spot_img
Homeຂ່າວພາຍ​ໃນຫົວໜ້າຈັດຕັ້ງສູນກາງຊີ້ ການກໍ່ສ້າງພັກ-ພະນັກງານ ຫລາຍດ້ານຕ້ອງໄດ້ປັບປຸງ ເຜີຍ 5 ປີ ລົງວິໄນສະມາຊິກພັກ ເກືອບ 2 ພັນຄົນ!

ຫົວໜ້າຈັດຕັ້ງສູນກາງຊີ້ ການກໍ່ສ້າງພັກ-ພະນັກງານ ຫລາຍດ້ານຕ້ອງໄດ້ປັບປຸງ ເຜີຍ 5 ປີ ລົງວິໄນສະມາຊິກພັກ ເກືອບ 2 ພັນຄົນ!

Published on

ຂປລ. ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ​ກໍາ​ມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ແຈ້ງ​ຕໍ່​ກອງ​ປະຊຸມ ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ​ ຄັ້ງ​ທີ 10, ​ໃນວັນ​ທີ 22 ສິງຫາ 2016 ນີ້​ວ່າ: ການ​ກໍ່ສ້າງ​ພັກ​-ພະນັກງານ ​ໃນ​ໄລຍະ​ຜ່ານ​ມາ​ ໄດ້​ດໍາ​ເນີນ​ດ້ວຍ​ຫລາຍ​ເນື້ອ​ໃນ, ຫລາຍ​ຮູບ​ການ, ວິທີ​ການ ​ແລະ ​ໄດ້​ປະສົບ​ຜົນ​ສໍາ​ເລັດ​ ໃນ​ຫລາຍ​ດ້ານ​ກໍ​ຕາມ ແຕ່​ກໍ​ຍັງ​ມີ​ຫລາຍດ້ານ​ທີ່ຍັງ​ບໍ່​ສອດຄ່ອງ​ ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ທີ່​ເຮົາ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສືບ​ຕໍ່​ປັບປຸງ​ແກ້​ໄຂ ​ເປັນ​ຕົ້ນ​ແມ່ນ ຄວາມ​ຮັບ​ຮູ້​ເຂົ້າ​ໃຈ​ຂອງ​ພະນັກງານ ​ສະມາຊິກ​ພັກ​ ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ ຍັງ​ບໍ່​ທັນ​ເລິກ​ເຊິ່ງ, ບໍ່​ທັນ​ມີການ​ຫັນປ່ຽນ​ທີ່​ຕັ້ງໜ້າ​ ທາງ​ດ້ານ​ແນວ​ຄິດ ​ແລະ ຈິນຕະນາການ, ການ​ຄົ້ນ​ຄວ້າ​ຫັນ​ເອົາ​ແນວທາງ​ຂອງ​ພັກ ​ເປັນ​ແຜນ​ງານ, ​ໂຄງການ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຢູ່​ຂັ້ນ​ຂອງ​ຕົນ​ຍັງ​ຊັກ​ຊ້າ, ຈັນ​ຍາ​ບັນ, ຄວາມ​ຮັບຜິດຊອບຕໍ່​ການ​ປະຕິບັດ​ໜ້າ​ທີ່ ​ແລະ ຄວາມ​ເປັນ​ເຈົ້າ​​ ໃນ​ການ​ບໍລິການ​ຮັບ​ໃຊ້​ປະຊາຊົນ​ຍັງ​ບໍ່​ທັນ​ສູງ, ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ຄວາມ​ເປັນ​ແບບຢ່າງ​ນໍາ​ໜ້າ​ຂອງ​ສະມາຊິກ​ ພັກ-ພະນັກງານ​ ຈໍານວນ​ໜຶ່ງ ​ມີ​ດ້ານ​ເສື່ອມຖອຍ, ການລະ​ເມີດລະບຽບ​ວິ​ໄນ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ການ​ສວຍ​ໃຊ້​ໜ້າ​ທີ່​ຕໍາ​ແໜ່​ງ, ອາດຍາ​ສິດ, ສໍ້​ລາດ​ບັງ​ຫລວງ, ​ໃຫ້ ​ແລະ ຮັບ​ສິນ​ບົນ​ ເກີດ​ຢູ່​ໃນ​ການຈັດ​ຕັ້ງ​ຕ່າງໆ ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ ເຖິງ​ບົດບາດ​ການ​ນໍາພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດເຮົາ​ບໍ່​ໜ້ອຍ.

