spot_img
HomeມູມໄອທີລາວSharp ເປີດໂຕ Sharp M1 ໂທລະສັບຈໍ 5.5 ນິ້ວ, FullHD ແລະ Android 6.0

Sharp ເປີດໂຕ Sharp M1 ໂທລະສັບຈໍ 5.5 ນິ້ວ, FullHD ແລະ Android 6.0

Published on

​ບໍລິສັດ Sharp ອາດຈະບໍ່ເປັນທີ່ຮູ້ຈັກກັນຫຼາຍໃນຕະຫຼາດສະມາດໂຟນໃນປັດຈຸບັນ, ແຕ່ຫຼາຍໆຄົນອາດຈະຮູ້ຈັກບໍລິສັດນີ້ດີ ໃນຖານະຜູ້ຜະລິດ TV ເພາະ Sharp ຖືເປັນບໍລິສັດໜຶ່ງທີ່ຢູ່ໃນຕະຫຼາດທີວີມາດົນແລ້ວ. ໂດຍຫຼ້າສຸດນີ້ເອງ Sharp ກໍເປີດໂທລະສັບລຸ້ນໃໝ່ຫຼ້າສຸດຂອງບໍລິສັດແລ້ວ ນັ້ນກໍຄື: Sharp M1 ທີ່ຈະເຂົ້າມາລຸຍຕະຫຼາດສະມາດໂຟນລະດັບກາງ. 

ສຳລັບສະເປັກຂອງ Sharp M1 ມີດັ່ງນີ້:

  • ໃຊ້ຈໍ IPS LCD ຂະໜາດ 5.5 ນິ້ວ, ຄວາມລະອຽດ Full HD (1920 x 1080 ພິກເຊວ) 
  • ປົກປ້ອງຈໍດ້ວຍ Gorilla glass (ບໍ່ລະບຸລຸ້ນ) 
  • ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ MediaTek MT6753 64-bit ຄວາມແຮງ 1.3 GHz 
  • RAM 3GB
  • ROM 32GB (ເພີ່ມກາຣ໌ດ microSD ໄດ້)
  • ກ້ອງຫຼັງ 13 ລ້ານພິກເຊວ ພ້ອມແຟລັດ LED
  • ກ້ອງໜ້າ 13 ລ້ານພິກ ພ້ອມເລນມຸມກວ້າງ
  • ໃຊ້ລະບົບ Android 6.0 Marshmallow 
  • ແບັດເຕີຣີ 2600mAh
  • ຮອງຮັບ 2 ຊິມ ແບບ hybrid sims
  • ຮອງຮັບ 4G LTE, 3G, Wi-Fi 802.11 b/g/n, GPS, A-GPS, Bluetooth 4.1, 
  • ຮອງຮັບພອຣ໌ດ microUSB 2.0 ແລະຮູແຈັກ 3.5 ມມ.

ສຳລັບໂທລະສັບ Sharp M1 ນີ້ມາພ້ອມ 2 ໃຫ້ເລືອກຄື: ສີຂາວ ແລະສີບົວ. ໂດຍຈະເລີ່ມເຂົ້າຮ້ານຄ້າທີ່ໄຕ້ຫວັນຕັ້ງແຕ່ມື້ນີ້ ຫຼືວັນທີ 15 ເປັນຕົ້ນໄປ ດ້ວຍລາຄາ 1999 ຢວນ (2.440.000 ກີບ)

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:techtoyreviews

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...