spot_img
Homeຂ່າວພາຍ​ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ປິດລົງດ້ວຍຜົນສຳເລັດ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ປິດລົງດ້ວຍຜົນສຳເລັດ

Published on

ທ່ານ ສະ­ເຫຼີມໄຊ ກົມມະສິດ ລັດ­ຖະ­ມົນ­ຕີກະ­ຊວງການຕ່າງ­ປະ­ເທດໄດ້ຖະ­ແຫຼງຂ່າວກ່ຽວກັບຜົນ­ສຳ­ເລັດຂອງກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນຄັ້ງທີ 49 ທີ່ປິດລົງຢ່າງເປັນທາງການໃນວັນທີ 26 ກໍ­ລະ­ກົດ ທີ່ນະ­ຄອນ­ຫຼວງວຽງຈັນວ່າ: ການເປັນເຈົ້າ­ພາບ ແລະປະ­ທານກອງປະ­ຊຸມຄັ້ງນີ້ ໄດ້ມີການຮ່ວມປະ­ຊຸມກັນທັງໝົດ 22 ກອງປະ­ຊຸມລະ­ດັບລັດ­ຖະ­ມົນ­ຕີເຊັ່ນ: ມີ 3 ກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນ ຊຶ່ງແຕ່ລະກອງປະ­ຊຸມມີ­ໜ້າທີ່ແຕກຕ່າງກັນ; 14 ກອງປະ­ຊຸມກັບຄູ່ຮ່ວມເຈລະຈາອາຊຽນພາຍໃຕ້ກົນໄກອາຊຽນເປັນຜູ້ລິເລີ່ມຄື ອາຊຽນ+1, ອາຊຽນ+3, ກອງປະ­ຊຸມສຸດຍອດອາ­ຊີຕາ­ເວັນອອກ ແລະກອງປະ­ຊຸມເວ­ທີພາກພື້ນອາຊຽນ; ພ້ອມນັ້ນຍັງມີ 5 ກອງປະ­ຊຸມອະ­ນຸພາກພື້ນລະ­ດັບລັດ­ຖະ­ມົນ­ຕີ ນອກ­ຈາກກອງປະ­ຊຸມເຫຼົ່ານີ້ຍັງມີຫຼາຍກອງປະ­ຊຸມແບບຫຼາຍຝ່າຍ ຊຶ່ງທຸກກອງປະ­ຊຸມໄດ້ມີການປຶກ­ສາຫາ­ລືກັນຢ່າງຄົບຖ້ວນຮອບ­ດ້ານ, ກົງໄປກົງມາ ແລະ ມີໝາກ­ຜົນ.

ກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດຄັ້ງທີ 49 ໄດ້ມີການປຶກ­ສາຫາ­ລືກ່ຽວກັບບັນ­ຫາສຳ­ຄັນທາງດ້ານການ­ເມືອງ, ຄວາມໝັ້ນ­ຄົງ ແລະການຮ່ວມມືເພື່ອການພັດ­ທະ­ນາພາຍໃນອາຊຽນ ແລະ ລະ­ຫວ່າງອາຊຽນນັບທັງຄູ່ຮ່ວມເຈລະ ຈາ ແລະຄູ່ຮ່ວມພາຍນອກຢ່າງມີໝາກຜົນທີ່ປະ­ຊຸມໄດ້ຢ້ຳຄືນຄວາມໝາຍໝັ້ນ ເພື່ອສົ່ງ­ເສີມຄວາມພະ­ຍາ­ຍາມສ້າງ ປະ­ຊາຄົມອາຊຽນ ໂດຍການ­ຈັດ­ຕັ້ງປະ­ຕິ­ບັດວິ­ໄສທັດປະ­ຊາຄົມອາຊຽນ 2025 ແລະ ແຜນແມ່ບົດທັງ 3 ເສົາ­ຄ້ຳ ຢ່າງມີປະສິດ­ທິຜົນ ໂດຍມີເປົ້າໝາຍເພື່ອສົ່ງ­ເສີມປະ­ຊາຄົມອາຊຽນໃຫ້ເຂັ້ມ­ແຂງ ເປັນການປະ­ກອບ­ສ່ວນຕໍ່ການຮັກ­ສາ ແລະສົ່ງ­ເສີມສັນ­ຕິ­ພາບ, ສະ­ຖຽນລະພາບ ແລະຄວາມສົມ­ບູນພູນສຸກໃນພາກພື້ນ.

ປີນີ້ແມ່ນຄົບ­ຮອບ 40 ປີຂອງສົນ­ທິສັນ­ຍາວ່າດ້ວຍໄມ­ຕີຈິດ ແລະ ການຮ່ວມມືໃນອາ­ຊີຕາ­ເວັນອອກສ່ຽງໃຕ້, ສະ­ນັ້ນກອງປະ­ຊຸມໄດ້ຮັບ­ຮອງຖະ­ແຫຼງ­ການຂອງລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນ ເພື່ອຢ້ຳຄືນຄວາມໝາຍຄວາມສຳ­ຄັນຂອງສົນ­ທິ­ສັນ­ຍາສະ­ບັບນີ້ ຊຶ່ງເປັນກົດແຫ່ງການປະ­ພຶດທີ່ສຳ­ຄັນສຳ­ລັບການດຳ­ເນີນການພົວ­ພັນລະ­ຫວ່າງລັດ ແລະ ພາກພື້ນ ແລະການສົ່ງ­ເສີມການຮ່ວມມືລະ­ຫວ່າງອາຊຽນກັບພາຍນອກ ເພື່ອສົ່ງ­ເສີມສັນ­ຕິ­ພາບ ແລະການພັດ­ທະ­ນາ ໃນພາກພື້ນກອງປະ­ຊຸມຍັງໄດ້ມີຄວາມຍິນດີທີ່ຫຼາຍປະ­ເທດໄດ້ຮັບຮູ້ສົນ­ທິສັນຍາດັ່ງ­ກ່າວ ແລະເຫັນດີຮັບ­ຮອງເອົາ 4 ປະ­ເທດຄື: ຈີເລ, ເອຢິບ, ອີຣານ ແລະ ມາຣົກ ເຂົ້າເປັນພາ­ຄີຂອງສົນ­ທິ­ສັນ­ຍານີ້ ກອງປະ­ຊຸມໄດ້ອອກຖະ­ແຫຼງ­ການຮ່ວມຂອງລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນວ່າດ້ວຍການຮັກ­ສາສັນ­ຕິ­ພາບ ແລະສະ­ຖຽນລະພາບໃນພາກພື້ນລັດຖະມົນ­ຕີຕ່າງ­ປະ­ເທດອາຊຽນຈະສືບ­ຕໍ່ຮັດແໜ້ນການຮ່ວມມືກັບຄູ່ເຈລະ­ຈາກໍຄືການຮັດແໜ້ນກັບຄູ່ຮ່ວມມືພາຍນອກອື່ນໆຜ່ານບັນ­ດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມເຊັ່ນ: ອາຊຽນ +1,+3; ກອງປະຊຸມລັດ­ຖະ­ມົນ­ຕີປ້ອງກັນປະ­ເທດອາ ຊຽນ-ບວກ, ເວ­ທີພາກພື້ນອາຊຽນ ແລະ ກອງປະ­ຊຸມສຸດຍອດອາ­ຊີຕາ­ເວັນອອກ ເພື່ອຜົນປະ­ໂຫຍດຮ່ວມກັນ ພ້ອມທັງຮັດ ແໜ້ນຄວາມເປັນແກນກາງ­ຂອງອາຊຽນໃນບັນ­ດາກົນໄກເຫຼົ່າ­ນັ້ນ ແລະໃນໂຄງສ້າງພາກພື້ນທີ່ພວມຜັນແປ; ໃນນີ້ ເຫັນດີຮັບ­ຮອງເອົາເຢຍລະມັນເປັນຄູ່ຮ່ວມພັດ­ທະ­ນາ ແລະສະວິສ ເປັນຄູ່ຮ່ວມຂະ­ແໜງ­ການລັດ­ຖະ­ມົນ­ຕີອາຊຽນໄດ້ຮັບ­ຮອງຖະ­ແຫຼງ­ການຮ່ວມຂອງກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນຄັ້ງທີ 49.

