ຂປລ. ການໃຊ້ພາສາລາວໃນການຂຽນ, ການເວົ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຍັງພົບອຸປະສັກບໍ່ໜ້ອຍຍ້ອນອິດທິພົນປະເທດພັດທະນາແລະພວມພັດທະນາໄດ້ກະທົບ ແລະ ປ່ຽນແປ່ງວ່ອງໄວຕໍ່ພາຍໃນປະເທດ ຂະນະທີ່ ການໃຊ້ພາສາພາຍໃນປະເທດຍັງບໍ່ມີລັກສະນະເອກະພາບ ແລະ ບໍ່ໄດ້ຮັບການພັດທະນາທັນກັບສະພາບການຕົວຈິງເທົ່າທີ່ຄວນ ເຊິ່ງໄດ້ເຮັດໃຫ້ເກີດມີການໃຊ້ພາສາບໍ່ຖືກຕ້ອງ. ໃນວັນທີ 10 ຕຸລາ 2016 ຜ່ານມານີ້, ຊຸດສໍາມະນາພາຍໃຕ້ຫົວຂໍ້: ການນໍາໃຊ້ພາລາລາວໃນສື່ມວນຊົນ (ໂຄສະນາ ວິທະຍຸ ແລະ ໂທລະພາບ)ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ທີ່ສະຖາບັນສື່ມວນຊົນ ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ພ້ອມດ້ວຍນັກຂ່າວ, ວິທະຍາກອນ ແລະ ນັກສໍາມະນາກອນ ຈາກຂະແໜງການຕ່າງໆ ເຂົ້າຮ່ວມ ເຊິ່ງບັນຫາຕົ້ນຕໍຂອງການສໍາມະນາຄັ້ງນີ້ເລັ່ງໃສ່ປຶກສາຫາລື, ແລກປ່ຽນຄວາມຄິດຄວາມເຫັນ ແລະ ຍົກລະດັບຄວາມຮູ້ຄວາມສາມາດເພື່ອຊອກຫາວິທີແກ້ໄຂ ແລະ ປະກອບສ່ວນເຂົ້າໃນການພັດທະນາໃນຕໍ່ໜ້າ.
ທ່ານ ສີພາ ນົງລາດ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວໄດ້ຊີ້ແຈງວ່າ: ພາສາທີ່ຖືກຕ້ອງນັ້ນແມ່ນບອກເຖິງຄວາມເປັນຊາດ ແລະ ຮາກເຫງົ້າຂອງບັນພະບູລຸດຂອງພວກເຮົາ ສະນັ້ນ ນັກຂ່າວທີ່ເກັ່ງ, ນັກວິທະຍາກອນທີ່ດີ, ແລະ ນັກເວົ້າທີ່ມ່ວນແມ່ນບົ່ງບອກເຖິງຄວາມຮັກ, ຄວາມເອົາໃຈໃສ່ ແລະ ຮູ້ໃຫ້ກຽດຕໍ່ພາສາຕົນເອງຢ່າງໜັກແໜ້ນ.
ແນວໃດກໍດີ ການໃຊ້ສັບພາສາເຂົ້າໃນວຽກສື່ມວນຊົນນັ້ນກໍຄວນເຂົ້າໃຈ ແລະ ຕ້ອງຮັບຮູ້ໃຫ້ເລິກເຊິ່ງແບບພາວະວິໄສ ຍົກຕົວຢ່າງ ຖ້າຂຽນຂ່າວສື່ສິ່ງພິມຈະເນັ້ນໃສ່ຜູ້ອ່ານເປັນຫລັກເປັນລັກສະນະລົງເລິກຢ່າງລະອຽດ ແລະ ມີຫລັກຖານຄົບຖ້ວນທຸກດ້ານເພື່ອເກັບຮັກສາໄວ້ເປັນຂໍ້ມູນສໍາເນົາ ຫລື ຈຸດປະສົງອື່ນໆ ແຕ່ສໍາລັບຂຽນປະກອບໃສ່ວິທະຍຸ ແລະ ໂທລະພາບນັ້ນຈຸດປະສົງເພື່ອຜູ້ຟັງ ແລະ ຜູ້ເບິ່ງໄດ້ຮັບຮູ້ວ່ອງໄວ ແລະ ທັນເຫດການຜ່ານໄປໂດຍວິທີສັ້ນກະທັດຫັດ ມີເນື້ອໃນຄົບຖ້ວນ ແລະ ຖືກຕ້ອງເທົ່ານັ້ນ ສະນັ້ນບໍ່ສາມາດເວົ້າຍາວ, ບໍ່ຄວນເວົ້າຊໍ້າຄືນ ແລະ ບໍ່ຂຽນຍາວ ຍິ່ງໄປກວ່າກໍມີການໃຊ້ຄໍາສັບສອດຫ້ອຍສາລະໜ້າຮູ້ເພື່ອຄວາມບັນເທີງ ແລະ ອື່ນໆ.
