spot_img
Homeຂ່າວຍົນຕົກຊັອກໂລກ! ເຮືອບິນໂດຍສານ ມາເລເຊຍຕົກອີກ !!

ຊັອກໂລກ! ເຮືອບິນໂດຍສານ ມາເລເຊຍຕົກອີກ !!

Published on

Malay_Boeing_777-320x163
ຮູບປະກອບ ໂບອິ້ງ 777 ທີ່ຄາດວ່າເປັນເຮືອບິນຊະນິດນີ້ທີ່ປະສົບອຸບັດເຫດຕົກໃນຢູເຄຣນ

 

(CNN) ອີງຕາມສຳນັກຂ່າວ Interfax ຂອງລັດເຊຍລາຍງານມື້ນີ້(17/7/14) ທ່ຽວບິນມາເລເຊຍແອລາຍຈາກອຳສະເຕີດຳ ມີຈຸດໝາຍປາຍທາງໄປຍັງກຸງກົວລາລຳເປີໄດ້ເກີດອຸບັດເຫດຕົກຢູ່ພາກຕາເວັນອອກຂອງປະເທດຢູເຄຣນ, ໃກ້ກັບຊາຍແດນລັດເຊຍ. ສາຍການບິນມາເລເຊຍທີ່ໄດ້ຮັບການຢືນຢັນວ່າໄດ້ຂາດການຕິດຕໍ່ກັບ MH17 ແລະເປັນທີ່ຮູ້ຈັກວ່າເປັນສາຍການບິນຫຼ້າສຸດທີ່ບິນຜ່ານນ່ານຟ້າຢູເຄຣນ. ຕາມສາຍການບິນກ່າວໃນທະວິດເຕີ.

ເຮືອບິນລຳດັ່ງກ່າວເປັນໂບອິ້ງ 777 ຕາມການລາຍງານຂອງ Interfax ແລະຂ່າວແຈ້ງຕື່ມວ່າເຮືອບິນໄດ້ຕົກລົງໃກ້ກັບຊາຍແດນລະຫວ່າງລັດເຊຍແລະຢູເຄຣນ…

ເບື້ອງຕົ້ນຍັງບໍ່ມີລາຍງານກ່ຽວກັບຜູ້ບາດເຈັບຫຼືເສຍຊີວິດແຕ່ຢ່າງໃດ ແຕ່ເປັນທີ່ຮູ້ແຈ້ງວ່າໃນເຮືອບິນມີຜູ້ໂດຍສານ 280 ຄົນ ແລະຈຸບິນ 15 ຄົນ

http://edition.cnn.com/2014/07/17/world/europe/ukraine-malaysia-airlines-crash/index.html?hpt=wo_c2

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...