spot_img
Homeຂ່າວທ້ອງຖິ່ນປະຫວັດ ແລະ ຂໍ້ມູນທົ່ວໄປຂອງ ແຂວງຊຽງຂວາງ

ປະຫວັດ ແລະ ຂໍ້ມູນທົ່ວໄປຂອງ ແຂວງຊຽງຂວາງ

Published on

5992

ຂໍ້ມູນທົ່ວໄປຂອງແຂວງຊຽງຂວາງ
ຊື່ພາສາລາວ ແຂວງຊຽງຂວາງ
ເມືອງເອກ ເມືອງແປກ(ໂພນສະຫວັນ)

ຂໍ້ມູນສະຖິຕິ

ເນື້ອທີ່ 16,358 km²
ປະຊາກອນ 287,683 (2012 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 18 ຄົນ/km²

ແຂວງຊຽງຂວາງ ເປັນແຂວງທີ່ອຸດົມສົມບູນໄປດ້ວຍ ຊັບໃນດິນສິນໃນນ້ຳ ແລະ ປ່າໄມ້ທີ່ອຸດົມສົມບູນ ມີແຫຼ່ງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ເຊັ່ນ: ທົ່ງໄຫຫີນ, ບໍ່ນ້ຳຮ້ອນ. ນອກຈາກນັ້ນ ແຂວງຊຽງຂວາງ ຍັງ ແມ່ນ ໜຶ່ງໃນບັນດາແຂວງທີ່ບໍ່ມີພົມແດນ ຕິດກັບ ແມ່ນຳ້ຂອງ ແລະ ຍັງເປັນແຂວງທີ່ ພູທີ່ສູງທີ່ສຸດໃນ ປະເທດລາວ ຕັ້ງຢູ່ ນັ້ນຄື ພູເບ້ຍ ສູງ 2820 ແມັດ (ປະຈຸບັນພູເບ້ຍແມ່ນຂື້ນກັບແຂວງໄຊສົມບູນ).

ປະຫວັດແຂວງຊຽງຂວາງ

ລັກສະນະພູມສັນຖານ

ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2820 ແມັດ.

ໂພນສະ­ຫວັນ ຄ້າຍ­ຄືກັນກັບສະ­ຫວັນຂອງຄົນເມືອງເຫນືອ ກໍ່ວ່າໄດ້ດຳ­ລົງຊີ­ວິດອາ­ໄສຕາມທຳມະຊາດໃນເຂດເນີນພູ, ທົ່ງພຽງ ຫລື ຕາມຈ້າຍພູບວກກັບຄວາມຈະເລີນຮຸ່ງ­ເຮືອງໃນປະ­ຈຸບັນເຮັດໃຫ້ບ່ອນດັ່ງ­ກ່າວນີ້ມີໂສມຫນ້າໃຫມ່ປະ­ດັບດິນ­ແດນອິດ­ສະ­ຫລະສາຍຖະ­ຫນົນ­ຫລວງຄົດລ້ຽວໂງເງ ຕາມຮ່ອມພູ, ສັນ­ພູ ໃນປະ­ຈຸບັນເຂດທົ່ງໄຫຫີນມີອາ­ ກາດຫນາວເຢັນຕະ­ຫລອດປີ ຖະ­ຫນົນສາຍຫລັກທີ່ຄົດລ້ຽວ ບ້ານໂພນສະ­ຫວັນ ເບິ່ງຄືກັນກັບວ່າເປັນອານານິ­ຄົມຂອງປະ­ຊາ­ຊົນໃນເຂດນັ້ນຍອຍປ່າສົນເປັນສີ­ຂຽວປົກຄຸມເຮັດໃຫ້ຫມູ່ບ້ານດັ່ງ­ກ່າວ ມີສີ­ສັນຂຶ້ນຕື່ມເປັນສະ­ຖານ­ທີ່ທ່ອງທ່ຽວທີ່ຍັງບໍ່ຊ້ຳແບບກັບບ່ອນອື່ນຂອງແຂວງ ມັນຍັງມີສະເຫນຂອງມັນຢູ່ໃນຄວາມລຽບງ່າຍທີ່ອຸ­ດົມໄປດ້ວຍປະ­ຫວັດສາດທາງດ້ານວັດ­ທະ­ນະ­ທຳ ເຮົາຈະເຫັນລູກລະ­ເບີດທີ່ໃຊ້ເປັນເສົາຮົ້ວບ້ານ ແລະ ເປັນຮາງໂຕ່ງນ້ຳໃນຍາມຝົນໃນເຂດຊົນນະບົດ.

ທີ່ຕັ້ງ

ທິດເໜືອຕິດກັບ ແຂວງຫົວພັນ
ທິດໃຕ້ຕິດກັບ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ
ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
ທິດຕາເວັນຕົກຕິດກັບ ແຂວງຫລວງພະບາງ

ບັນດາເມືອງ

ເມືອງໂພນສະຫວັນ(ເມືອງແປກ)
ເມືອງຄຳ
ເມືອງໜອງແຮດ
ເມືອງຄູນ
ເມືອງໝອກໃໝ່
ເມືອງພູກູດ
ເມືອງຜາໄຊ

ສະຖານທີ່ທ່ອງທ່ຽວ ແຂວງຊຽງຂວາງ

– ທົ່ງໄຫຫີນ
– ເມືອງ ໂພນສະຫວັນ ສວນພູຄຳ
– ບໍ່ນ້ຳອຸ່ນ
– ພຣະທາດຝຸ່ນ
– ພຣະທາດຈອມເພັດ
– ຖ້ຳປິວ
– ມົ້ງລາວ ທີ່ບ້ານປູ້
– ຕາດວັງແລ ບ້ານສົບມາ ເມືອງຄຳ
– ນ້ຳຕົກຕາດຄະ 
– ໝູ່ບ້ານລະເບີດ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...