ທ່ານ ສົມແສງ ໄຊຍະວົງ ຫົວໜ້າສະຖາບັນພາສາສາດ ສະຖາບັນວິທະຍາສາດສັງຄົມແຫ່ງຊາດກ່າວວ່າ: ການໃຊ້ພາສາກ່ຽວຂ້ອງກັບຜູ້ໃຊ້ຕົວຈິງ ຖ້າຄົນມີຄວາມຮູ້ອຸດົມສົມບູນເທົ່າໃດ ຍິ່ງເຮັດໃຫ້ຄົນເຫຼົ່ານັ້ນເຂົ້າໃຈ ແລະ ໃຊ້ພາສາໄດ້ລ່ຽນໄຫລດີ ປັດຈຸບັນນີ້ເຫັນວ່າການໃຊ້ພາສາລາວທົ່ວໄປຍັງແມ່ນການໃຊ້ພາສາແບບທ້ອງຖິ່ນຫລາຍເກີນໄປ ດ້ວຍເຫດດັ່ງກ່າວການໃຊ້ພາສາບໍ່ຖືກຕ້ອງ ແລະ ມີຄວາມແຕກຕ່າງກັນອາດເກີດຈາກປັດໄຈຫລາຍຢ່າງເຊັ່ນກັນເປັນຕົ້ນການພັດທະນາມີການປ່ຽນແປງໄວເທົ່າໃດຍິ່ງເຮັດໃຫ້ພາສາໄດ້ຮັບການພັດທະນາຂຶ້ນໄວເທົ່ານັ້ນ ແຕ່ໃນທາງກົງຂ້າມກັນ ພາຍໃນປະເທດຂອງພວກເຮົາຍັງພັດທະນາຄ່ອຍເປັນຄ່ອຍໄປ ແລະ ບໍ່ມີຄວາມເປັນເອກະພາບໃນການນໍາໃຊ້ຢ່າງລະອຽດວ່າອັນໃດຄວນໃຊ້ອັນໃດບໍ່ຄວນໃຊ້ ດັ່ງທີ່ ທ່ານຮູ້ນໍາກັນແລ້ວວ່າພວກເຮົາຍັງບໍ່ທັນມີໂຮງຮຽນວິຊາເພາະ ແລະ ບ່ອນເຝິກວິທີເວົ້າ, ໃຊ້ຄໍາສັບ ແລະ ອື່ນໆຄັກແນ່ ສ່ວນໃຫຍ່ແມ່ນອາໄສຄວາມຄຸ້ນເຄີຍ. ສະນັ້ນ ຕົນເອງຍອມຮັບວ່າມີບາງຄໍາສັບຕ້ອງໄດ້ຢືມ ແລະ ນໍາເອົາມາໝູນໃຊ້ຈາກພາຍນອກເຊັ່ນກັນເພື່ອຮັບປະກັນໃຫ້ທັນກັບສະພາບການປ່ຽນແປງແຕ່ລະໄລຍະ ຍົກຕົວຢ່າງຄອມພີວເຕີ, ນົດບຸກ, ແທັບເລັດ ແລະ ອື່ນໆ ເຊິ່ງທັງໝົດເຫລົ່ານັ້ນບໍ່ສາມາດປະຕິເສດໄດ້ຢ່າງຂາດໂຕ.
ດ້ວຍເຫດນັ້ນ ສໍາມະນາກອນ ຈາກສື່ມວນຊົນຂະແໜງການຕ່າງໆຈະໄດ້ຮັບການຍົກລະດັບ, ຮຽນຮູ້ການນໍາໃຊ້ພາສາລາວໃນສື່ທີ່ມີຄວາມຖືກຕ້ອງເໝາະສົມ ແລະ ເປັນເອກະພາບກັນ, ທັງເປັນການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລີກເຊິ່ງ ເພື່ອທີ່ຈະນໍາໄປປະຕິບັດໝູນໃຊ້ໃນວຽກງານຂໍ້ມູນຂ່າວສານ, ວຽກງານວິຊາການ ເຊິ່ງເປັນວຽກງານໜື່ງທີ່ມີຄວາມໝາຍ, ຄວາມສໍາຄັນ ໃນຂົງເຂດສື່ມວນຊົນ ໃຫ້ກາຍເປັນທີ່ຍອມຮັບ ຂອງສັງຄົມຢ່າງເລິກເຊິ່ງ. ໂດຍສະເພາະຄໍາສັບ, ປະໂຫຍກ ທີ່ໃຊ້ໃຫ້ຖືກກັບກາລະໂອກາດ, ກາລະເທສະ ແລະ ອື່ນໆ. ແນໃສ່ເຮັດໃຫ້ການນໍາໃຊ້ພາສາລາວໃນສື່ມວນຊົນມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ:ຂັນໄຊ, ພາບ: ເກີດຂັວນໃຈ, ຂປລ