spot_img
Homeຂ່າວທ້ອງຖິ່ນແຈ້ງການເຖິງບັນດາເຈົ້າຂອງຕະຫລາດ, ສູນການຄ້າ, ບໍລິສັດ, ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດ

ແຈ້ງການເຖິງບັນດາເຈົ້າຂອງຕະຫລາດ, ສູນການຄ້າ, ບໍລິສັດ, ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດ

Published on

ພະແນກການອຸດສະຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເຖິງບັນດາເຈົ້າຂອງຕະຫລາດ, ສູນການຄ້າ, ບໍລິສັດ, ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດ ຕະຫລອດຮອດບັນດາຊາວຄ້າຂາຍສີນຄ້າທຸກປະເພດ ບໍ່ໃຫ້ວາງສີນຄ້າ, ປ້າຍໂຄສະນາ, ໂຕະຕັ່ງ, ລໍ້, ລົດບັນທຸກ ເພື່ອຂາຍສີນຄ້າ ຂອງຕົນກວມເອົາເຂດທາງຍ່າງ, ແຄມທາງ ແລະ ພື້ນທີ່ສາທາລະນະໃນຕົວເມືອງ ເປັນຕົ້ນ: ເສັ້ນທາງໜອງບອນ, ຄູວຽງ, ເຕ4 ແລະ ອື່ນໆ ໂດຍເດັດຂາດ, ຕ້ອງເຂົ້າໄປຂາຍໃນຂອບເຂດຕະຫລາດທີ່ມີການຈັດສັນຢ່າງເໝາະສົມເທົ່ານັ້ນ, ບັນດາຕະຫລາດ, ສູູນການຄ້າ ແລະ ຫ້າງຮ້ານຕ່າງໆ ໃຫ້ເພີ່ມທະວີເອົາໃຈໃສ່ຮັກສາຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຂອບເຂດຄວາມຮັບພິຊອບຂອງຕົນໃຫ້ດີ, ໂດຍມອບໃຫ້ຂະແໜງການຄ້າຂັ້ນເມືອງຕິດຕາມກວດກາ ແລະ ຫາກພົບເຫັນມີການລະເມີດແມ່ນໃຫ້ປະຕິບັດມາດຕະການຕາມລະບຽກົດໝາຍ.

ທັງນີ້ກໍເພື່ອແກ້ໄຂບັນຫາການຂາຍເຄື່ອງຊະຊາຍຕາມແຄມທາງ, ການຈອດລົດຊະຊາຍ, ອັນເປັນສາເຫດຕົ້ນຕໍ່ເຮັດໃຫ້ການສັນຈອນມີຄວາມແອອັດສັບສົນ ແລະ ເສັ້ນທາງເປີະເປື້ອນໝົດໄປເທື່ອລະກ້າວ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສໍາຄັນປີ່ນອ້ອມອື່ນໆ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

 

ຂ່າວຈາກ: ໜັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...