spot_img
Homeຂ່າວການສຶກສາລັດຈະເປີດກວ້າງການພັດທະນາວຽກງານໄອຊີທີ

ລັດຈະເປີດກວ້າງການພັດທະນາວຽກງານໄອຊີທີ

Published on

ແຜນພັດທະນາເສດຖະກິດ-ສັງຄົມຫ່ງຊາດ 5 ປີຄັ້ງທີ VIII (2016-2020) ລະບຸວ່າ: ລັດຖະບານຈະເປີດກວ້າງໃຫ້ເອກະຊົນເຂົ້າມາປະກອບສ່ວນພັດທະນາວຽກງານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານຫລາຍກວ່າເກົ່າ, ພາຍຫລັງໄດ້ຕັ້ງຄາດໝາຍໄວ້ຄື: ສ້າງປ່ອງບໍລິການໄປສະນີແບບອັດຕະໂນມັດໃຫ້ສໍາເລັດໃນທຸກແຂວງທົ່ວປະເທດ, ສ້າງສູນອິນເຕີເນັດແຫ່ງຊາດສຳຮອງຢູ່ພາກເໜືອ ແລະ ພາກກາງ, ສົ່ງເສີມການນໍາໃຊ້ດາວທຽມລາວແທນຂອງສາກົນໃຫ້ຫລາຍຂຶ້ນ, ສ້າງລະບົບປະຊຸມທາງໄກໃນອົງການລັດ, ເຮັດໃຫ້ປະຊາຊົນຮູ້ນໍາໃຊ້ຄອມພິວເຕີບັນລຸຫລາຍກວ່າ 30%, ອິນເຕີເນັດ 40%, ອັດຕາສ່ວນການນໍາໃຊ້ໂທລະສັບມືຖືກວມ 100% ຂອງປະຊາກອນທັງໝົດທົ່ວປະເທດ ແລະ ຂະຫຍາຍສະຖານີຮັບສົ່ງສັນຍານລະບົບ 3Gແລະ 4G ໃຫ້ກວມທຸກພື້ນທີ່ທົ່ວປະ

ເທດຢ່າງມີຄຸນນະພາບ ແລະ ຕົ້ນທຶນປະຢັດ. ໂດຍລັດຖະບານຈະດໍາເນີນການຄົ້ນຄວ້າ, ສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການຕ່າງໆ ເພື່ອຄຸ້ມຄອງການໃຫ້ບໍລິການລະບົບໄອຊີທີປະເທດຕ່າງໆ, ກໍານົດນະໂຍບາຍສົ່ງເສີມການດຶງດູດການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດໃສ່ລະບົບໄອຊີທີໃຫ້ຫລາຍ ແລະ ກວ້າງຂວາງກວ່າເກົ່າ ເພື່ອແນ່ໃສ່ພັດທະນາໂຄງລ່າງພື້ນຖານດ້ານໂທລະຄົມມະນາຄົມ ແລະ ຂໍ້ມູນຂ່າວສານທາງອີເລັກໂຕນິກທີ່ມີຄວາມໄວສູງ ແລະ ມີຄຸນນະພາບ, ທັງປະກອບສ່ວນເຂົາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...