spot_img
Homeຂ່າວທ້ອງຖິ່ນກວດພົບສິນຄ້າໝົດອາຍຸ

ກວດພົບສິນຄ້າໝົດອາຍຸ

Published on

ອີງຕາມການລົງກວດກາ ພະ­ນັກ­ງານ​ວິ­ຊາ​ການ​ຂະ­ແໜງ​ຊັບ​ສິນທາງ​ປັນ­ຍາ​ມາດ­ຕະ­ຖານ ແລະ​ວັດ­ແທກ​ຮ່ວມ​ກັບ​ພະ­ນັກ­ງານ​ຫ້ອງ­ການ​ວິ­ທະ­ຍາ­ສາດແລະ​ເຕັກ​ໂນ​ໂລ​ຊີ ເມືອງ​ທ່າ​ແຂກ ໃນວັນ​ທີ 10-11 ສິງ­ຫາ​ຜ່ານ​ມາລົງ​ກວດ​ສິນ­ຄ້າ​ໝົດ​ອາ­ຍຸ ໂດຍ​ການນຳ­ພາ​ຂອງ ທ່ານ ປະ­ກາຍ​ພອນ ແສງ​ດາ­ລາ ຫົວ­ໜ້າ​ຂະ­ແໜງ​ຊັບ​ສິນ​ທາງ​ປັນ­ຍາ​ມາດ­ຕະ­ຖານ ແລະ​ວັດ­ແທກ, ໄດ້​ລົງ​ເຄື່ອນ​ໄຫວ​ກວດ­ກາ​ສິນ­ຄ້າ​ໝົດ​ອາ­ຍຸ ປະ­ເພດ​ເຄື່ອງ​ດື່ມ ແລະ​ເຂົ້າໜົມ ​ຕາມຮ້ານ​ຄ້າ­ຂາຍ​ສົ່ງ-ຂາຍ­ຍ່ອຍ​ຢູ່​ຕະ­ຫຼາດ​ສຸກ​ສົມ­ບູນ ແລະ​ສະ­ຖາ­ນີ​ຂົນ­ສົ່ງ​ໂດຍ­ສານ​ຄິວ​ລົດ​ຫຼັກ 4 ໃຫ້​ຖືກ­ຕ້ອງ​ຕາມ​ລະ­ບຽບ​ການ​ເພື່ອ​ເປັນ​ການ​ບໍ່​ເອົາ​ປຽບ​ຜູ້​ອຸ­ປະ­ໂພກ-ບໍ­ລິ­ໂພກ.

ການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້ ແມ່​ຄ້າຊາວ­ຂາຍ​ສ່ວນ​ຫຼາຍ​ແມ່ນ​ໄດ້​ໃຫ້ການ​ຮ່ວມ​ມື ແລະ​ເຂົ້າ­ໃຈ​ເຖິງ​ວຽກ​ງານ ນີ້​ຫຼາຍ​ຂຶ້ນ ແຕ່​ກໍ​ຍັງ​ມີ​ແມ່​ຄ້າ​ຈຳ­ນວນ​ໜຶ່ງ ຍັງ​ບໍ່​ໃຫ້​ຄວາມ​ຮ່ວມ​ມື​ເທົ່າ​ທີ່​ຄວນ. ຍ້ອນ​ຜູ້​ປະ­ກອບ​ການ​ຄ້າ ຂາຍ​ຍັງ​ບໍ່​ທັນ​ຮູ້​ເຖິງ​ຜົນ​ສະ­ທ້ອນ​ຂອງ​ການ​ໝົດ​ອາ­ຍຸ ຫຼືເສຍ​ຄຸນ​ຂອງ​ອາ­ຫານ​ຕະ­ຫຼອດ​ເຖິງ​ພໍ່​ແມ່​ປະຊາ​ຊົນ​ທີ່​ປະ ກອບ​ການ​ຄ້າ­ຂາຍ​ທົ່ວ​ໄປ  ຕ້ອງ​ໄດ້​ຮັບ​ຮູ້​ເຖິງ​ຜົນ​ສະ­ທ້ອນ​ຂອງ​ຜູ້​ບໍລິ​ໂພກ​ໃນ​ການ​ນຳ​ໃຊ້​ສິນ­ຄ້າ​ທີ່​ໝົດ​ອາ­ຍຸ​ບໍ່​ແມ່ນ​ວ່າ​ຂາຍ​ສິນ­ຄ້າ​ຫວັງ​ແຕ່​ຜົນ​ກຳໄລ​ພຽງ​ຢ່າງ​ດຽວ​ຄວນ​ຄຳ­ນຶງ​ເຖິງ​ຜົນກະ­ທົບ​ທີ່​ຈະ​ຕາມ​ມາ ເພື່ອ​ຮັບ­ປະ­ກັນ ຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ບໍ­ລິ­ໂພກ ແລະການ​ປະ­ກອບ​ທຸ­ລະ​ກິດ​ທີ່​ຖືກ­ຕ້ອງ​ຕາມລະ­ບຽບ​ກົດ­ໝາຍ.

ຜ່ານ​ການ​ກວດ­ກາ​ຕົວ​ຈິງ ສາ­ມາດກວດ​ໄດ້​ທັງ​ໝົດ 46 ຮ້ານ ໃນ​ນັ້ນ​ໄດ້​ພົບ ເຫັນ​ສິນ­ຄ້າ​ໝົດ​ອາ­ຍຸ​ແຕ່​ຍັງ​ວາງ​ຂາຍ​ຢູ່  24 ຮ້ານ, ລວມ​ມີ 10 ລາຍ­ການ​ເປັນ­ຕົ້ນແມ່ນ ເຂົ້າ­ໜົມ​ອົມ ແລະ​ເຂົ້າ­ໜົມ​ທົ່ວ​ໄປ, ກາ­ເຟ ເບີ​ດີ້, ໂອ​ວັນ​ຕິນ, ນົມ​ກ່ອງ​ຊະ­ນິດ​ຕ່າງໆ, ດັສ​ມິວ, ໄມ​ໂລ, ນົມ​ປ໋ອງ​ກາ​ມະ​ລິ, ນ້ຳ​ອັດລົມ​ປະ­ເພດ​ຕ່າງໆ ແບບ​ຕຸກ​ຢາງ ແລະ​ແບບ​ກະ​ປ໋ອງ​ເຊັ່ນ: ສະ​ປາຍ, ບິກ​ໂຄ​ລາ, ສະ​ຕິງ, ນ້ຳ​ສົ້ມ, ນ້ຳ​ຂຽວ; ເຄື່ອງ­ປຸງ​ອາ­ຫານ​ໂດຍ​ສະ ເພາະ ​ຄະ​ນໍ, ສະ​ອິ້ວ, ອາ­ຫານ​ເສີມ, ໝາກ​ຝຣັ່ງ​ຫຍ້ຳ ລວມ​ມູນ​ຄ່າ ທັງ​ໝົດ 2,32 ລ້ານ​ກີບ. ສ່ວນ​ສິນ­ຄ້າ​ທີ່​ຢຶດ​ມາ​ໄດ້​ທັງ​ໜົດ​ແມ່ນ​ໄດ້​ເອົາ​ມາ​ເກັບ​ຮັກ­ສາ​ໄວ້​ທີ່​ພະ​ແນກ​ວິ­ທະ­ຍາ­ສາດ ແລະເຕັກ​ໂນ​ໂລ​ຊີ ແຂວງ​ຄຳ​ມ່ວນ ເພື່ອ​ລໍ­ຖ້າດຳ­ເນີນ​ການ​ຕາມ​ລະ­ບຽບ​ກົດ­ໝາຍ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...