spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມການລະບາດຂອງເຊື້ອໄວຣັດຕັບ A ຢູ່ຊຽງຂວາງກັບສູ່ສະພາບປົກກະຕິແລ້ວ

ການລະບາດຂອງເຊື້ອໄວຣັດຕັບ A ຢູ່ຊຽງຂວາງກັບສູ່ສະພາບປົກກະຕິແລ້ວ

Published on

ພະແນກສາທາລະນະສຸກແຂວງຊຽງຂວາງໃຫ້ຮູ້ວ່າ: ພາຍຫຼັງມີ ການລະບາດຂອງເຊື້ອໄວ ຣັສຕັບ A ນັບແຕ່ເດືອນ ທັນວາ 2015 ຜ່ານມາມີຈຳນວນຜູ້ຕິດເຊື້ອສະສົມທັນໝົດ 514 ກໍລະນີ້, ບໍ່ມີຜູ້ເສຍຊີວິດ ແລະ ມາຮອດວັນທີ 30 ກໍລະກົດນີ້ເຫັນວ່າ: ຈຳນວນຜູ້ຕິດເຊື້ອໄດ້ຫຼຸດລົງເຫຼືອພຽງ 12 ກໍລະນີ້ ແລະ ກ້າວສູ່ສະພາບປົກກະຕິແລ້ວ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຂອງພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງ ທ້ອງຖິ່ນໃນການປ້ອງກັນ ແລະ ສະກັດກັນພະຍາດດັ່ງກ່າວ, ດ້ວຍການເອົາໃຈໃສ່ໂຄລະນາປຸກລະດົມໃຫ້ປະຊາຊົນເອົາໃຈໃສ່ປະຕິບັດຕາມຫຼັກການອະນາໄມສາມສະອາດຢ່າງເຂັ້ມງວດ, ເພາະສາເຫດຂອງການຕິດເຊື້ອພະຍາດດັ່ງແມ່ນມາຈາກຂາດການຮັກສາອະນາໄມ,ໂດຍສະເພາະ ແມ່ນການກິນ-ດື່ມ,ເພາະເຊື້ອໄວຣັດຕັບ A (ເອ) ເປັນເຊື້ອພະຍາດທີ່ຕິດແປດກັນໄດ້ງ່າຍ, ໂດຍຜ່ານການສຳຜັດ ແລະ ການກິນ-ດື່ມ.

ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກແນະນຳວ່າ: ນອກຈາກທຸກຄົນໄດ້ເອົາໃຈໃສ່ປ້ອງກັນການລະບາດຂອງພະຍາດດັ່ງກ່າວແລ້ວນັ້ນ, ກໍໃຫ້ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດຕາມລະດູການຄື: ພະຍາດລະບົບທາງເດີນຫາຍໃຈ, ໄຂ້ຫວັດ, ໄຂ້ອອກຕຸ່ມ, ພະຍາດຖອດທ້ອງ ແລະ ພະ ຍາດອື່ນໆ, ດ້ວຍປະຕິບັດຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ,ເນື່ອງຈາກປັດຈຸບັດສະ ພາບອາກາດເລີ່ມມີການປ່ຽນແປງ, ອາດຈະເປັນເງື່ອນໄຂກໍ່ໃຫ້ເກີດພະຍາດລະບາດໄດ້ງ່າຍ, ດັ່ງນັ້ນຍິ່ງຈະຕ້ອງເພີ່ມທະວີເຝົ້າລະວັງ ແລະ. ສະກັດກັ້ນໃຫ້ມີປະສິດທິຜົນ.

ທີ່ມາຂອງຂ່າວ laophatthananewspaper

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...