສັນ ເປັນຕົ້ນແມ່ນບົດລາຍງານຜົນການອະຟິບາຍທົ່ວໄປຂອງກອງປະຊຸມຄົບຄະນະ, ແຜນຍຸດທະສາດການເຄື່ອນໄຫວວຽກງານຂອງໄອຟິຢູ ປະຈຳສົກປີ 2017-2021, ມະຕິວ່າດ້ວຍສິດທິເສລິພາບຂອງແມ່ຍິງໃນການເຂົ້າຮ່ວມຂະບວນເຄື່ອນໄຫວທາງການເມືອງຢ່າງເຕັມສ່ວນ, ຢ່າງມີຄວາມປອດໄຟ ໂດຍປະສະຈາກການແຊກແຊງໃດໆ, ພ້ອມທັງສ້າງຄູ່ຮ່ວມມືລະຫວ່າງຜູ້ຊາຍ ແລະ ແມ່ຍິງແນໃສ່ບັນລຸຈຸດປະສົງເປົ້າໝາຍ, ມະຕິວ່າດ້ວຍການຮັບຮອງເອົາບັນຫາທີ່ຮິບດ່ວນກ່ຽວກັບສົງຄາມ ແລະ ສະພາບການດ້ານມະນຸດສະທຳໃນປະເທດຊີເຣຍ, ໂດຍສະເພາະໃນນະຄອນຫລວງເອລິບໂປ, ຊື່ງກອງປະຊຸມໄດ້ກ່າວປະນາມການກໍ່ສົງຄາມດັ່ງກ່າວ, ຊື່ງເປັນເຫດການທີ່ຮຸນແຮງສົ່ງຜົນໃຫ້ເກີດມີການຄາດຕະກຳບັນດາປະຊາຊົນພົນລະເມືອງສາມັນຊົນທຳມະດາ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍທີ່ມີສ່ວນກ່ຽວຂ້ອງຈົ່ງສະໜັບສະໜູນໃຫ້ຢຸດຕິສົງຄາມ ແລະ ຫັນໜ້າເຂົ້າກັນເພື່ອເຈລະຈາກັນຢ່າງຈິງຈັ່ງ ແນໃສ່ເຮັດໃຫ້ສະພາວະສົງຄາມສິ້ນສຸດລົງ, ສະພາບການດ້ານການເມືອງ ແລະຮັບປະຮັບຊີວິດຂອງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ ມາສູ່ສະພາວະປົກກະຕິ. ພ້ອມນີ້, ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ບັນດາລັດຖະສະພາ ແລະ ສະມາຊິກລັດຖະສະພາທີ່ເປັນສະມາຊິກຂອງ ໄອຟິຢູ ຈົ່ງປະຕິບັດບົດບາດຂອງຕົນໃນການຊ່ວຍຍຸດຕິສົງຄາມ ແລະ ນຳເອົາການຊ່ວຍເຫລືອດ້ານມະນຸດສະທຳມາສູ່ປະຊາຊົນໃນປະເທດນີ້ ແລະ ສຶບຕໍ່ປະຕິບັດເປົ້າໜາຍສະຫະສະວັດດ້ານການພັດທະນາແບບຍືນຍົງຕາມສະພາບຄວາມເປັນຈິງຂອງປະເທດໃຜມັນ.

ກອງປະຊຸມຄັ້ງນີ້, ໄດ້ເຫັນດີຕົກລົງຢ່າງເປັນເອກະພາບໃຫ້ລັດຖະສະພາ ຂອງປະເທດບັງກາລາເທດຈັດກອງປະຊຸມສະມັດຊາໃຫຍ່ຄັ້ງທີ 136 ທີ່ນະຄອນຫລວງດາກ້າໃນລະຫວ່າງວັັນທີ 1-5 ເມສາ 2017 ແລະ ມອບໃຫ້ ລັດຖະສະພາຂອງສະຫະພັນລັດເຊຍຈັດກອງປະຊຸມສະມັດຊາໃຫຍ່ຄັ້ງທີ 137 ທີ່ນະຄອນປີເຕີສະເບີກໃນເດືອນຕຸລາປີ 2017.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...