spot_img
Homeຂ່າວທ້ອງຖິ່ນສາລະວັນ ສະຫລອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ

ສາລະວັນ ສະຫລອງວັນຄົນພິການແຫ່ງຊາດ ແລະ ວັນຜູ້ອາຍຸສູງ

Published on

ຂປລ. ພະແນກຮງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນ ໄດ້ຈັດພິທີສະເຫລີມສະຫລອງ ວັນຄົນພິການແຫ່ງຊາດ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງທີ 1 ຕຸລາ ຂຶ້ນໃນວັນທີ 20 ຕຸລາ 2016 ນີ້ ໂດຍໃຫ້ກຽດເປັນປະທານຂອງທ່ານ ບຸນທຽມ ແກ້ວໃຊຍະວົງ ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ, ມີຕົວແທນຈາກພາກສ່ວນຕ່າງໆ ແລະ ຈາກ 8 ບ້ານເທສະບານແຂວງເຂົ້າ.

ທ່ານ ບຸນທຽມ ແກ້ວໄຊຍະວົງ ກ່າວ່າ: ການສະເຫລີມສະຫລອງ ວັນຄົນພິການແຫ່ງຊາດ ແລະ ວັນສາກົນຜູ້ອາຍຸສູງ ແມ່ນຈັດຂຶ້ນທຸກໆປີ ຕາມທີໄດ້ກຳນົດໄວ້ ໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 137/ນຍລົງວັນທີ 18 ເມສາປີ 2014 ໂດຍຍົກໃຫ້ເຫັນວ່າ: ຢູ່ໃນໂລກປັດຈຸບັນ ຍັງມີຜູ້ພິການຫລາຍກວ່າ 1 ຕື້ຄົນ ຫລື ປະມານ 15% ຂອງປະຊາກອນໂລກ ທີ່ດຳລົງຊີວິດຢູ່ຮ່ວມກັນ ເຊິ່ງພວກເຂົາໄດ້ປະເຊີນກັບ ບັນຫາສິ່ງກີດຂວາງຕ່າງໆທາງສັງຄົມ ເຊັ່ນ: ການເຂົ້າເຖິງວຽກງານການສຶກສາ, ການປິ່ນປົວຟື້ນຟູສຸ ຂະພາບ, ການຝຶກວິຊາຊີບຫາວຽກເຮັດງານທຳ ແລະ ການເຊື່ອມໂຍງເຂົ້າ ໃນຂະບວນການຕ່າງໆ ຍັງບໍ່ທັນດີເທົ່າທີ່ຄວນ.

ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງຄົນພິການ ແລະ ຜູ້ອາຍຸສູງ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ່າວ, ທັງສາມາດຊ່ວຍເຫລືອຕົນເອງໄດ້, ມີສ່ວນຮ່ວມໃນການພັດທະນາຄອບຄົວ ແລະ ສັງຄົມ, ລັດຖະ ບານ ຈຶ່ງໄດ້ອະນຸມັດສ້າງຕັ້ງສະມາຄົມຄົນພິການ ແລະ ສະມາຄົມຜູ້ອາຍຸສູງຂຶ້ນ ໃນລະດັບສູນກາງ ແລະ ທ້ອງຖິ່ນ ນັບທັງບ່ອນທີ່ມີເງື່ອນໄຂ ເພື່ອເປັນຕົວແທນ ໃນການປົກປ້ອງສິດຜົນປະໂຫຍດ ຂອງຄົນພິການ ແລະ ຜູ້ອາຍຸສູງ.

ໃນໂອກາດດຽວກັນ, ກໍໄດ້ມີການກວດພະຍາດ, ສັກຢາ ແລະ ວາງຢາປິ່ນປົວສຸຂະພາບຂອງຄົນພິ ການ ແລະ ຜູ້ມີອາຍຸສູງອີກດ້ວຍ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະຫຼົດເດັກຍິງອາຍຸ 17 ປີ ຊາວອອສເຕເລຍ ຖືກປາສະຫຼາມກັດຂະນະລອຍນ້ຳຈົນເສຍຊີວິດ

ເດັກຍິງອາຍຸ 17 ປີ ໃນອອສເຕເລຍຖືກປາສະຫຼາມກັດ ໃນຂະນະລອຍນ້ຳຫຼິ້ນຢູ່ນອກຊາຍຝັ່ງໃຫ້ເມືອງບິສແບນ ແລະ ເສຍຊີວິດໃນເວລາຕໍ່ມາ ນັບເປັນເຫດສະຫຼາມທຳຮ້າຍຄົນຈົນເສຍຊີວິດໃນອອສເຕເລຍເປັນຄັ້ງທີ 2. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາ 2025 ນີ້ວ່າ: ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ຮັບແຈ້ງວ່າເກີດເຫດປາສະຫຼາມທຳຮ້າຍຄົນຢ່າງຮຸນແຮງ...

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000...

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1...

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ...