Homeມຸມຂ່າວ AECກາເຟລາວ ເລັ່ງສົ່ງເສີມຍຸດທະສາດຮັບ AEC

ກາເຟລາວ ເລັ່ງສົ່ງເສີມຍຸດທະສາດຮັບ AEC

Published on

ລັດຖະບານ​ໄດ້​ກຳນົດ 6 ຍຸດ​ທະ​ສາດ​ການ​ສົ່ງເສີມ​ສະມາຄົມ​ກາເຟ​ລາວ ໃຫ້​ມີ​ລັກສະນະກ້າວໜ້າ​ສ້າງ​ມູນຄ່າ​ເພີ່ມ​

ແກ່ການ​ສົ່ງ​ອອກ ປະທານ​ສະ​ມາຄົມ​ເປີດເຜີຍ​ວ່າ: AEC ບັນດາປະເທດ​ສະມາຊິກ​ຈະ​ບໍ່​ມີ​ການແຂ່ງຂັນ​ກັນ​ເອງ

​ເດັດຂາດ ​ໃນເລື່ອງ​ຂອງ​ກາເຟ ເພາະ​ພາກ​ພື້ນສ່ວນ​ໃຫຍ່​ແມ່ນ​ເນັ້ນ​ສົ່ງ​ອອກ ​ທຸກຝ່າຍ​ມີ​ຕະຫຼາດ​ເປົ້າ​ໝາຍ​ຕ່າງກັນ.

 

ທ່ານ ສີ​ໜຸກ ສີ​ສົມບັດ ປະທານ​ສະມາຄົມ​ກາເຟ​ລາວ ກ່າວວ່າ: ລັດຖະບານ​ໄດ້​ເຊັນ​ສັນຍາອະນຸມັດ​ໃຫ້​ກາເຟ​ລາວ

ເປັນ​ໜຶ່ງໃນ​ຍຸດ​ທະ​ສາດ​ການ​ພັດທະນາເສດຖະກິດ – ການ​ຄ້າຂອງ​ປະເທດ ເພື່ອ​ສະໜອງ​ພາຍ​ໃນ ແລະ ສົ່ງ​ອອກ​

ຕ່າງປະເທດ ໂດຍ​ແນໃສ່​ສົ່ງເສີມ​ກຸ່ມ​ຜູ້​ຜະລິດຄ້າ – ຂາຍ ແລະ ກຸ່ມ​ປຸງ​ແຕ່ງ​ໃຫ້​ກວ້າງຂວາງ​ຂຶ້ນ ເຊິ່ງ​ນອນ​ໃນ 6

ແຜນເປົ້າ​ໝາຍ​ດັ່ງນີ້: ຊຸກຍູ້​ການ​ຜະລິດຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ກາເຟລາວ ສົ່ງເສີມ​ໂຄສະນາ​ພາຍ​ໃນ ແລະ ຕ່າງ

ປະເທດ ສະຫງວນເນຶ້ອ​ທີ່​ການ​ຜະລິດ ສິ່ງ​ອຳນວຍຄວາມ​ສະດວກ ແລະ ສ້າງຄວາມ​ເຂັ້ມແຂງ​ສະ​ຖາ​ບັນ​ຕ່າງໆໃຫ້​

ຢູ່​ໃນ​ທ່າ​ກ້າວ.

 

ກາເຟ​ໃນ ​ສປປ ລາວ ທັງໝົດ​ແບ່ງ​ອອກ 3 ປະເພດ​ດ້ວຍກັນ: ກາເຟ​ດິບ ກາເຟ​ຂົ້ວ ແລະ ກາເຟ​ສຳເລັດ​ຮູບ

ແຕ່​ສ່ວນ​ໃຫຍ່ແລ້ວ ລາວ​ຈະ​ສົ່ງ​ອອກ​ປະເພດກາເຟ​ດິບ​ຫຼາຍ​ກວ່າ​ປະເພດ​ຂົ້ວ ແລະ ສຳເລັດ​ຮູບ; ສຳລັບ​ກາເຟດິບ​ແລ້ວ

