spot_img
Homeຂ່າວເຫດການລາວ-ກູບາ ເພີ່ມທະວີການແລກປ່ຽນ ດ້ານວັດທະນະທໍາຮ່ວມກັນ

ລາວ-ກູບາ ເພີ່ມທະວີການແລກປ່ຽນ ດ້ານວັດທະນະທໍາຮ່ວມກັນ

Published on

ຂປລ. ​ໃນ​ວັນ​ທີ 25 ສິງຫາ​ນີ້ ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງລັດຖະມົນຕີ ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ທ່ານ ນາງ ວຽງ​ໄຊ ວານ​ເດ​ສ໌ ຮອງ​ປະທານ​ສະມາຄົມ​ ມິດຕະພາບ​ກູ​ບາ-ລາວ, ທັງ​ເປັນນັກ​ສິນລະປິນທີ່​ມີ​ຊື່​ສຽງ​ຂອງ​ກູ​ບາ ພ້ອມ​ດ້ວຍຄະນະ ​ໃນ​ໂອ​ກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ແລກ​ປ່ຽນ​ວັດທະນະທຳ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ລາວ-ກູ​ບາ.

​ໃນ​ໂອກາດ​ນີ້, ທ່ານຮອງ​ລັດຖະມົນຕີ ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ຕ້ອນຮັບຊົມ​ເຊີຍ​ຕໍ່ ທ່ານ ນາງ ວຽງ​ໄຊ ວານ​ເດ​ສ໌ ພ້ອມ​ດ້ວຍ​ຄະນະ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສໍາຄັນ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍຮ່ວມ​ມື ການ​ແລກ​ປ່ຽນ​ວັດທະນະ​ທໍາ​ເຊິ່ງກັນ ​ແລະ ກັນ ລະຫວ່າງ ລາວ-ກູ​ບາ, ກູ​ບາ-ລາວ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ​ ງອກ​ງາມ​ຍິ່ງ​ຂຶ້ນ. ​​ເຊິ່ງໄດ້​ນໍາ​​ເອົາການສະ​ແດງ​ສິລະ​ປະ​ຂອງ​ກູ​ບາ ​ແລະ ການສະ​ແດງ​ຟ້ອນ, ຮ້ອງ​ເພງ​ທີ່​ເປັນ​ເອກະລັກ ວັດທະນະ​ທໍາ​ຂອງ​ຊາດ​ລາວ ທີ່​ສະ​ແດງໃຫ້​ເຫັນ​ວ່າ ສີ​ລະ​ປະ​​ສາມາດ​ເຂົ້າ​ເຖິງ​ທຸກ​ກຸ່ມ​ຄົນ​ໂດຍບໍ່​ມີ​ພົມ​ແດນ, ​​​ເຮັດ​ໃຫ້​ນັກ​ສີ​ລະ​ປິນ ລາວ-​ກູ​ບາ ​ໄດ້​ຮຽນຮູ້​​​ເຂົ້າ​ໃຈ ​ແລະ ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ.

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ນາງ ວຽງ​ໄຊ ວານ​ເດ​ສ໌ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ທ່ານ ບົວ​ເງິນ ຊາ​ພູ​ວົງ ທີ່​ໄດ້​ສະຫລະ​ເວລາ​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ​​​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​​ຈຸດປະສົງ​ຂອງ​ການ​ເດີນທາງມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ໃນ​​ຄັ້ງ​ນີ້.​ ເພື່ອ​ສະ​ເຫລີ​ມສະຫລອງວັນ​ຄ້າຍ​ວັນ​ເກີດຂອງ ທ່ານ ຟີ​ແດນ ກາສ​ໂຕຣ ອະດີດ​ປະທານ​ປະ​ເທດ ສາທາລະນະ​ລັດກູ​ບາ ຄົບຮອບ 60 ປີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...