spot_img
Homeຄວາມງາມແຟຊັ່ນ ທີ່ເຮັດໃຫ້ນ້ຳໜັກຂຶ້ນ

ແຟຊັ່ນ ທີ່ເຮັດໃຫ້ນ້ຳໜັກຂຶ້ນ

Published on

 

ຈະວ່າໄປກໍມີຫຼາຍປັດໄຈທີ່ເຮັດໃຫ້ນ້ຳໜັກຂງເຮົາຂຶ້ນງ່າຍໆ ບໍ່ວ່າຈະເປັນອາຫານຈານໂປດເກີນຫ້າມໃຈ ຄວາມຄຽດສະສົມ ແລະການນອນເດິກ ແຕ່ກໍຍັງບໍ່ເວັ້ນຈະມີເຫດເພິ່ມເຕີມທີ່ສາມາດເຮັດໃຫ້ນ້ຳໜັກເຮົາຂຶ້ນໄດ້ອີກ ເຊັ່ນ 2 ແຟຊັ່ນ ທີ່ສາວໆ ນິຍົມກັນຕໍ່ໄປນີ້ ເຊິ່ງເວັບໄຊ Our Vanity ເຂົາໄດ້ຊື່ມໃສ່ຫູວ່າ ສາມາດເພິ່ມນ້ຳໜັກໃຫ້ເຮົາໄດ້ຢ່າງບໍ່ຮູ້ໂຕເລີຍເດີ..

173383

  1. ເລກກິ້ງ

ເລກກິ້ງເບິ່ງຈະເປັນສິ່ງທີ່ສາວໆ ສະໄໝໃໝ່ຕ້ອງມີຕິດຕູ້ໄວ້ ແຕ່ນັກວິທະຍາສາດພັດກ່າວວ່າ ການສວມໃສ່ເລກກິ້ງທຸກວັນຈະເຮັດໃຫ້ຮ່າງກາຍເກີດພາວະກ້າມຊີ້ນຂີ້ຄ້ານ ເຊິ່ງຈະສົ່ງຜົນໃຫ້ກ້າມຊີ້ນກົ້ນ ແລະໜ້າທ້ອງຢ່ອນຍານ.

ດ້ວຍການອະທິບາຍວ່າ ເລກກິ້ງຖືກອອກແບບມາໃຫ້ເຂົ້າກັບສະລີລະ ກົກຂາ, ກະໂພກ ແລະໜ້າທ້ອງຂອງເຮົາໃຫ້ເຄື່ອນໄຫວໄດ້ຢ່າງສະດວກ ແລະສະບາຍຈົນເກີນໄປ ຈົນເຮັດໃຫ້ຮ່າງກາຍ ໂດຍສະເພາະສະລີລະສ່ວນທີ່ກ່າວມານັ້ນບໍ່ຕ້ອງອອກແຮງຕ້ານຫຼືໄດ້ເໜັງຕິງຫຍັງຢ່າງທີ່ມັນຄວນຈະເປັນ ຈຶ່ງເຮັດໃຫ້ບໍ່ຟິດເຟີມແລະເກີດຄວາມຢ່ອນຍານກ່ອນເວລາອັນຄວນ.

 

173384

2. ເກີບສົ້ນສູງ

ຖືເປັນສິ່ງໜຶ່ງທີ່ສາວໆ ບໍ່ພາດຢ່າງແນ່ນອນ ເພາະໃສ່ເກີບສົ້ນສູງແລ້ວເບິ່ງຄືຫ້າວຫານ ຫຸ່ນດີ ໝັ້ນໃຈ ແຕ່ເທຣນເນີຊົ່ວໂມງບິນສູງພັດບອກວ່າ ການໃສ່ສົ້ນສູງເລື້ອຍໆ ຈະເຮັດໃຫ້ການຍ່າງຂອງເຮົາຜິດທ່າທາງໄປຈາກເກົ່າຂ້ອນຂ້າງຫຼາຍ ໂດຍທີ່ເວລາສວມສົ້ນສູງແລະກ້າວເດິນ ກະດູກອ່າງຊາມຈະຍື່ນໄປທາງໜ້າ ເຮັດໃຫ້ໜ້າທ້ອງບິດໄປທາງໜ້າ ແລະສົ່ງຜົນໃຫ້ຊີ້ນແລະໄຂມັນບໍລິເວນໜ້າທ້ອງໄຫຼລວມໄປຢູ່ບ່ອນດຽວກັນ ຈົນເກີດເປັນຊັ້ນຫຼືເປັນຖົງຢູ່ໜ້າທ້ອງໃນທີ່ສຸດ.

ບໍ່ໄດ້ກິນກໍຍັງອ້ວນໄດ້ແບບນີ້ເປັນຕາຢ້ານອີ່ຫຼີ ແຕ່ຖ້າໃຜຈຳເປັນຕ້ອງໃຊ້ບໍລິການແຟຊັ່ນເຫຼົ່ານີ້ ເຮົາກໍບໍ່ໄດ້ຫ້າມ ແຕ່ຂໍໃຫ້ໝັ່ນອອກກຳລັງກາຍ ເພື່ອໃຫ້ກ້າມຊີ້ນໄດ້ເຄື່ອນໄຫວກັບຄືສະພາບປົກກະຕິ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...