ບັນ­ດາລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາ ຊຽນໄດ້ພົບປະກັບຄູ່ຮ່ວມຕຳ­ແໜ່ງຈາກ 10 ປະ­ເທດຄູ່ເຈລະ­ຈາໃນແຕ່ລະກອງປະຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດກັບຄູ່ຮ່ວມເຈລະ­ຈາບວກເຊັ່ນ: ອົດສະຕຣາລີ, ການາດາ, ຈີນ, ສະ­ຫະ­ພາບເອີຣົບ, ອິນເດຍ, ຍີ່­ປຸ່ນ, ນິວຊີແລນ, ສ ເກົາ­ຫຼີ, ສະຫະພັນລັດ­ເຊຍ ແລະສະ­ຫະ­ລັດອາເມລິກາ ຊຶ່ງໄດ້ມີການທົບທວນ­ຄືນຄວາມຄືບໜ້າຂອງການຮ່ວມມືລະ­ຫວ່າງອາຊຽນ ແລະຄູ່ເຈລະ­ຈາໃນໄລ­ຍະຜ່ານມາພ້ອມ ທັງໄດ້ກຳ­ນົດທິດທາງໃນອະ­ນາ­ຄົດ ເພື່ອການຮັດແໜ້ນການຮ່ວມມືໃນທຸກຂະແໜງການໃຫ້ໃກ້­ຊິດກວ່າເກົ່າເຊັ່ນ: ການຄ້າ, ການລົງ­ທຶນ, ການເຊື່ອມຈອດ, ການທ່ອງທ່ຽວ ແລະການໄປ­ມາ­ຫາ­ສູ່ລະຫວ່າງປະ­ຊາ­ຊົນ.

ບັນ­ດາລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນໄດ້ພົບປະກັບຄູ່ຮ່ວມຕຳ­ແໜ່ງພາຍໃຕ້ຂອບການຮ່ວມມືອາຊຽນ +3 ຊຶ່ງໄດ້ຢ້ຳຄືນຄວາມໝາຍໝັ້ນ ເພື່ອສົ່ງ­ເສີມກົນໄກອາຊຽນ+3 ຊຶ່ງເປັນກົນໄກສຳຄັນເພື່ອໄປສູ່ການສ້າງປະ­ຊາຄົມເສດ ຖະກິດອາ­ຊີຕາ­ເວັນອອກໃນໄລ­ຍະຍາວ. ພ້ອມທັງປຶກ­ສາຫາ­ລືບັນ­ດາກິດ­ຈະ­ກຳ ເພື່ອສະ­ເຫຼີມ­ສະ­ຫຼອງການຮ່ວມມືອາຊຽນ+3 ຄົບ­ຮອບ 20 ປີໃນປີ 2017. ໃນຖາ­ນະເປັນປະ­ທານອາຊຽນ ແລະ ປະ­ທານອາຊຽນ+3; ສປປ ລາວ ໄດ້ສະເໜີຮ່າງຖະ­ແຫຼງ­ການວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອການພັດ­ທະ­ນາແບບຍືນຍົງທີ່ຈະຖືກຮັບ­ຮອງໃນກອງ ປະ­ຊຸມສຸດຍອດອາຊຽນ+3 ຄັ້ງທີ 19 ໃນເດືອນກັນ­ຍາ 2016 ທີ່ນະ­ຄອນ­ຫຼວງວຽງຈັນ ຊຶ່ງຂໍ້ສະ­ເໜີນີ້ກໍໄດ້ຮັບການສະ­ໜັບໜູນຈາກບັນ­ດາປະ­ເທດສະມາຊິກອາຊຽນ+3 ຢ່າງກວ້າງ­ຂວາງ.

ໃນກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງປະເທດຂອງກອງປະ­ຊຸມສຸດຍອດອາ­ຊີຕາເວັນອອກໄດ້ຢ້ຳຄືນຄວາມສຳ­ຄັນຂອງ ການສ້າງຄວາມເຂັ້ມ­ແຂງໃຫ້ແກ່ກົນໄກຂ້າງເທິງ ຊຶ່ງເປັນເວ­ທີຜູ້­ນຳສຳ­ລັບ ການປຶກ­ສາຫາ­ລືກ່ຽວກັບບັນ­ຫາຍຸດທະ ສາດການ­ເມືອງ ແລະເສດ­ຖະ­ກິດທີ່ມີ ຄວາມເປັນຫ່ວງ ແລະສົນ­ໃຈຮ່ວມກັນ ໂດຍມີເປົ້າໝາຍເພື່ອສົ່ງ­ເສີມສັນ­ຕິ­ພາບ, ສະ­ຖຽນລະພາບ ແລະ “ຄວາມສົມ­ບູນພູນສຸກໃນອາ­ຊີຕາ­ເວັນອອກ, ໄດ້ປຶກ­ສາຫາລືກ່ຽວກັບທິດທາງເພື່ອຈັດຕັ້ງປະ­ຕິ­ບັດ 6 ຂົງ­ເຂດບູລິມະສິດ ກອງປະ­ຊຸມໄດ້ສະ ແດງການສະ­ໜັບ­ສະ­ໜູນຢ່າງກວ້າງ ຂວາງຕໍ່ຮ່າງຖະ­ແຫຼງ­ການວຽງຈັນ ວ່າດ້ວຍການສົ່ງ­ເສີມການຮ່ວມມືເພື່ອພັດ­ທະ­ນາພື້ນ­ຖານໂຄງລ່າງໃນອາ­ຊີຕາ­ເວັນອອກທີ່ສະ­ເໜີໂດຍ ສປປ ລາວ ແລະຈະໄດ້ຮັບ­ຮອງເອົາໂດຍບັນ­ດາຜູ້­ນຳອາ­ຊີຕາເວັນອອກໃນກອງປະ­ຊຸມສຸດຍອດອາ­ຊີຕາ­ເວັນອອກຄັ້ງທີ 11 ໃນເດືອນກັນ­ຍາ 2016 ນີ້ທີ່ນະ­ຄອນ­ຫຼວງວຽງຈັນ. ຖະແຫຼງການດັ່ງ­ກ່າວມີຈຸດ­ປະ­ສົງເພື່ອລະດົມຄວາມສາ­ມາດຂອງພາກພື້ນໃນການສົ່ງ­ເສີມບັນ­ດາໂຄງ­ການພັດ­ທະ­ນາພື້ນຖານໂຄງລ່າງ ເພື່ອກ້າວໄປສູ່ການຮັດແໜ້ນການເຊື່ອມຈອດພາກພື້ນອັນເປັນການປະ­ກອບ­ສ່ວນສົ່ງ­ເສີມການພັດທະນາແບບຍືນຍົງ, ການເຕີບໂຕທາງດ້ານເສດ­ຖະ­ກິດ ແລະການເຊື່ອມໂຍງພາກພື້ນ.

