spot_img
Homeຂ່າວເຫດການປະທານສູນກາງແນວລາວສ້າງຊາດ ຊຸກຍູ້ວຽກງານແນວໂຮມ ຢູ່ແຂວງສະຫວັນນະເຂດ

ປະທານສູນກາງແນວລາວສ້າງຊາດ ຊຸກຍູ້ວຽກງານແນວໂຮມ ຢູ່ແຂວງສະຫວັນນະເຂດ

Published on

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານແນວລາວສ້າງຊາດ ທີ່ແຂວງສະຫວັນນະເຂດ ໂດຍໄດ້ພົບປະໂອ້ລົມ ບັນດາຄະນະນຳແຂວງ, ອົງການພຸດທະສາສະໜາສຳພັນລາວ, ຄະນະຈັດຕັ້ງສາສະໜາຕ່າງໆ, ແນວລາວສ້າງຊາດ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ໃນເມື່ອວັນທີ 18 ສິງຫາຜ່ານມານີ້ ທີ່ສະໂມສອນແຂວງ.

ການພົບປະໂອ້ລົມຄັ້ງນີ້ ທ່ານປະທານ ສນຊ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ແລະ ຫວນຄືນມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 66 ປີ (13/8/1950-13/8/2016) ແລະ ໂອ້ລົມຕໍ່ຄະນະຈັດຕັ້ງສາສະໜາ, ຊັ້ນຄົນ ແລະ ການຈັດຕັ້ງສັງຄົມ ໃນແຂວງສະຫວັນນະເຂດ ຊຶ່ງທ່ານໄດ້ຍົກໃຫ້ເຫັນ 4 ປະເດັນ ສຳຄັນຄື: ສະພາບການທີ່ພົ້ນເດັ່ນຂອງສາກົນ, ພາກພື້ນ ແລະ ສະພາບພາຍໃນປະເທດ; ຂະບວນວິວັດແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງແນວລາວສ້າງຊາດ ແລະ ຂໍ້ແລກປ່ຽນບາງເນື້ອໃນຈິດໃຈ ກ່ຽວກັບສູນກາງແນວລາວສ້າງຊາດ ແລະ ການຈັດຕັ້ງສາສະໜາຕ່າງໆ. ພ້ອມດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ສະພາບລວມຂອງ ແຕ່ລະສາສະໜາ ໃນການສັ່ງສອນໃຫ້ທຸກຄົນກະທຳແຕ່ຄວາມດີ ລະເວັ້ນຄວາມຊົ່ວ, ລົດອະຄະຕິ ເຮັດໃຫ້ສັງຄົມມີຄວາມສາມັກຄີປອງດອງກັນ ແລະ ຍັງໄດ້ຮຽກຮ້ອງໃຫ້ບັນດາສາສະໜາຕ່າງໆ ຈົ່ງເອົາ ໃຈໃສ່ປຸກລະດົມຂົນຂວາຍ ສາສະນິກະຊົນຂອງຕົນ ປະກອບສ່ວນໃນຂະບວນການຕ່າງໆ ແລະ ພ້ອມກັນເຄື່ອນໄຫວ ໃຫ້ຖືກຕ້ອງສອດຄ່ອງ ຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຈົ່ງຊ່ວຍກັນເອົາໃຈໃສ່ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ສວຍໃຊ້ວຽກງານເຜົ່າ, ວຽກງານສາສະໜາ ເພື່ອເຄື່ອນໄຫວແບ່ງແຍກຄວາມສາມັກຄີພາຍໃນ, ຕ້ອງປະຕິບັດຕາມລະບຽບກົດໝາຍ, ເຄົາລົບລະບຽບ ແລະ ການຈັດຕັ້ງ, ເອົາໃຈໃສ່ປະຕິບັດໃຫ້ຖືກ ຕາມດຳລັດວ່າດ້ວຍການປົກປ້ອງ ແລະ ຄຸ້ມຄອງການເຄື່ອນໄຫວສາສະໜາ (ດຳລັດ 92/ນຍ), ຍິ່ງໄປກວ່ານັ້ນ ແມ່ນການຮັກສາຄວາມສະຫງົບ ເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ປ້ອງກັນ ບໍ່ໃຫ້ມີບັນຫາເກີດຂຶ້ນ ຈາກກຸ່ມຄົນທີ່ບໍ່ ຫວັງດີຕໍ່ປະເທດເຮົາ ແລະ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ເຂົ້າຮ່ວມທຸກຂະບວນການສຳຄັນຂອງຊາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮັ່ງມີເຂັ້ມແຂງ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...