spot_img
Homeຂ່າວຕ່າງປະເທດລັດຖະມົນຕີເອີລົບ 4 ປະເທດ ຫາລືແກ້ '' ວິກິດຢູເຄຣນ '' ທີ່ແບັກແລັງ ເປີດທາງຢຸດຍິງຮອບໃໝ່

ລັດຖະມົນຕີເອີລົບ 4 ປະເທດ ຫາລືແກ້ ” ວິກິດຢູເຄຣນ ” ທີ່ແບັກແລັງ ເປີດທາງຢຸດຍິງຮອບໃໝ່

Published on

France's Foreign Minister Fabius, Ukraine's Foreign Minister Klimkin, Germany's Foreign Minister Steinmeier and Russia's Foreign Minister Lavrov leave a news conference after talks about Ukraine crisis, in Berlin
(ຈາກຊ້າຍໄປຂວາ) ທ່ານ ໂອຣິອົງ ຟາບິອຸສ ລັດຖະມົນຕີການຕ່າງປະເທດຝຣັ່ງເສດ, ທ່ານ ເຊີເກ ລາບຣອບ ລັດຖະມົນຕີການຕ່າງປະເທດຣັດເຊຍ, ທ່ານ ແຟຣັງວໍເຕີ ສະຕາຍໄມເອີ ລັດຖະມົນຕີການຕ່າງປະເທດເຢຍລະມັນ ແລະ ທ່ານ ພາບໂລ ຄລຶມຄິນ ລັດຖະມົນຕີການຕ່າງປະເທດຢູເຄຣນ.

 

ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ແລະ ຢູເຄຣນ ເຫັນພ້ອມກັນ ເພື່ອຈັດການເຈລະຈາ 3 ຝ່າຍ ເຊິ່ງລວມເຖິງ

ກຸ່ມນັກຮົບນິຍົມຣັດເຊຍ ເຊິ່ງເປັນຜົນຈາກການຫາລືໃນນະຄອນຫູວງແບັກແລັງ ປະເທດເຢຍລະມັນ ເມື່ອວັນພຸດທີ

2 ກໍລະກົດ 2014 ຜ່ານມານີ້ ເພື່ອເປີດທາງສຳລັບຂໍ້ຕົກລົງຢຸດຍິງຮອບໃໝ່ ເຖິງແມ່ນວ່າຍັງຄົງມີເຫດປະທະກັນຢ່າງບໍ່

ລົດລະກໍຕາມ ເຊິ່ງທາງລັດຖະບານຢູເຄຣນກໍອ້າງວ່າ ທະຫານຂອງພວກເຂົາໄດ້ເສຍຊີວິດໄປແລ້ວ 200 ຄົນ.

 

ຣັດເຊຍ ແລະ ຢູເຄຣນ ຍັງຄົງກ່າວໂທດກັນໄປມາ ຕໍ່ເຫດຄວາມຮຸນແຮງທີ່ກັດເຊາະຂໍ້ຕົກລົງຢຸດຍິງ 10 ວັນ ທີ່ໝົດອາ

ຍຸລົງໃນວັນຈັນທີ 30 ມິຖຸນາ 2014 ເຊິ່ງທາງຢູເຄຣນປະກາດບໍ່ຂະຫຍາຍການຕໍ່ອາຍຸອອກໄປອີກຮອບ ເຮັດໃຫ້ສະພາບ

ການຄືນສູ່ການປະຕິບັດການໂຈມຕີທາງທະຫານ ຕໍ່ກັບກອງກຳລັງນິຍົມຣັດເຊຍທາງພາກຕາເວັນອອກຂອງປະເທດ

ທີ່ຕ້ອງການແບ່ງແຍກດິນແດນ ໄປລວມເຂົ້າກັບສະຫະພັນຣັດເຊຍ.       

 

ເຖິງຢ່າງໃດກໍຕາມ ທ່ານ ເຊີເກ ລາບຣອບ ລັດຖະມົນຕີການຕ່າງປະເທດຣັດເຊຍ ກ່າວລະຫວ່າງຖະແຫຼງຂ່າວຮ່ວມກັບ

ທ່ານ ພາບໂລ ຄລິມຄິນ ລັດຖະມົນຕີການຕ່າງປະເທດຢູເຄຣນ ແລະ ລັດຖະມົນຕີການຕ່າງປະເທດອີກ 2 ທ່ານ (ຝຣັ່ງ

ແລະ ເຢຍລະມັນ) ວ່າພວກເຂົາເຫັນພ້ອມຮ່ວມກັນ ເພື່ອທີ່ຈະເຮັດໃຫ້ເກີດມີຂໍ້ຕົກລົງຢຸດຍິງໄລຍະຍາວ ແລະ ໝັ້ນຄົງ

