spot_img
Homeຂ່າວການພັດທະນານາຍົກແນະນຳ ຍ້າຍເທສະບານແຂວງຜົ້ງສາລີ ໃຫ້ວາງແຜນລະອຽດ ສ້າງເປັນເມືອງຕົວແບບ!

ນາຍົກແນະນຳ ຍ້າຍເທສະບານແຂວງຜົ້ງສາລີ ໃຫ້ວາງແຜນລະອຽດ ສ້າງເປັນເມືອງຕົວແບບ!

Published on

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຜົ້ງສາລີ ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນວັນທີ 13 ສິງຫານີ້, ທ່ານນາຍົກ ໄດ້ແນະນຳໃຫ້ການນຳແຂວງດັ່ງກ່າວ ໃຫ້ມີການຈັດສັນ ແລະ ວາງແຜນລະອຽດ ກ່ອນຈະຍົກຍ້າຍເທສະບານແຂວງ ໄປຢູ່ແຫ່ງໃໝ່ທີ່ມີຄວາມສະດວກດີກວ່າ ເພື່ອສ້າງເປັນຕົວເມືອງທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ເພື່ອກາຍເປັນຕົວເມືອງເທສະບານຕົວແບບ ຂອງບັນດາແຂວງພາກເໜືອ, ແຕ່ສິ່ງສຳຄັນແມ່ນ ບົນຈິດໃຈປະຢັດມັດທະຍັດ ໃນການນຳໃຊ້ງົບປະມານ ກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ແລະ ໃຫ້ສາມາດນຳໃຊ້ໄດ້ຍາວນານ ແລະ ໃນໂອກາດດຽວກັນ, ທ່ານນາຍົກ ຍັງໄດ້ແນະນຳໃຫ້ແຂວງ ເອົາໃຈໃສ່ການພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການລຶບລ້າງຄວາມທຸກຍາກ ຂອງປະຊາຊົນເປັນບູລິມະສິດ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງເຂົາເຈົ້າໃຫ້ດີຂຶ້ນກວ່າເກົ່າ. ເພື່ອຢາກໄດ້ແນວນີ້ ແຂວງຕ້ອງຮູ້ນຳໃຊ້ ທ່າແຮງບົ່ມຊ້ອນທີ່ມີຢູ່ຂອງທ້ອງຖິ່ນ ແລະ ເອົາໃຈໃສ່ສົ່ງເສີມການຜະລິດກະສິກຳ ແລະ ຂະຫຍາຍອຸດສາຫະກຳປຸງແຕ່ງໃຫ້ຫລາຍຂຶ້ນ ແລະ ເອົາໃຈໃສ່ຮັດແໜ້ນ ການພົວພັນຮ່ວມມືກັບຕ່າງປະເທດ ເພື່ອດຶງດູດການລົງທຶນໃຫ້ຫລາຍຂຶ້ນ. ແຕ່ຂະນະດຽວກັນ ກໍຕ້ອງເພີ່ມທະວີ ວຽກງານກວດກາຄຸ້ມຄອງ ໂຄງການລົງທຶນຕ່າງໆ ໃຫ້ມີປະສິດທິຜົນ, ຖ້າເຫັນວ່າໂຄງການໃດ ບໍ່ປະຕິບັດຕາມສັນຍາ ຫລື ແກ່ຍາວເວລາຈັດຕັ້ງປະຕິບັດ ໃຫ້ລາຍງານລັດຖະບານທັນທີ ເພື່ອຊອກວິທີແກ້ໄຂໃຫ້ທັນການ.

ໃນໂອກາດດັ່ງກ່າວ, ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງຜົ້ງສາລີ ກໍໄດ້ລາຍງານໃຫ້ ທ່ານນາຍົກຊາບ ໂດຍຫຍໍ້ກ່ຽວກັບ ສະພາບທົ່ວແຂວງໃນໄລຍະ 9 ເດືອນຜ່ານມາ ການພັດທະນາເສດຖະກິດ-ສັງຄົມ ໄດ້ຂະຫຍາຍຕົວຕໍ່ເນື່ອງ, ສະເລ່ຍລະດັບ 9,32%, ລາຍຮັບສະເລ່ຍປະມານ 840 ໂດລາສະຫະລັດຕໍ່ຄົນຕໍ່ປີ; ໄດ້ຮັບຮອງບ້ານພັດທະນາໄດ້ 77 ບ້ານ, ບ້ານວັດທະນະທຳ 123 ບ້ານ, ຄອບຄົວພັດທະນາ 13.602 ຄອບຄົວ ກວມ 37,24%, ບ້ານທຸກຍາກຍັງ 329 ບ້ານ ກວມ 63,03%. ຂະບວນການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແມ່ນໄດ້ຈັດຕັ້ງປະຕິບັດຕາມ 6 ທາງອອກ ທີ່ແຂວງກຳນົດໄວ້; ການຂຸດຄົ້ນລາຍຮັບ ສາມາດປະຕິບັດໄດ້ 45,98  ຕື້ກີບ ເທົ່າກັບ 90,22% ຂອງແຜນການປີ, ດ້ານລາຍຈ່າຍສາມາດປະຕິບັດໄດ້ 262,65 ຕື້ກີບ ເທົ່າກັບ 77,73% ຂອງແຜນການປີ.

ໄດ້ເອົາໃຈໃສ່ປັບປຸງ ຍົກລະດັບຕາໜ່າງການສຶກສາ ໂດຍໄດ້ຕອບສະໜອງ ອຸປະກອນການຮຽນ-ການສອນ ຂະຫຍາຍໂຮງຮຽນ ໄປສູ່ເຂດຊົນນະບົດຫ່າງໄກສອກຫລີກຫລາຍຂຶ້ນ ອັນໄດ້ເຮັດໃຫ້ອັດຕາເຂົ້າຮຽນສຸດທິ ໃນຊັ້ນຮຽນຕ່າງໆນັບມື້ເພີ່ມຂຶ້ນ, ອັນພົ້ນເດັ່ນແມ່ນ ສາມາດປະກາດຈົບຊັ້ນປະຖົມ ແບບບັງຄັບທົ່ວແຂວງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...