spot_img
Homeຂ່າວການພັດທະນາຈະປະກາດເມືອງສັງທອງ ເປັນເມືອງພົ້ນທຸກ ທ້າຍເດືອນນີ້!

ຈະປະກາດເມືອງສັງທອງ ເປັນເມືອງພົ້ນທຸກ ທ້າຍເດືອນນີ້!

Published on

1390450370
ພາບກຳມະກອນກຳລັງຂຸ້ນຂ້ຽວກໍ່ສ້າງຮ່ອງລະບາຍນ້ຳ ຕາມສາຍທາງເລກທີ 11 ຢູ່ເມືອງສັງທອງ ເມື່ອຕົ້ນປີ 2014 ທີ່ຜ່ານມາ, ນະຄອນຫຼວງວຽງຈັນ ກຽມຈະປະກາດ ເມືອງດັ່ງກ່າວ ໃຫ້ກາຍເປັນເມືອງພົ້ນທຸກໃນທ້າຍເດືອນນີ້.

 

ກອງ​ປະຊຸມ​ກະກຽມ​ຄວາມ​ພ້ອມ ໃນ​ການ​ປະກາດ​ເມືອງ​ສັງ​ທອງ ເປັນ​ເມືອງ​ພົ້ນ​ທຸກ​ຂອງ​ນະຄອນຫຼວງ​ວຽງ​ຈັນ

ໄດ້​ມີ​ຂຶ້ນ​ວັນ​ທີ 10 ກໍລະກົດ 2014 ຢູ່​ຫ້ອງ​ວ່າການ​ປົກຄອງ ນະຄອນຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ

ສີ​ຫຸນ ສິດທິ​ລື​ໄຊ ປະທານ​ກວດກາ​ພັກ ຫົວໜ້າ​ພະ​ແນກ​ກວດກາ​ລັດ ນະຄອນຫຼວງ​ວຽງ​ຈັນ ມີ​ຄະນະ​ປະຈຳ​ພັກ

ຄະນະ​ພະແນກການ ເຈົ້າເມືອງ ແລະ ພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ມະຕິ​ແຕ່ງຕັ້ງ ແຜນການ​ຮູບ​ແບບ​ວິທີ​ການ

​ຕ່າງໆ ພ້ອມ​ນີ້​ຍັງ​ໄດ້​ມີ​ການ​ປຶກສາ​ຫາລື ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ​ນີ້ ກໍ່​ເພື່ອ​ກະກຽມ​ຄວາມ

​ພ້ອມ​ໃນ​ທຸກ​ດ້ານ ເພື່ອ​ປະກາດ​ເມືອງ​ສັງ​ທອງ ເປັນ​ເມືອງ​ພົ້ນ​ທຸກ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໃນ​ວັນ​ທີ 25 ກໍລະ

ກົດ 2014 ໃຫ້​ສຳເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

 

ທ່ານ ສີ​ຫຸນ ສິດທິ​ລື​ໄຊ ໄດ້​ກ່າວ​ວ່າ: ຄະນະ​ກຳມະການ​ທີ່​ຖືກ​ແຕ່ງຕັ້ງ ໃນ​ການ​ກະກຽມ​ຄວາມ​ພ້ອມ ເພື່ອ​ປະກາດ​

ເມືອງ​ສັງ​ທອງ ເປັນ​ເມືອງ​ພົ້ນ​ທຸກ ຕ້ອງ​ໄດ້​ຕັ້ງໜ້າ​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ຂອງ​ຕົນ ດ້ວຍ​ຄວາມ​ຮັບຜິດຊອບ​

ສູງ ແລະ ພາຍຫຼັງ​ການ​ປະກາດ​ເປັນ​ເມືອງ​ພົ້ນ​ທຸກ​ແລ້ວ ກໍ່​ຕ້ອງ​ສືບຕໍ່​ເອົາໃຈໃສ່​ຊຸກຍູ້​ເມືອງ​ດັ່ງກ່າວ ໃຫ້​ມີ​ການ​

ພັດທະນາ​ເຂັ້ມແຂງ​ຮອບດ້ານ.

 

ແຫຼ່ງຂ່າວ: Vientiane Mai Online

 

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...