ທ່ານເວົ້າວ່າ ” ເຮົາສະເໜີວ່າ ຄວາມສຳເລັດນີ້ຈະມີຂຶ້ນໄດ້ ຕ້ອງຜ່ານການປະຊຸມໂດຍໄວທີ່ສຸດ ຂອງກຸ່ມປະສານງານ

ເຊິ່ງເຮົາຫວັງວ່າຈະຈັດການປະຊຸມໄດ້ ໃນອີກບໍ່ເທົ່າໃດວັນຂາງໜ້າ ແລະ ສາມາດເຫັນພ້ອມກັນ ໃນເງື່ອນໄຂຕ່າງໆຂອງ

ການຢຸດຍິງ ເຊິ່ງເປັນທີ່ພໍໃຈຂອງທຸກຝ່າຍ ”

 

ໃນຄຳຖະແຫຼງທີ່ເຫັນພ້ອມກັນ ໂດຍທ່ານລັດຖະມົນຕີການຕ່າງປະເທດທັງ 4 ຄົນ (ຣັດເຊຍ, ຢູເຄຣນ, ຝຣັ່ງ ແລະ ເຢຍ

ລະມັນ) ລະບຸວ່າ ກຸ່ມປະສານງານທີ່ປະກອບດ້ວຍ ຜູ້ແທນຂອງຢູເຄຣນ, ຣັດເຊຍ ແລະ ຝ່າຍກອງກຳລັງນິຍົມຣັດເຊຍ

ເຊິ່ງມີ ອົງການຄວາມໝັ້ນຄົງ ແລະ ການຮ່ວມມືໃນເອີລົບ ເປັນຄົນກາງ ຄວນຈະນັດກັນເຈລະນາບໍ່ເກີນວັນທີ 5 ກໍລະ

ກົດນີ້ ໂດຍມີເປົ້າໝາຍບັນລຸຂໍ້ຕົກລົງຢຸດຍິງທີ່ຍືນຍົງ ແລະ ບໍ່ມີເງື່ອນໄຂ ເຊິ່ງທຸກຝ່າຍເຫັນພ້ອມຮ່ວມກັນ.

 

ເຖິງແນວນັ້ນ, ທ່ານ ຄລິມຄິນ ເນັ້ນວ່າ ຕ້ອງມີການປ່ອຍຕົວປະກັນ ແລະ ເປີດທາງໃຫ້ຢູເຄຣນເຂົ້າຄວບຄຸມຕາມແນວ

ຊາຍແດນ ເພື່ອຢຸດຢັ້ງການລັກລອບລຳລຽງນັກຮົບ ແລະ ອາວຸດຊຸດໃໝ່ເຂົ້າມາສະໜັບສະໜູນຝ່າຍນິຍົມຣັດເຊຍ

ຂະນະທີ່ໃນເອກະສານຄຳຖະແຫຼງບອກອີກວ່າ ຣັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຍອມໃຫ້ໜ່ວຍພິທັກຊາຍແດນຢູເຄຣນ

ຂ້າມດ່ານກວດກາ ໃນເຂດ ກູໂຄໂວ ແລະ ໂດເນດ ເພື່ອບັນລຸຈຸດປະສົງນັ້ນ.  ທ່ານເວົ້າອີກວ່າ ” ສະຖານະການຈະເບົາບາງ

ລົງໄດ້ ເມື່ອແຜນສັນຕິພາບ ຂອງປະທານາທິບໍດີຢູເຄຣນ ໄດ້ຮັບຄວາມເຄົາລົບໂດຍສົມບູນ ”

 

ນາງ ອັງເກລາ ແມເຄິນ ນາຍົກລັດຖະມົນຕີເຢຍລະມັນ ໄດ້ເຕືອນລັດຖະບານມົດສະກູ ເມື່ອບໍ່ດົນຜ່ານມານີ້ວ່າ ມາດຕະ

ການຂ້ວາມບາດທາງດ້ານເສດຖະກິດ ຍັງຄົງຢູ່ໃນທາງເລືອກ ຈົນກ່ວາຣັດເຊຍ ຈະສະໜັບສະໜູນຄວາມພະຍາຍາມສ້າງ

ສັນຕິພາບໃນຢູເຄຣນ, ຫຼັງຈາກກ່ອນໜ້ານີ້ ສະຫະພາບເອີລົບ ເຄີຍຄູ່ຈະຂ້ວາມບາດເສດຖະກິດຣັດເຊຍຢ່າງໜັກໜ່ວງ

ຍິ່ງຂຶ້ນ ຈົນກ່ວາຈະຢຸດໃຫ້ການສະໜັບສະໜູນ ພວກແບ່ງແຍກດິນແດນທາງຕາເວັນອອກຂອງຢູເຄຣນ ເຊິ່ງແມ່ນວ່າ

ທາງມົດສະກູໄດ້ປະຕິເສດມາໂດຍຕະຫຼອດ.

