spot_img
Homeຂ່າວການພັດທະນາຄຊປປລ ແຂວງຄຳມ່ວນ ຈັດຝຶກອົບຮົມວິຊາຊີບ ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ 70 ກວ່າຄົນ!

ຄຊປປລ ແຂວງຄຳມ່ວນ ຈັດຝຶກອົບຮົມວິຊາຊີບ ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ 70 ກວ່າຄົນ!

Published on

ຂປລ. ຊາວໜຸ່ມຜູ້ດ້ອຍໂອກາດ ຈຳນວນ 71 ຄົນ, ຍິງ 37 ຄົນ ຢູ່ແຂວງຄຳມ່ວນໄດ້ສຳເລັດການເຂົ້າຮ່ວມຝຶກ​ອົບຮົມ​ວິຊາ​ຊີບ​ໄລຍະ 3 ​ເດືອນ ໃນ 2 ສາຂາ ​ຄື: ສາຂາຕັດຫຍິບ ​ແລະ ສາຂາສ້ອມ​ແປງ​ກົນ​ຈັກ​ຂະໜາດ​ນ້ອຍໃນທ້າຍເດືອນກໍລະກົດຜ່ານມາ. ​ເຊິ່ງສາຂາຕັດຫຍິບປະກອບມີ 10 ຫົວຂໍ້, ຮຽນພາກທິດສະດີ 40 ຊົ່ວໂມງ ແລະ ພາກປະຕິບັດ 380 ຊົ່ວໂມງ ລວມທັງໝົດ 420 ຊົ່ວໂມງ ​ແລະ​ ສາຂາສ້ອ​ມ​ແປງ​ກົນ​ຈັກ​ຂະໜາດ​ນ້ອຍ ປະກອບ​ມີ 12 ຫົວ​ຂໍ້ ຮຽນພາກທິດສະດີ 50 ຊົ່ວໂມງ ແລະ ພາກປະຕິບັດ 370 ຊົ່ວໂມງ ລວມທັງໝົດ 420 ຊົ່ວໂມງ.

ໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ ​ແຂວງຄຳມ່ວນໄດ້​ເນັ້ນໜັກບາງບັນຫາໃຫ້ສຳມະນາກອນ ທີ່ໄດ້ຮັບການຝຶກອົບຮົມຕ້ອງໄດ້ບຸກບືນຕົນເອງໃນການຊອກຫາວຽກເຮັດງານທຳ ຊອກຫາລາຍຮັບໃຫ້ແກ່ຕົນເອງແລະ ຄອບຄົວ, ນຳເອົາບົດຮຽນທີ່ໄດ້ຮຽນມາໄປນຳໃຊ້​​​ໃຫ້ເກີດປະໂຫຍເພື່ອໃຫ້ບັນລຸ​ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ກໍຄືບຸກທາງດ້ານວິຊາຊີບ ສ້າງວຽກເຮັດງານທຳ ແລະ ພ້ອມກັນບຸກບືນຊຸກຍູ້ສົ່ງເສີມຕົນເອງໃຫ້ມີຄວາມຮູ້ມີຄວາມສາມາດ ໃນລະດັບສູງຂຶ້ນ ໄປພ້ອມກັບການພັດທະນາຕົນ, ຄອບຄົວ, ສັງຄົມແລະ ປະເທດຊາດຢ່າງມີຈຸດສຸ່ມເປັນກ້າວໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...