spot_img
Homeຂ່າວການພັດທະນາພັດທະນາເຂດແຄມຂອງ ບໍລິເວນບ້ານສີຖານ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ສະອາດງາມຕາ!

ພັດທະນາເຂດແຄມຂອງ ບໍລິເວນບ້ານສີຖານ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ສະອາດງາມຕາ!

Published on

ຂປລ. ພາຍຫລັງທີ່​ ບໍລິສັດ​ ກ້ອງຟ້າວັດທະນາ ໄດ້ເຂົ້າມາສໍາປະທານ​ ​ແລະ ພັດທະນາ​ເຂດ​ແຄມ​ຂອງ ​ບໍລິ​ເວນບ້ານ​ສີຖານ, ​ເມືອງສີໂຄດຕະບອງ ໃນເນື້ອທີ່ 2.509 ຕາແມັດ ​​ເຊິ່ງປັດຈຸບັນ ໄດ້ປັບປຸງພື້ນຖານໂຄງລ່າງຄືນໃໝ່​ເຊັ່ນ: ລະບົບ​ໄຟຟ້າ, ຫ້ອງ​ນ້ຳ ​ແລະ ລະບົບ​ນ້ຳປະປາ ລວມທັງ​ຕົບ​ແຕ່ງປູກ​ຕົ້ນ​ດອກ​ໄມ້​, ຈັດ​ສັນ​ພື້ນ​ທີ່​ ໃຫ້​ເປັນ​ລະບຽບ ​ແລະ ທໍາ​ຄວາມ​ສະອາດ ເຮັດ​ໃຫ້​ສະຖານ​ທີ່​ແຫ່ງ​ດັ່ງກ່າວ, ກາຍ​ເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍສົດງົດງາມສະອາດງາມ​ຕາ ​ແລະ ມີຄວາມຍືນຍົງຕາມທິດສີຂຽວ ທີ່ນະຄອນຫລວງວຽງຈັນ ວາງອອກ.

