Homeຂ່າວການພັດທະນາເຊກອງຕ້ອງການງົບ 1 ພັນກວ່າຕື້ແກ້ທຸກຍາກປະຊາຊົນ

ເຊກອງຕ້ອງການງົບ 1 ພັນກວ່າຕື້ແກ້ທຸກຍາກປະຊາຊົນ

Published on

ເພື່ອສ້າງພື້ນຖານບາດລ້ຽວໃໝ່ແກ່ການພັດທະນາຊົນນະບົດ, ຮັບປະກັນໃຫ້ແກ່ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຢ່າງທົ່ວເຖິງ ແລະພັດທະນາແຂວງເຊກອງຫຼຸດພົ້ນອອກຈາກຄວາມທຸກຍາກ ໃນປີ 2020 ທັງນີ້ໃນ 5 ປີຕໍ່ໜ້າ ແຂວງມີຄວາມຕ້ອງການທຶນຈຳນວນ 1 ພັນກວ່າຕື້ກີບ ເພື່ອນຳໃຊ້ເຂົ້າໃນວຽກງານພັດທະນາ ຊົນນະບົດ ແລະລົບລ້າງຄວາມ ທຸກຍາກລວມທັງແກ້ໄຂບັນຫາ ລະເບີດບໍ່ທັນແຕກ.

ຕາມຂໍ້ມູນລາຍງານຈາກພະແນກແຜນການ ແລະການລົງທຶນ  ແຂວງເຊກອງໃຫ້ຮູ້ວ່າ: ທິດທາງລວມ ແລະຄາດໝາຍສູ້ຊົນ ຂອງແຂວງເຊກອງໃນແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ VIII (2016-2020) ແມ່ນຈະສູ້ຊົນເຮັດໃຫ້ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ເພີ່ມຂຶ້ນກວ່າ 10% ຕໍ່ປີ ແລະຮອດປີ 2020 ສະເລ່ຍ GDP ຕໍ່ຫົວຄົນໃຫ້ບັນລຸ 20 ລ້ານກວ່າກີບ.

ໃນຂະນະດຽວກັນດ້ານວຽກງານແກ້ໄຂຄວາມທຸກຍາກແມ່ນ ຈະສືບຕໍ່ສ້າງເງື່ອນໄຂອັນຈຳເປັນໃຫ້ທ້ອງຖິ່ນຮາກຖານໄດ້ຮັບການພັດທະນາຢ່າງວ່ອງໄວ, ໝັ້ນທ່ຽງ ແລະຍືນຍົງ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສ້າງໃຫ້ໄດ້ສິນຄ້າຕົວແບບ ແລະສິນຄ້າປາຍແຫຼມຢູ່ທ້ອງຖິ່ນຕ່າງໆ ເພື່ອແນໃສ່ລົບລ້າງບ້ານ, ຄອບຄົວ ແລະຄົນທຸກຍາກໃຫ້ຫຼຸດເປັນກ້າວໆ ໃນນີ້ບ້ານທຸກຍາກໃຫ້ຍັງເຫຼືອບໍ່ ເກີນ 5% ເທົ່າກັບ 4 ບ້ານຂອງ ຈຳນວນບ້ານທັງໝົດ, ຄອບຄົວ ທຸກຍາກໃຫ້ຍັງເຫຼືອຕ່ຳກວ່າ 5% ເທົ່າກັບ 9 ຮ້ອຍກວ່າຄອບຄົວ ແລະປະຊາກອນທີ່ຍັງທຸກຍາກໃຫ້ຍັງເຫຼືອຢູ່ປະມານ 10%.

ເພື່ອບັນລຸເປົ້າໝາຍດັ່ງກ່າວ ແຂວງມີຄວາມຕ້ອງການທຶນນຳໃຊ້ເຂົ້າໃນການປະຕິບັດໂຄງການພັດທະນາຊົນນະບົດ, ລົບລ້າງຄວາມທຸກຍາກ ແລະແກ້ໄຂລະເບີດບໍ່ທັນແຕກທັງໝົດສູງເຖິງພັນຕື້ກວ່າກີບ ໃນນີ້ຮ່ວງພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນກຸ່ມບ້ານຕ້ອງການ 590 ຕື້ກີບ, ຮ່ວງຈັດສັນພູມລຳເນົາ ແລະຈັດສັນບ່ອນທຳມາຫາກິນໃຫ້ປະຊາຊົນ 360 ຕື້ກີບ, ຮ່ວງຮ່ວມມືພັດທະນາຊາຍແດນລາວ-ຫວຽດນາມ 20 ຕື້ກີບ.

ແນວໃດກໍດີ ຂໍ້ມູນຍັງໃຫ້ຮູ້ອີກວ່າ: ໃນ 5 ປີຜ່ານມາພັກລັດຖະບານກໍຄືສະພາແຫ່ງຊາດໄດ້ຈັດສັນງົບເຂົ້າໃນການພັດທະນາຊົນນະບົດຢູ່ແຂວງເຊກອງທັງໝົດກວ່າ 60 ຕື້ກີບ ໃສ່ 77 ໂຄງການ ໂດຍສ່ວນໃຫຍ່ແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງເປັນຕົ້ນແມ່ນ ເສັ້ນທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ ແລະອື່ນໆທັງໝົດເຫຼົ່ານີ້ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມທຸຍາກຂອງປະຊາຊົນ.

ໂດຍປະຈຸບັນແຂວງເຊກອງມີ ທັງໝົດ 200 ບ້ານ 19 ພັນກວ່າ ຄອບຄົວ, ມີພົນລະເມືອງ 1 ແສນກວ່າຄົນ ຊຶ່ງໃນນີ້ມີບ້ານທຸກຍາກ 89 ບ້ານກວມເອົາກວ່າ 40% ທຽບໃສ່ປີ 2010 ບ້ານທຸກຍາກຫຼຸດລົງ 62  ບ້ານ ຄອບຄົວທຸກຍາກ  1.772 ຄອບຄົວ ກວມເອົາ 11,9% ຫຼຸດລົງ 3.651 ຄອບຄົວ ແລະອັດຕາປະຊາກອນທຸກຍາກຫຼຸດລົງຈາກ 34% ໃນປີ 2010 ຍັງເຫຼືອ 18,41% ໃນປີ 2015.

ທີ່ມາ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...