ສະໝອງມີໜ້າທີ່ຊ່ວຍເລື່ອງຄວາມຈຳ ແຕ່ຖ້າເຮົາຫາກບໍ່ບຳລຸງຮັກສາກໍຈະເຮັດໃຫ້ເກີດບັນຫາກ່ຽວກັບສະໝອງ ໂດຍສະເພາະແມ່ນຄວາມຈຳເສື່ອມ, ເຊວສະໝອງຖືກທຳລາຍ, ມື້ນີ້ເຮົາຈະມາແນະນຳອາຫານທີ່ບຳລຸງສະໝອງໃຫ້ກັບມາຄວາມຈຳດີ ແລະສະະຫຼາດຂຶ້ນ
- ຜັກຫົມ: ອຸດົມດ້ວຍສານຕ້ານອະນຸມູນອິສະລະ ຊ່ວຍປ້ອງກັນເຊວສະໝອງ ບໍ່ໃຫ້ຖືກທຳລາຍ
 - ນົມຖົ່ວເຫຼືອງ: ກະຕຸ້ນທັກສະ, ການຮຽນຮູ້ ແລະຊ່ວຍໃຫ້ຄວາມຈື່ຈຳດີຂຶ້ນ
 - ນໍ້າອະງຸ່ນ: ມີປະສິດທິພາບກັບຄວາມຈື່ຈຳ ແລະທັັັັກສະໃນການແກ້ໄຂບັນຫາ ແລະຍັງມີສານຕ້ານອະນຸມູນອິດສະລະ
 - ບູເບີລີ່: ຊ່ວຍກະຕຸ້ນ ການສ້າງເຊວສະໝອງໃນເລື່ອງຄວາມຈຳດີ
 - ຊີ້ນສັດ: ໂປຣຕີນໃນຊີ້ນສັດຊ່ວຍບຳລຸງສະໝອງ
 - ປາ: ມີໂອເມກ້າ 3 ຊ່ວຍໃຫ້ເຊວປະສາດເຮັດວຽກໄດ້ເປັນປົກກະຕິ ແລະຊ່ວຍປ້ອງກັນພະຍາດສະໝອງເສື່ອມ
 - ໝາກເລັ່ນ: ຊ່ວຍປ້ອງກັນເຊວຈາກການຖືກທຳລາຍຂອງອະນຸມູນອິດສະລະ ແລະພະຍາດຄວາມຈຳເສື່ອມ
 - ແກ່ນໝາກອຶ: ມີສັງກະສີ ທີ່ສຳຄັນໃນການຊ່ວຍເລື່ອງຄວາມຈຳ
 
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!
ifram FB ວິທະຍາສຶກສາ
 