ທ່ານ ກ້ອງຟ້າ ພົມມະຈັກ ປະທານບໍລິສັດ ກ້ອງຟ້າວັດທະນາ ຜູ້ພັດທະນາແຄມຂອງ​ ໄດ້ແຈ້ງໃຫ້ຮູ້​ເມື່ອທ້າຍ​ອາທິດ​ຜ່ານ​ມາ​ນີ້ວ່າ: ອີງຕາມແນວທາງນະໂຍບາຍຂອງ​ ອໍານາດການປົກຄອງ​ ນະຄອນຫລວງວຽງຈັນແລະ ອີງຕາມນະໂຍບາຍ 6 ສ້າງນະຄອນຫລວງວຽງຈັນຕາມທິດໃຫ້ກາຍເປັນເມືອງທີ່ໜ້າຢູ່ ເຮັດໃຫ້ສະຖານທີ່ແຄມຂອງ​​ ໃຫ້ມີຄວາມສະອາດສວຍ​ງາມ ເພື່ອຮັບຮອງແລະ ດຶງດູດນັກທ່ອງທ່ຽວ ທັງຮັບປະກັນໃຫ້ເຂດດັ່ງກ່າວ ​ໃຫ້ມີຄວາມສະອາດສວຍ​ງາມຂຶ້ນກວ່າເກົ່າ​ ​​​ເພື່ອຕ້ອນຮັບ​ ກອງປະຊຸມທີ່ສໍາຄັນຕ່າງໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໂດຍສະເພາະ ກອງປະຊຸມສຸດຍອດອາຊຽນແລະ ກອງປະຊຸມເຈົ້າຄອງອາຊຽນເຊິ່ງໄລຍະດັ່ງກ່າວ ຈະມີບັນດາຜູ້ແທນຂອງປະເທດຕ່າງໆ ເດີນທາງເຂົ້າມາຮ່ວມຈໍານວນຫລວງຫລາຍ. ສະນັ້ນ, ເພື່ອເຮັດໃຫ້ສະຖານທີ່ແຫ່ງນີ້ ເປັນສະຖານທີ່ທີ່ສວຍງາມ ອີກແຫ່ງໜຶ່ງ ເປັນທີ່ເອກອ້າງດຶງດູດ​​ ໃຫ້ຜູ້ມາຢ້ຽມຢາມ ກໍຄືນັກທ່ອງທ່ຽວ ທັງພາຍໃນແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ, ສ້າງສະເໜ່ດຶງດູດໃຈນັ້ນ ທາງບໍລິສັດ ກ້ອງຟ້າວັດທະນາ ຈຶ່ງໄດ້ຂໍຄືນພື້ນທີ່ຈາກຜູ້ປະກອບການຮ້ານອາຫານ ​​ເພື່ອປັບປຸງຄືນພື້ນຖານໂຄງລ່າງ, ຈັດສັນສະຖານທີ່ຄືນໃໝ່, ພ້ອມທັງທໍາຄວາມສະອາດ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ປັບສັນພື້ນທີ່ເປົ່າຫວ່າງ​ ກວມ​ 25% ຂອງເນື້ອທີ່ທັງໝົດເພື່ອໃຫ້ນັກທ່ອງທ່ຽວ ສາມາດນັ່ງຊົມຄວາມງົດງາມຂອງບັນຍາກາດແຄມຂອງຍາມ​ແລງ ເປັນຕົ້ນຊົມພະອາທິດຕົກດິນທີ່ສວຍງາມ.ເຊິ່ງແຄມຂອງແຫ່ງນີ້ ຖືເປັນສະຖານທີ່ຊົມພະອາທິດຕົກດິນ ທີ່ສວຍງາມແຫ່ງໜຶ່ງກໍວ່າໄດ້ ພ້ອມນັ້ນ, ກໍໄດ້ອອກຂໍ້ກໍານົດໃໝ່ ໃຫ້ກັບບັນດາຮ້ານອາຫານ​​ ໃຫ້ເກັບມ້ຽນເສດອາຫານໃຫ້ດີ ພາຍຫລັງ ປິດຮ້ານ​ໃນແຕ່ລະມື້, ກໍານົດລະອຽດກ່ຽວກັບການຈັດໂຕະຕັ່ງ ໃຫ້ຢູ່ໃນລະດັບສູງ ລະຫວ່າງ 1 ​ແມັດເພື່ອບໍ່ໃຫ້ປິດບັງພູມມີທັດໃຫ້ສາມາດແນມເຫັນ ທິວທັດ​​ແຄມຂອງ ໄດ້ຢ່າງສວຍງາມເພື່ອຮັກສາຄວາມສະອາດແລະ ຮັກສາສະພາບແວດລ້ອມ ທີ່​ດີ.

ທ່ານ  ກອງຟ້າ ພົມມະຈັກ ກ່າວ​ຕື່ມ​​ວ່າ: ບໍລິສັດ​ ກອງ​ຟ້າ​ວັດທະນາ ​ເປັນ​ບໍລິສັດທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ຈາກ​ອໍານາດ​ການ​ປົກຄອງ​ ນະຄອນຫລວງ​ວຽງ​ຈັນ​ ໃຫ້​ເຂົ້າ​ມາ​ທົດ​ລອງ​ ພັດທະນາ​ເຂດ​ແຄມ​ຂອງ​​ ໃນ​ປີ 2013 ​ເພື່ອ​ເຮັດ​ສະຖານ​ທີ່​ດັ່ງກ່າວ, ໃຫ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ​ທີ່​ໂດດ​ເດັ່ນ​ເນັ້ນ​ຄວາມ​ສະອາດ, ສີຂຽວ, ສະຫວ່າງ, ສະ​ເໜ່ຕາມ​ນະ​ໂຍບາຍ 6 ສ ຂອງ​ນະຄອນຫລວງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...