ອາ​ຊຽນກັບອາ​ຊຽນ ຈະ​ບໍ່​ຊື້​ສິນຄ້າ​ທີ່​ເປັນ​ວັດຖຸ​ດິບ​ນີ້ ເພາະ​ຕ່າງ​ຝ່າຍ​ຕ່າງ​ມີ​ການ​ສະໜອງ​ພຽງ​ພໍແລ້ວ ​ຍົກເວັ້ນ​ແຕ່ຫວຽດ

ນາມ​ ທີ່​ຍັງ​ນຳ​ເຂົ້າ​ປະເພດກາເຟ​ດິບ​ຂອງ​ລາວ​ໃນ​ລັກສະນະເພີ່ມ​ຂຶ້ນ​ທຸກ​ປີ ແຕ່​ລະ​ປີ​ການ​ສົ່ງອອກ​ກາເຟ​ລາວ​ຕົກ​ຢູ່​ປີ​ລະ​ປະ

ມານ 30 ພັນ​ໂຕນ​ຕໍ່​ປີ​ເທົ່າ​ນັ້ນ ແຕ່​ຖ້າ​ທຽບ​ກັບ​ຫວຽດນາມ​ແລ້ວ ຍັງ​ຫ່າງ​ກັນ​ຫຼາຍ ​ເພາະ​ປີ​ໜຶ່ງ​ສົ່ງອອກ​ໄດ້​ບໍ່​ຕ່ຳ​ກວ່າ 1,5

ລ້ານໂຕນ.

 

ປະທານ​ສະມາຄົມ​ກາເຟ​ລາວ ມອງ​ວ່າ: ການ​ສົ່ງ​ອອກ​ກາເຟ​ດິບ ຕ້ອງ​ໄດ້​ມີ​ການ​ປັບ​ປ່ຽນ​ໃໝ່​ໃຫ້ເຂົ້າ​ກັບ​ຍຸດ​ທະ​ສາດ​ປັດຈຸບັນ​

ທີ່ກ່າວ​ມາຂ້າງ​ເທິງ ​ດ້ວຍ​ການ​ສ້າງມູນ​ຄ່າ​ເພີ່ມ ​ອາດ​ຈະ​ນຳ​ເອົາ​ກາເຟ​ດິບ​ມາ​ຂົ້ວ ຫຼື ປຸງ​ແຕ່ງ​ໃຫ້​ສຳເລັດ​ຮູບ ຫຸ້ມ​ຫໍ່ກ່ອນ​ການ​

ສົ່ງອອກ.

 

ສະມາຄົມ​ກາເຟ​ລາວ ກໍ່​ຕັ້ງມາ​ໄດ້ປະມານ 10 ກວ່າ​ປີ​ແລ້ວ ປັດຈຸບັນ​ມີ​ສະມາຊິກ​ທັງ​ໝົດ 30 ກວ່າ​ຫົວໜ່ວຍ​ປະກອບ​ດ້ວຍ:

ກຸ່ມ​ຜູ້​ຜະລິດ, ໜ່ວຍ ແລະ ບໍລິສັດ; ສະຖານທີ່​ປູກ​ຫຼາຍ​ກວ່າ​ເຂດ​ອື່ນແມ່ນ​ເມືອງປາກ​ຊ່ອງ ແຂວງຈຳປາ​ສັກ ກວມ​ເອົາ 70%,

ເມືອງເລົ່າ​ງາມ ແຂວງສາລະວັນ ແລະ ເມືອງທ່າ​ແຕງ ແຂວງ​ເຊກອງ ກວມ​ເອົາປະມານ 20%, ສ່ວນ​ທີ່​ເຫຼືອ 10% ແມ່ນ​ຢູ່​ບາງ

ເຂດ​ຂອງ​ແຂວງ​ຕ່າງໆ ເຊັ່ນ: ຊຽງ​ຂວາງ ອຸດົມ​ໄຊ ຫຼວງ​ພະບາງ ແລະ ຜົ້ງ​ສາລີ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...