spot_img
Homeຂ່າວຕ່າງປະເທດເສດຖະກິດ​ ສ.ເກົາຫຼີ ​ໄຕ​ມາດ 2 ຂະຫຍາຍຕົວ 0,7%

ເສດຖະກິດ​ ສ.ເກົາຫຼີ ​ໄຕ​ມາດ 2 ຂະຫຍາຍຕົວ 0,7%

Published on

​ເສດຖະກິດ​ ​ສ.​ເກົາຫຼີ ​ໃນ​ໄຕ​ມາດ​ທີ່ 2 ຂອງ​ປີ​ນີ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນ 0,7% ຈາກ​ໄຕ​ມາດ​ທຳ​ອິດ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ຜົນ​ຜະລິດ​ໃນ​ຂະ​ແໜງ​ການ​ສົ່ງ​ອອກ​ທີ່​ດີ​ຂຶ້ນ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທະນາຄານ​ກາງ ​ສ.ເກົາຫຼີ (ບີ​ໂອ​ເຄ) ອອກ​ລາຍ​ງານ​ສະຖານະ​ການ​ທາງ​ເສດຖະກິດ​ຂອງ​ປະ​ເທດ​ໃນ​ໄຕ​ມາ​ດທີ່​ສອງ​ລະຫວ່າງ​ເດືອນ​ເມສາ​ເຖິງ​ມິຖຸນາ​ວ່າ ຕົວ​ເລກລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ເຕີບ​ໂຕ 0,7% ຈາກ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ​ແລະ ຖ້າ​ຫາກ​ທຽບ​​ເປັນ​ລາຍ​ປີ​ພົບ​ວ່າ ຂະຫຍາຍຕົວ 3,2% ຈາກ​ໄລຍະ​ດຽວ​ກັນ​ຂອງ​ປີກ່ອນ​ໜ້ານີ້ ​ໂດຍ​ໄດ້​ຮັບ​ອານິສົງ​ຈາກ​ມູນ​ຄ່າ​ອຸດສາຫະກຳສົ່ງ​ອອກ​ທີ່​ເພີ່ມ​ຂຶ້ນ 0,9% ຈາກ​ໄຕ​ມາດ​ທຳ​ອິດ ຊຶ່ງ​ອຸປະ​ສົງ​ຈາກ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ສິນຄ້າ​ປະ​ເພດ​ອຸປະກ​ອນ, ປີ​ໂຕ​ລຽມ ​ແລະ ປີ​ໂຕ​ເຄມີ​ຈາກ​ ສ.​ເກົາຫຼີ ​ເພີ່ມ​ຂຶ້ນ​ຫຼາຍ. ຂະນະ​ທີ່​ພາບ​ລວມຂອງ​ມູນ​ຄ່າ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ຂະຫຍາຍຕົວ 0,9% ຊຶ່ງ​ຖື​ວ່າ​ດີ​ຂຶ້ນ​ຫຼາຍ ​ເນື່ອງ​ຈາກ​ສະຖິຕິ​ໃນ​ໄຕ​ມາດ​ທຳ​ອິດ​ຢູ່​ລະດັບ​ຕິດ​ລົບ ຊຶ່ງ​ບີ​ໂອ​ເຄປະກາດ​ເພີ່ມ​ການ​ສະໜັບສະໜູນ​ໃຫ້​ກັບ​ອຸດສາຫະກຳ​ການ​ຜະລິດ​ສິນຄ້າ​ປະ​ເພດ​ເສື້ອ​ຜ້າ ​ແລະ ​ເຄື່ອງນຸ່ງ​ຫົ່ມ.

ຢ່າງ​ໃດ​ກໍ​ຕາມ ບີ​ໂອ​ເຄປັບ​ຫຼຸດ​ທ່າ​ອຽງ​ການ​ຂະຫຍາຍຕົວ​ເສດຖະກິດ ​ສ.ເກົາຫຼີ ​ຊຶ່ງ​ມີ​ຂະໜາດ​ໃຫຍ່​ເປັນອັນ​ດັບ 4 ຂອງ​ອາຊີ​ຢູ່​ທີ່ 2,7% ​ໃນ​ປີ​ນີ້ ອັນ​ເນື່ອງ​ມາ​ຈາກ​ພາວະ​ບໍ່​ແນ່ນອນ​ຂອງ​ເສດຖະກິດ​ໂລກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອັງກິດ​ກຽມ​ອອກ​ຈາກ​ສະຫະພາບ​ເອີຣົບ ຫຼື EU.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...