spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ10 ອາການບົ່ງບອກສ່ຽງຕໍ່ການເປັນພະຍາດເບົາຫວານ

10 ອາການບົ່ງບອກສ່ຽງຕໍ່ການເປັນພະຍາດເບົາຫວານ

Published on

  1. ຫິວນໍ້າ ແລະໄປຖ່າຍເບົາຕະຫຼອດ: ເກີດຈາກນໍ້າຕານໃນເລືອດສູງຜິດປົກກະຕິ ຈົນຮ່າງກາຍຕ້ອງເລັ່ງຂັບອອກມາທາງນໍ້າປັດສະວະ ເຮັດໃຫ້ເຂົ້າຫ້ອງນໍ້າຕະຫຼອດ ພໍເຂົ້າຕະຫຼອດກໍເຮັດໃຫ້ຮ່າງກາຍຂາດນໍ້າ ຫຼືຫິວນໍ້າ
  2. ນໍ້າໜັກຫຼຸດລົງ ໂດຍບໍ່ມີເຈດຕະນາຈະຫຼຸດນໍ້າໜັກ: ລະດັບນໍ້າຕານໃນເລືອດສູງ ເຮັດໃຫ້ນໍ້າໜັກຫຼຸດລົງແບບ 5-10 ໂລ ໃນເວລາ 2-3 ເດືອນ, ເນື່ອງຈາກຮ່າງກາຍເອົານໍ້າຕານໄປໃຊ້ບໍ່ໄດ້ ກໍຈະດຶງໂປຣຕີນຈາກກ້າມເນື້ອ ໄປປ່ຽນເປັນພະລັງງານແທນ ແລ້ວຍັງມີອາການຂ້າງຄຽງອີກຄື ໝາກກໄຂ່ຫຼັງຈະເຮັດວຽກໜັກໃນການເຜົາຜານແຄລໍລີ່. ດັ່ງນັ້ນ ເຮົາຈຶ່ງມັກພົບວ່າ ພະຍາດເບົາຫວານ ກັບພະຍາດໝາກໄຂ່ຫຼັງມັກມາພ້ອມກັນ
  3. ຢາກກິນຕະຫຼອດ: ເພາະພະຍາດນີ້ເປັນຄວາມຜິດປົກກະຕິກ່ຽວກັບລະດັບນໍ້າຕານໃນເລືອດ ຈຶ່ງມີອາການວ່າ ເມື່ອໃດຮ່າງກາຍຂາດນໍ້າຕານ ຮ່າງກາຍຈະຮຽກຮ້ອງໃຫ້ເຮົາຢາກກິນຕະຫຼອດ ໃຫ້ມີອາຫານເຂົ້າໄປທົດແທນ
  4. ມີບັນຫາຜິວໜັງ: ທັງໆທີ່ບໍ່ເຄີຍເປັນມາກ່ອນ ອາການຂ້າງຄຽງຂອງການເປັນເບົາຫວານຄືຜິວແຫ້ງແຕກ ຫຼືຄັນ ບາງທີກໍມີຮອຍດຳຢູ່ຄໍ ຫຼືຂີ້ແຮ້ ຈຶ່ງຕ້ອງໝັ່ນສັງເກດສຸຂະພາບຕົວເອງໃຫ້ດີ ຫາກສົງໄສຕ້ອງໄປກວດ ກ່ອນຈະສາຍເກີນໄປ
  5. ເມື່ອເປັນບາດແລ້ວ ດີຊ້າຈົນຮູ້ສຶກຜິດປົກກະຕິ: ເພາະລະດັບນໍ້າຕານໃນເລືອດ ຈະຂັດຂວາງການເຮັດວຽກຂອງຫຼອດເລືອດ ດັ່ງນັ້ນເວລາບາດຈຶ່ງດີຊ້າ ເພາະເລືອດໄປຫຼໍ່ລ້ຽງບ່ອນບາດໜ້ອຍ ແລະຍັງຕ້ອງລະວັງການຕິດເຊື້ອ
  6. ຕິດເຊື້ອລາງ່າຍ: ຄົນເປັນເບົາຫວານຈະມີພູມຄຸ້ມກັນຕໍ່າ ຕິດເຊື້ອໄດ້ງ່າຍ ໂດຍສະເພາະເຊື້ອລາແຄນດິດາ ເຊິ່ງເຕີບໂຕໄດ້ດີໃນທີ່ມີນໍ້າຕານ
  7. ຮູ້ສຶກເມື່ອຍງ່າຍ: ລະດັບນໍ້າຕານໃນເລືອດສູງ ສົ່ງຜົນກະທົບຕໍ່ການເຮັດວຽກຂອງອະໄວຍະວະຕ່າງໆ ໃນຮ່າງກາຍຕະຫຼອດ
  8. ມີອາການຕາພາງ ເບິ່ງບໍ່ເຫັນແຈ້ງ: ລະດັບນໍ້າຕານສູງເກີນໄປ ຈະເຮັດໃຫ້ດວງຕາຜິດປົກກະຕິ ດ້ານການເບິ່ງເຫັນ ຄືວ່າມີຫຍັງລອຍໄປມາໃນດວງຕາ
  9. ມີອາການຊາຕາມປາຍມືປາຍຕີນ: ລະດັບນໍ້າຕານໃນເລືອດສູງເກີນໄປ ຈະທໍາລາຍລະບົບການເຮັດວຽກຂອງປະສາດ ເຮັດໃຫ້ເກີດອາການຊາຕາມປາຍມື ປາຍຕີນໄດ້
  10. ນໍ້າຕານໃນເລືອດສູງ: ເລື່ອງນີ້ພົບໄດ້ກໍລະນີມີການກວດສຸຂະພາບປະຈຳປີ ເຊິ່ງແພດກວດພົບ ຄົນເຈັບມີນໍ້າຕານໃນເລືອດສູງເກີນປົກກະຕິແລ້ວ ຕ້ອງມີການກວດຄືນ ເພາະອາດເປັນເບົາຫວານໄດ້.

ພະຍາດເບົາຫວານ ເກີດຂຶ້ນໄດ້ຈາກກຳມະພັນ, ການກິນອາຫານ, ການບໍ່ອອກກຳລັງກາຍ ມີຜົນຂ້າງຄຽງຕໍ່ຊີວິດໄດ້, ລວມຮອດສ້າງຄວາມບໍ່ເປັນສຸກກັບຊີວິດທີ່ຕ້ອງຢູ່ກັບຢາຄວບຄຸມລະດັບນໍ້າຕານຕະຫຼອດຊີວິດ, ທັງລະມັດລະວັງພະຍາດແຊກຊ້ອນ, ການສູນເສຍອະໄວຍະວະຈາກບາດແຜທີ່ຕິດເຊື້ອຮັກສາບໍ່ດີ, ການສູນເສຍການເບິ່ງເຫັນ ຫາກເບົາຫວານຂຶ້ນຕາ. ດັ່ງນັ້ນ ຈຶ່ງຄວນກວດສຸຂະພາບປະຈຳປີ ເພື່ອກວດເບິ່ງນໍ້າຕານໃນເລືອດ ແລະເບິ່ງແຍງຕົນເອງດ້ວຍການອອກກຳລັງກາຍ, ຄວບຄຸມອາຫານ ແລະສັງເກດເບິ່ງຫາກມີອາການຜິດປົກກະຕິທີ່ເບິ່ງແລ້ວອາດສ່ຽງຕໍ່ການເກີດເບົາຫວານ.

ທີ່ມາ: ສຸຂະພາບ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...