1-1-2

ທ່ານ ຈັນ​ສີ ​ໂພ​ສີ​ຄໍາ ຍັງ​​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຍິ່ງ​ໄປ​ກວ່າ​ນັ້ນ ການຈັດ​ຕັ້ງ​ແຕ່ລະ​ຂັ້ນ ​ເຖິງ​ວ່າ​ໄດ້​ຮັບ​ການ​ປັບປຸງ ​ແຕ່​ການ​ເຄື່ອນ​ໄຫວ​ນໍາພາ​ຢູ່ບາງບ່ອນ ຍັງ​ເຮັດບໍ່​ທັນ​​ໄດ້ດີ​ເທົ່າ​ທີ່​ຄວນ, ບໍ່​ທັນ​ໄດ້​ເຄື່ອນ​ໄຫວ​ຊີ້​ນໍາ-ນໍາພາ​ ຕາມ​ພາລະ​ບົດບາດໜ້າ​ທີ່​ຂອງ​ຕົນ, ຄຸນ​ນະພາ​ບ ຂອງ​ການ​ກໍ່ສ້າງ ​ໜ່ວຍ​ພັກເຂັ້ມ​ແຂງ​ຮູ້​ນໍາພາ​ຮອບດ້ານ​ ຈໍານວນ​ໜຶ່ງ​ບໍ່​ທັນ​ສູງ ​ແລະ ບໍ່​ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້, ຈໍານວນ​ສະມາຊິກ​ພັກ​ໄດ້​ເພີ່ມ​ຂຶ້ນ ​ແຕ່​ຄຸນ​ນະພາ​ບບໍ່​ທັນ​ສູງ, ບາງ​ບ່ອນການ​ຂະຫຍາຍ​ພັກ​ ບໍ່​ຖືກ​ຕາມ​ກົດ​ລະບຽບ​ພັກ​ ແລ່ນ​ນໍາ​ປະລິມານ, ຖື​ເບົາ​ທາງ​ດ້ານ​ຄຸນ​ນະພາ​ບ, ການ​ສຶກສາ​ອົບຮົມ​ ວັດຖຸ​ປະສົງ​ເຂົ້າ​ພັກ​ບໍ່​ທັນ​ເລິກ​ເຊິ່ງ, ຈໍານວນ​ໜຶ່ງ​ເຂົ້າ​ພັກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ, ການ​ຂະຫຍາຍ​ພັກ ​ໃນ​ຖັນ​ແຖວ​ພະນັກງານ​ລັດຖະກອນ ​ເພີ່ມ​ຂຶ້ນ​ຫລາຍ, ​ແຕ່​ຢູ່​ຮາກ​ຖານ​ຂັ້ນ​ບ້ານ​ຂະຫຍາຍ​ໄດ້​ໜ້ອຍ, ການ​ຂະຫຍາຍ​ພັກ​ບາງ​ບ່ອນ​ ມີ​ລັກສະນະ​ກຸ່ມ​ກ້ອນ​, ພັກ​ພວກ, ​ຄົນ​ເຈົ້າຄົນ​ຂ້ອຍ, ຮ້າຍ​ແຮງ​ກວ່າ​ນັ້ນ​ ຍັງ​ມີ​ຫາງ​ສຽງວິພາກ​ວິຈານ​ຢາກ​ເຂົ້າ​ພັກ ​ກໍ​ມີ​ການ​ຊື້​ຈ້າງ​ຈອບ​ອອຍ ​ດ້ວຍ​ຮູບ​ການ​ທາງ​ກົງ ​ຫລື ທາງ​ອ້ອມ, ການ​ຕິດຕາມ​ກວດກາ, ຄຸ້ມ​ຄອງ​ປ້ອງ​ກັນ​ການຈັດ​ຕັ້ງ ​ແລະ ຖັນ​ແຖວ​ສະມາຊິກ​ພັກ​ ບາງ​ບ່ອນຍັງ​ເຮັດ​ບໍ່​ທັນ​​ໄດ້ດີ, ມີ​ຈໍານວນ​ໜຶ່ງ ​ເມື່ອ​ເຂົ້າ​ພັກ​ແລ້ວ ​ບໍ່​ມີ​ການເຄື່ອນ​ໄຫວ​ວຽກ​ພັກ, ຫ່າງ​ເຫີ​ນມະຫາຊົນ, ອາດຍາ​ສິດ, ສວຍ​ໃຊ້​ໜ້າ​ທີ່​ຕໍາ​ແໜ່​ງ ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​. ໃນ 5 ປີຜ່ານມາ ມີ​ສະມາຊິກ​ພັກ ຖືກ​ລົງ​ວິ​ໄນ​ທັງ​ໝົດ 1.806 ສະຫາຍ, ຍິງ 171 ສະຫາຍ ​ແລະ ​ອອກ​ຈາກ​ພັກ 1.007 ສະຫາຍ, ການ​ດໍາ​ເນີນກອງ​ປະຊຸມ​ໃຫຍ່​ ບາງ​ບ່ອນຍັງ​​ເຮັດ​ບໍ່​ທັນ​ດີເທົ່າ​ທີ່​ຄວນ, ຂະ​ບວນການ​ຕ່າງໆ​ບໍ່​ຟົດ​ຟື້ນ ​ແລະ ບໍ່​ທັນ​ກາຍ​ເປັນຂະ​ບວນການ​ມະຫາຊົນ​ຢ່າງ​ແທ້​ຈິງ, ການ​ປະຕິບັດລວມສູນ​ປະຊາທິປະ​ໄຕພາຍ​ໃນ​ພັກ​ ບາງ​ບ່ອນ​ບໍ່​ທັນ​ເຂັ້ມ​ງວດ, ມີ​ປະຊາທິປະ​ໄຕ​ແບບ​ຮູບ​ການ, ການ​ຂຶ້ນ​ແຜນ​ກໍານົດ​ພະນັກງານ​ ບໍ່​ທັນ​ເປັນ​ລະບົບ​ຄົບ​ຊຸດ, ການ​ຄຸ້ມ​ຄອງ​ພະນັກງານ ​ບໍ່​ທັນ​ປະຕິບັດ​ເຂັ້ມ​ງວດຕາມ​ລະບຽບ​ທີ່​ກໍານົດ​ໄວ້, ບໍ່​ທັນ​ກໍາ​ແໜ້ນ​ການ​ເຄື່ອນ​ໄຫວ​ ຂອງ​ພະນັກງານ, ກົນ​ໄກ​ການ​ປະສານ​ສົມທົບ ລະຫວ່າງ​ສາຍ​ຕັ້ງ, ສາຍ​ຂວາງ​ບໍ່​ທັນ​ເປັນ​ລະບົບ​, ການ​ປະຕິບັດ​ນະ​ໂຍບາຍ​ ຕໍ່​ພະນັກງານ-​ລັດຖະກອນ ບໍ່​ທັນ​ເປັນ​ລະບົບ​ຄົບ​ຊຸດ ​ແລະ ບໍ່​ທົ່ວ​ເຖິງ, ບ່ອນ​ທີ່​ມີ​​ເງື່ອນ​ໄຂ​ ກໍ​ກໍານົດ​ລະບອບນະ​ໂຍບາຍ​ສະ​ເພາະ ​ທີ່​ບໍ່​ສອດຄ່ອງ​ກັບ​ ນະ​ໂຍບາຍ​ລວມ, ການຈັດ​ຕັ້ງ​ລະບົບ​ການ​ເມືອງ​ແຕ່​ສູນ​ກາງລົງ​ຮອດ​ຮາກ​ຖານ ​ບາງ​ບ່ອນ​ບໍ່​ທັນ​ໄດ້​ປັບປຸງ​ຕາມ​ທິດ​ກະທັດ​ຮັດ ​ແລະ ສົມ​ເຫດ​ສົມ​ຜົນ, ກົງຈັກ​ການຈັດ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ​ຮາກ​ຖານ ​ບາງ​ບ່ອນ​ບໍ່​ທັນ​ສອດຄ່ອງກັບ​ເງື່ອນ​ໄຂ ​ແລະ ບໍລິ​ມາດ​ຂອງ​ວຽກ​ງານ​ຕົວ​ຈິງ, ບາງ​ບ່ອນ​ສ້າງ​ຂຶ້ນ​ແລ້ວ ​ບໍ່​ໄດ້​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ, ຂາດ​ບຸກຄະລາ​ກອນ, ພາຫະນະ​ອຸປະກອນ​ຮັບ​ໃຊ້ ​ແລະ ອາຄານ​ສະຖານ​ທີ່​ເຮັດ​ວຽກ​, ​ເກີດ​ມີ​ຂໍ້​ສະ​ເໜີ​ຮຽກຮ້ອງ​ຕ່າງໆ​ ອັນ​ໄດ້​ສ້າງ​ຄວາມ​ຫຍຸ້ງຍາກ ​ໃຫ້​ແກ່​ອົງການ​ປົກຄອງ​ທ້ອງ​ຖິ່ນ ​ຫລາຍ​ພໍສົມຄວນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...

ເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2024 ຜ່ານມານີ້ວ່າ, ຟາມໂຕແຂ້ແຫ່ງໜຶ່ງໃນຈັງຫວັດລຳພູນ ປະເທດໄທ ໄດ້ທຳການປິດຊີວິດໂຕແຂ້ໝົດທັງໝົດໃນຟາມເກືອບຮ້ອຍໂຕເນື່ອງຈາກຢ້ານນ້ຳຖ້ວມ ແລະ ເຮັດໃຫ້ແຂ້ຫຼຸດອອກມາກັດຄົນໃນພຶ້ນທີ່ດັ່ງກ່າວ. ເຈົ້າຂອງຟາມໄດ້ລະບຸວ່າ: ໄດ້ຕັດສິນໃຈນຳໂຕແຂ້ພໍ່-ແມ່ ພັນທີ່ຢູ່ດ້ວຍກັນມາຕັ້ງແຕ່ທຳອິດເມື່ອ 17 ປີອອກຈາກອ່າງທັງໝົດ...