spot_img
Homeຍ້ອງຍໍຄົນດີເດັ່ນນັກສຶກສາລາວ ສ້າງຊື່ສຽງໄປທົ່ວໂລກ ໃນການແຂ່ງຂັນ ບົດຄົ້ນຄວ້າວິທະຍາສາດ

ນັກສຶກສາລາວ ສ້າງຊື່ສຽງໄປທົ່ວໂລກ ໃນການແຂ່ງຂັນ ບົດຄົ້ນຄວ້າວິທະຍາສາດ

Published on

ວັນທີ 26 ກໍລະກົດ 2016 ເວລາ 14:00 ຕາມເວລາທ້ອງຖິ່ນ ໄດ້ມີການຈັດພິທີປະກາດຜົນລາງວັນຂອງການແຂ່ງຂັນ ບົດຄົ້ນຄວ້າວິທະຍາສາດ ພາຍໃຕ້ ວັນປະຫວັດສາດທຳມະຊາດໂລກ ປະຈຳປີ 2016 (Global Natural History Day 2016) ທີ່ ພິທິຕະພັນວິທະຍາສາດ ແລະ ເຕັກໂນໂລຊີ ຊຽງໄຮ (Shanghai Science and Technology Museum) ເຊິ່ງນັກຮຽນລາວສາມາດຍາດໄດ້ຫລຽນດັ່ງລຸ່ມນີ້:

144

– ຫລຽນຄຳ 1 ຫລຽນ ແມ່ນໄດ້ຈາກບົດຄົ້ນຄວ້າ ຈູ່ຈີ່ໃນກອງຂີ້ຄວາຍ ຕົວແທນຈາກໂຮງຮຽນ ມສ ສົມປັນຍາ (ຫລຽນຄຳຮ່ວມກັບປະເທດສະຫະລັດອາເມລິກາ, ປະເທດຫວຽດນາມ ແລະ ປະເທດໄທ)

– ຫລຽນເງິນ 1 ຫລຽນ ແມ່ນບົດຄົ້ນຄວ້າ ການພະຈົນໄພຂອງມົດກັດໃບໄມ້ ຈາກໂຮງຮຽນ ມສ ໄຊຍະບູລີ (ຮ່ວມ)

– ຫລຽນທອງ 2 ຫລຽນ ແມ່ນບົດຄົ້ນຄວ້າ ເຜິ້ງກັບດອກໄມ້ ຈາກໂຮງຮຽນ ມສ ວຽງຈັນ ແລະ ບົດຄົ້ນຄວ້າ ຫຍ້າຝຣັ່ງ ຈາກໂຮງຮຽນ ມສ ໂນນສະຫວ່າງ (ຮ່ວມ)

69

ເຊິ່ງນີ້ກໍ່ແມ່ນຜົນງານຂອງຮັກຮຽນລາວໃນການແຂ່ງຂັນບົດຄົ້ນຄວ້າວິທະຍາສາດ ພາຍໃຕ້ ວັນປະຫວັດສາດທຳມະຊາດໂລກ (Global Natural History Day) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-27 ກໍລະກົດ 2016 ມີທີມເຂົ້າຮ່ວມທັງຫມົດຈຳນວນ 97 ທີມ ຈາກ 10 ປະເທດ (USA, Hawaii, China, Hongkong, Vietnam, Thailand, Philippines, Laos, Myanmar and Cambodia)

ທ່ານ ເຄັນເນັດ ອີ ແບຣິງ (Kenneth E. Behring) Founder & Chairman of the Behring Global Education Foundation ເຊິ່ງທ່ານເປັນຜູ້ໃຫ້ການສະຫນັບສະຫນູນ ວັນປະຫວັດສາດທຳມະຊາດໂລກ (Global Natural History Day)

ນີ້ແມ່ນຜົນງານທີ່ສ້າງຊື່ສຽງໃຫ້ກັບປະເທດລາວໂດຍນັກຮຽນໄວຫນຸ່ມນ້ອຍ ເຊິ່ງຈະໄດ້ເດີນທາງກັບຮອດປະເທດລາວໃນວັນທີ 28 ກໍລະກົດ 2016 ເວລາ 10:35 ທີ່ ສະຫນາມບິນສາກົນວັດໄຕ

ທີ່ມາຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...