ໃນກອງປະ­ຊຸມເວ­ທີພາກພື້ນອາຊຽນ ກໍໄດ້ຢ້ຳຄືນຄວາມສຳ­ຄັນຂອງເວ­ທີດັ່ງກ່າວ ຊຶ່ງເປັນເວ­ທີເພື່ອການປຶກ­ສາຫາ­ລື ຢ່າງສ້າງ­ສັນ ແລະການຮ່ວມມືທາງດ້ານການ­ເມືອງ ແລະຄວາມໝັ້ນ­ຄົງທີ່ທຸກຝ່າຍ ມີຄວາມເປັນຫ່ວງ ແລະມີຄວາມສົນ­ໃຈຮ່ວມກັນ, ທັງຢ້ຳຄືນບົດ­ບາດຄວາມສຳ­ຄັນຂອງເວ­ທີພາກພື້ນອາຊຽນໃນການປະ­ກອບ­ສ່ວນຮັບມືກັບບັນ­ດາສິ່ງທ້າທາຍຕໍ່ຄວາມໝັ້ນ­ຄົງທີ່ບໍ່ແມ່ນການທະຫານໃຫ້ນັບມື້ເພີ່ມຂຶ້ນ ລັດ­ຖະ­ມົນ­ຕີເວ­ທີພາກພື້ນອາຊຽນໄດ້ຮັບ­ຮອງເອົາ 23 ກິດ­ຈະ­ກຳສຳ­ລັບສົກປີ 2016-2017 ແລະເຫັນດີຮັບ­ຮອງເອົາ 3 ຖະ­ແຫຼງ­ການຄື: ຖະ­ແຫຼງ­ການເວ­ທີພາກພື້ນອາຊຽນວ່າດ້ວຍການຮັດແໜ້ນການຮ່ວມມືເພື່ອຄຸ້ມຄອງການ­ເຄື່ອນ­ໄຫວຂ້າມຊາຍແດນຂອງກຸ່ມອາຊະຍາກອນ; ຖະ­ແຫຼງ­ການເວ­ທີພາກພື້ນອາຊຽນວ່າດ້ວຍການຮັດແໜ້ນການຮ່ວມມືລະ­ຫວ່າງບັນ­ດາອົງກອນທີ່ຮັບ­ຜິດ­ຊອບການບັງ­ຄັບໃຊ້ກົດໝາຍທາງທະ­ເລ; ຖະ­ແຫຼງ­ການລັດຖະມົນ­ຕີເວ­ທີພາກພື້ນອາຊຽນກ່ຽວກັບການກໍ່ການຮ້າຍ.

ສປປ ລາວ ໃນນາມປະ­ທານອາຊຽນ ໄດ້ນຳສະ­ເໜີປຶ້ມວິ­ໄສທັດປະ­ຈຳປີຂອງເວ­ທີພາກພື້ນອາຊຽນ 2016 ຊຶ່ງເປັນ ສະ­ບັບທີ 17 ທີ່ໄດ້ລວບຮວມເອົາການປະ­ກອບຄຳຄິດຄຳເຫັນຈາກບັນ­ດາປະເທດເຂົ້າຮ່ວມເວ­ທີພາກພື້ນອາຊຽນ,  ປຶ້ມວິ­ໄສທັດນີ້ຖືເປັນເອ­ກະ­ສານສຳ­ຄັນ ເພື່ອສົ່ງ­ເສີມຄວາມເຂົ້າ­ໃຈ, ການໄວ້ເນື້ອເຊື່ອໃຈ ແລະຄວາມໂປ່ງໃສລະ­ຫວ່າງປະເທດຜູ້ເຂົ້າຮ່ວມເວ­ທີພາກພື້ນອາຊຽນ ໃນບັນ­ດາກອງປະ­ຊຸມດັ່ງ­ກ່າວນີ້, ໄດ້ມີການແລກ­ປ່ຽນທັດ­ສະ­ນະຢ່າງເປີດ­ເຜີຍກົງໄປກົງມາ ແລະ ສ້າງ­ສັນກ່ຽວກັບພາກພື້ນ ແລະ ສາ­ກົນທີ່ທຸກຝ່າຍມີຄວາມສົນໃຈ ແລະເປັນຫ່ວງຮ່ວມກັນກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນຄັ້ງທີ 49 ແລະກອງປະ­ຊຸມລະ­ດັບລັດ­ຖະ­ມົນ­ຕີອື່ນໆທີ່ກ່ຽວ­ຂ້ອງໄດ້ອັດລົງດ້ວຍຜົນສຳເລັດອັນຈົບ­ງາມ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...