 

ທັງນີ້ກໍເພາະວ່າ ປະທານາທິບໍດີ ເປໂຕຣ ໂປໂຣເຊນໂກ ຂອງຢູເຄຣນ ເຊິ່ງຖືກກະແສກົດດັນພາຍໃນປະເທດ ໃຫ້ໃຊ້ມາດຕະ

ການທີ່ເຂັ້ມງວດເດັດຂາດຕໍ່ກັບກຸ່ມແບ່ງແຍກດິນແດນໃນພາກຕາເວັນອອກ ເຊິ່ງພາໃຫ້ເກີດມີການປະຕິເສດທີ່ຈະຂະ

ຫຍາຍຂໍ້ຕົກລົງຢຸດຍິງ ເຊິ່ງສິ້ນສຸດລົງເມື່ອວັນຈັນ (30 ມິຖຸນາ) ທີ່ຜ່ານມາ ແລະ ໄດ້ສັ່ງໃຫ້ລັດຖະບານ ຕອບໂຕ້ກຸ່ມກຳລັງ

ດັ່ງກ່າວ.  ການຕັດສິນໃຈດັ່ງກ່າວ ມີຂຶ້ນພາຍຫຼັງທີ່ມີການຫາລືທາງໂທລະສັບກັບ ປະທານາທິບໍດີ ວະລາດີເມຍ ປູຕິນ ຂອງ

ຣັດເຊຍ, ນາຍົກລັດຖະມົນຕີ ອັງເກລາ ແມເຄິນ ຂອງເຢຍລະມັນ ແລະ ປະທານາທິບໍດີ ຝຣັ່ງຊົວ ອໍລິອົງ ຂອງຝຣັ່ງເສດ, 

ເຊິ່ງຈາກການຫາລືໃນຄັ້ງນັ້ນ ປະທານາທິບໍດີ ປູຕິນ ໄດ້ອອກມາຖະແຫຼງໂຈມຕີ ໂປໂຣເຊນໂກ ທັນທີ ວ່າເຂົາໄດ້ອອກນອກ

ເສັ້ນທາງແຫ່ງສັນຕິພາບ. 

 

ແຕ່ກົງກັນຂ້າມກັບວໍຊິງຕັນ ທີ່ອອກມາສະໜັບສະໜູນການຕັດສິນໃຈຂອງ ໂປໂຣເຊນໂກ ໂດຍແມ່ນທ່ານ ເຈນ ຊາກີ

ໂຄສົກກະຊວງການຕ່າງປະເທດຂອງອາເມລິກາ ຖະແຫຼງເມື່ອວັນອັງຄານ (1 ກໍລະກົດ) ນີ້ວ່າ ຢູເຄຣນ ມີສິດທິປ້ອງກັນ

ຕົນເອງ ເນື່ອງຈາກຕະຫຼອດໄລຍະເວລາຂອງການຢຸດຍິງ ທາງລັດຖະບານຢູເຄຣນ ປະຕິບັດຕາມຂໍ້ຕົກລົງພຽງຝ່າຍດຽວ

ຂະນະທີ່ກຸ່ມແບ່ງແຍກດິນແດນຈຳນວນຫຼວງຫຼາຍ ຍັງຄົງກໍ່ຄວາມຮຸນແຮງຕໍ່ເນື່ອງ.

 

ສະຖານະການໃນຢູເຄຣນໃນເທື່ອນີ້ ຖືວ່າຍິ່ງເຂັ້ມຂຸ້ນກາຍເປັນຈຸດຮ້ອນຂອງເອີລົບ ຢ່າງຮ້າຍແຮງໃນຮອບກ່ວາ 2 ທົດສະ

ວັດ ເຊິ່ງນັກວິເຄາະໄດ້ພາກັນເວົ້າວ່າ ເບື້ອງຫຼັງຂອງຄວາມຂັດແຍ່ງດັ່ງກ່າວ ແມ່ນເກີດມາຈາກການແຊກແຊງຂອງອາເມ

ລິກາ ເຊິ່ງຕ້ອງການເຂົ້າມາມີບົດບາດເໜືອເອີລົບຕາເວັນອອກ ກໍຄືຢູເຄຣນ ສຳລັບຍຸດທະສາດປິດລ້ອມຣັດເຊຍຂອງ

ອາເມລິກາເອງ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...