ອີ້ ເປັນເຄື່ອງເສບດົນຕີ ພື້ນເມືອງລາວປະເພດໜຶ່ງທີ່ຜະລິດຈາກໄມ້ໄຜ່ເຊິ່ງເປັນພູມປັນຍາ ຂອງຊາວບ້ານ ແຕ່ກໍໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ ເນື່ອງຈາກສາມາດໃຫ້ຄວາມບັນເທີງໄດ້ເທົ່າທຽມກັບເຄື່ອງເສບດົນຕີປະເພດອື່ນ ໂດຍສະເພາະຍາມຫຼິ້ນຄົນດຽວ.
ພໍ່ຕູ້ຈັນແດງ ແພງຄຳຮັກ ອາຍຸ 77 ປີ, ບ້ານທ່ານາສາ, ເມືອງສັງທອງ, ນະຄອນຫຼວງວຽງຈັນກ່າວວ່າ: ສະໄໝເປັນເດັກນ້ອຍ ເຄີຍນັ່ງຟັງຜູ້ໃຫຍ່ສີຊໍອີ້ ດ້ວຍທຳນອງຫຼາກຫຼາຍອາລົມ ຟັງແລ້ວມ່ວນທັງເພີດເພີນ ພໍເຕີບໃຫຍ່ຂຶ້ນເປັນໄວໜຸ່ມກໍສາມາດຜະລິດຊໍອີ້ໄດ້ດ້ວຍຕົນເອງທັງສາມາດສີຊໍໄດ້ຢ່າງອ່ອນຊ້ອຍ ສຳລັບ ສ່ວນປະກອບຂອງຊໍອີ້ ບໍ່ມີຫຍັງຫຼາຍນອກຈາກໄມ້ໄຜ່ ຖ້າເປັນໄປໄດ້ຄວນ ໃຊ້ໄມ້ຊ້າ ເນື່ອງຈາກມີປ້ອງດຽວຍິ່ງເກີດສຽງດັງກວ່າໄມ້ໄຜ່ທຳມະດາ ເມື່ອນຳໄມ້ປ່ອງມາແລ້ວ ກໍເຈາະເປັນຮູ, ໃນຮູໜຶ່ງປະກອບມີໄມ້ເຄັ່ງສຽງຊໍ (ປັບສຽງ) ແລະບ້ອງຊໍ ນອກຈາກຊໍອີ້ ຍັງມີຊໍອູ້ ຊຶ່ງເຮັດຈາກກະໂປະໝາກພ້າວເອົາໜັງງົວ ຫຼື ໜັງຄວາຍມາຫຸ້ມ ປະຈຸບັນບໍ່ປາກົດມີໃຫ້ເຫັນເຫຼືອພຽງຊໍອີ້ແຕ່ກໍບໍ່ປາກົດເຫັນຫຼາຍທີ່ກຳລັງຈະໝົດໄປໃນອະນາຄົດອັນໃກ້ຖ້າບໍ່ມີການອະນຸຮັກຮັກສາໄວ້ໃນອະນາຄົດຊໍອີ້ຈະກາຍ ເປັນພຽງຕຳນານ.
ຊໍອີ້ເປັນເຄື່ອງດົນຕີພື້ນເມືອງປະສານສຽງຂັບລຳຕ່າງໆຕາມຈັງຫວະເພື່ອສ້າງຄວາມມ່ວນຊື່ນເພີດ ເພີນໃຈໃນສະໄໝກ່ອນຜູ້ຊາຍສ່ວນຫຼາຍນິຍົມໃຊ້ຊໍອີ້ເຂົ້າໃນການກ້ຽວສາວ (ລົມສາວ)ໂດຍອາໄສການຕໍ່ກອນ ຫຼື ຜະຫຍາໂຕ້ຕອບລັກສະນະຄ້າຍຄືກັບແຄນ ແຕ່ແຄນຕ້ອງອາໄສ ສອງຄົນຂຶ້ນໄປສ່ວນ ຊໍອີ້ ມີຜູ້ ຫຼິ້ນຄົນດຽວກໍໄດ້ ເນື່ອງຈາກໃຊ້ມືສີຊໍ ສ່ວນປາກກໍຕໍ່ ກອນກ້ຽວສາວໂຕ້ຕອບກັນໄປມາ ໂດຍປະສານສຽງມ່ວນອອນຊອນພາໃຫ້ຢ້ອນຄືນຄາວຫຼັງຄັ້ງໜຸ່ມສາວ ໄດ້ຢ່າງມີຊີວິດຊີວາ.
ພໍ່ຕູ້ຈັນແດງ ແພງຄຳຮັກ ຍັງໄດ້ກ່າວຕື່ມອີກວ່າ: ເປັນທີ່ໜ້າເສຍດາຍ ທີ່ເຄື່ອງດົນຕີພື້ນເມືອງບາງຈຳນວນໜຶ່ງກໍບໍ່ປາກົດມີການນຳໃຊ້ໃຫ້ເຫັນໃນປະຈຸບັນ ຫຼື ມີກໍໜ້ອຍທີ່ສຸດ ສ່ວນໃຫຍ່ຈະຍັງປາກົດໃຫ້ເຫັນຢູ່ ຕາມເຂດຊົນນະບົດ ໂດຍສະເພາະບັນດາຜູ້ອາວຸໂສທີ່ ຍັງນິຍົມໃຊ້ສ່ວນໄວໜຸ່ມໃນຍຸກປະຈຸບັນຈຳນວນຫຼາຍບໍ່ສາມາດຫຼິ້ນດົນຕີພື້ນເມືອງໄດ້ເໝືອນແຕ່ກ່ອນ.
ຂໍຂອບໃຈຂໍ້ມູນຈາກ: ເສດຖະກິດ-ສັງຄົມ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!