ໃນຕອນເຊົ້າ ຂອງວັນທີ 5 ຕຸລາ 2016 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ມີພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະ ອະນຸມັດໃຫ້ພະນັກງານພັກການ-ຮັບ ເບ້ຍບຳນານ. ພາຍໃຕ້ການເປັນປະທານ ຂອງທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າ ການສຳນັກງານນາຍົກ ລັດຖະມົນຕີ; ຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງແຜນການ ແລະ ການລົງທຶນ; ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ, ພະນັກງານ- ລັດຖະກອນ ພາຍໃນຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ເຂົ້າຮ່ວມ.
![ເພັດ ພົມພິທັກ](http://www.laopost.com/wp-content/uploads/2016/10/5.10.2016.01.jpg)
ໃນພິທີ, ທ່ານ ວຽງທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງປະກາດການຍົກຍ້າຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຫົວໜ້າກົມ ສັງລວມການເມືອງ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ຍົກຍ້າຍທ່ານ ມະໄລທອງ ກົມມະສິດ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ. ພ້ອມດຽວກັນນັ້ນ, ກໍ່ໄດ້ມີການປະກາດການແຕ່ງຕັ້ງ ຄື: ແຕ່ງຕັ້ງທ່ານ ມະໄລທອງ ກົມມະສິດ ເປັນຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທັງເປັນເລຂານຸການປະຈຳທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ; ແຕ່ງຕັ້ງທ່ານ ສີສູນໄທ ແກ້ວໂພໄຊ ຫົວໜ້າພະແນກ ເປັນເລຂານຸການປະຈຳທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ແຕ່ງຕັ້ງທ່ານ ປອ. ເຂິງຄຳ ແກ້ວໜູຈັນ ຮອງຫົວໜ້າກົມ ແລະ ທ່ານ ແກ້ວດາວ ວົງ ພິມພັນ ຫົວໜ້າພະແນກ ເປັນເລຂານຸການປະຈຳ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ. ໃນໂອກາດດຽວກັນ, ຍັງໄດ້ມີການປະກາດອະນຸມັດໃຫ້ ພະນັກງານພັກການ-ຮັບເບ້ຍບຳນານ ຄື: ອະນຸມັດໃຫ້ທ່ານ ສີສູນທອນ ສິດທິມໍລະດາ ຜູ້ຊ່ວຍອາດີດທ່ານຮອງນາຍົກລັດຖະມົນຕີ; ທ່ານ ຄຳຫຼ້າ ທີສະຫວັດດີ ຜູ້ຊ່ວຍທ່ານລັດຖະມົນຕີ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ນາງ ຈັນດີ ປັນແກ້ວ ຜູ້ຊ່ວຍລັດຖະມົນຕີ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຄຳພັນ ຈັດຕະວາກຸນ ຫົວໜ້າພະແນກຄຸ້ມຄອງຊັບສິນ, ກົມຄຸ້ມຄອງ, ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ.
![ບຳນານ](http://www.laopost.com/wp-content/uploads/2016/10/5.10.2016.06.jpg)
ໃນຕອນທ້າຍ, ທ່ານ ເພັດ ພົມພິພັກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ. ກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ບັນດາທ່ານທີ່ຖືກແຕ່ງຕັ້ງ ແລະ ຍົກຍ້າຍ. ເຊິ່ງລ້ວນແລ້ວແຕ່ແມ່ນບຸກຄົນ ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ, ຜ່ານການບຸກບືນ-ຝຶກຝົນຫຼໍ່ຫຼອມຕົນເອງ ເຮັດໃຫ້ຕົນເອງມີການ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກການຈັດຕັ້ງເປັນຢ່າງດີ. ສ່ວນພະນັກງານທີ່ໄດ້ຮັບ ການອະນຸມັດໃຫ້ ອອກພັກການ-ຮັບເບ້ຍບຳນານນັ້ນ, ທ່ານໄດ້ຕີລາຄາສູງ ຕໍ່ຜົນງານການປະກອບສ່ວນ ທາງດ້ານເຫື່ອແຮງ, ສະຕິ ປັນຍາ, ຄວາມຮູ້ຄວາມສາມາດ ລວມທັງຜົນປະໂຫຍດສ່ວນຕົວ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ຕະຫຼອດອາຍຸການຂອງພວກເພິ່ນ ໄດ້ມີຜົນສຳເລັດໃນຫຼາຍດ້ານ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສືບຕໍ່ຄົ້ນຄວ້າຮໍ່າຮຽນເອົາແບບຢ່າງອັນດີ ຂອງພະນັກງານອາວຸໂສ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃນຂົງເຂດທີ່ຕົນເອງຮັບຜິດຊອບ ໃຫ້ເກີດດອກອອກຜົນ; ຮຽກຮ້ອງໃຫ້ທຸກພາກສ່ວນ, ພະນັກງານ-ລັດຖະກອນທຸກທ່ານ ຍົກລະດັບຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາກວ່າເກົ່າ, ປະຕິບັດແບບແຜນວິທີເຮັດວຽກ ໃຫ້ຖືກຕ້ອງ, ສອດຄ່ອງຕົວຈິງ, ວ່ອງໄວ, ໂປ່ງໃສ, ຮັບປະກັນໄດ້ ຄຸນນະພາບ ແລະ ປະສິດທິຜົນຂອງວຽກງານ.
ແຫລ່ງ: ສໍານັກງານນາຍົກລັດຖະມົນຕີ
ຜູ້ຂຽນ: ວັນທອງ