spot_img
Homeຂ່າວການສຶກສາ18 ສາດ ວິຊາແຫ່ງຜູ້ນຳ

18 ສາດ ວິຊາແຫ່ງຜູ້ນຳ

Published on

ເມື່ອພວກເຮົາອ່ານໜັງສື “ພຸດທະປະຫວັດນັ້ນ” ພະພຸດທະເຈົ້າຕອນສະໄໝທີ່ພະອົງຍັງເປັນເຈົ້າຊາຍສິດທັດຖະຢູ່ ໄດ້ຊົງຮໍ່າຮຽນສາດຕະສິນ 18 ຢ່າງ ເພາະເຫດຜົນທີ່ວ່າ ພະເຈົ້າສຸດໂທທະນະຜູ້ເປັນບິດານັ້ນ ສົ່ງເສີມລູກລູກຊາຍຂອງຕົນ ເພື່ອໃຫ້ເປັນຈັກກະ ພັດໃນອະນາຄົດ ຫລືຜູ້ນຳທີ່ຍິ່ງໃຫຍ່ນັ້ນເອງ.

ບໍ່ເໝືອນໃນປັດຈຸບັນນີ້ ທີ່ແຍກສາຂາວິຊາຕ່າງໆອອກໄປຢ່າງຫລວງຫລາຍພາຍມາກ ບາງຄົນຮຽນແຕ່ສາຂາວິຊາດຽວ ໂດຍບໍ່ຮັບຮູ້ສາຂາວິຊາອື່ນໆຊ້ຳ ເຮັດໃຫ້ມີປົມດ້ອຍໃນເລື່ອງຄວາມຮູ້ຄວາມສາມາດ (ໃນບາງຄັ້ງ) ດັ່ງນັ້ນ, ຖ້າຢາກເກັ່ງກ້າ ປັນຍາສຽບແຫລມ ຫລືເລີດລ້ຳນັ້ນ ກໍຄວນຊອກຮູ້ຮ່ໍາຮຽນສາຂາວິຊາອື່ນໆນຳດ້ວຍ ປຽບສະເໝືອນພະພຸດ ທະເຈົ້າ ຜູ້ເປັນສາສະດາທີ່ຍິ່ງໃຫຍ່ໃນໂລກນີ້.

leadership-chess

ວິຊາ 18 ຢ່າງນັ້ນ ມີ :

1. ຍຸດທະສາດ : ວິຊາພິໄຊສົງຄາມ “ຟັນດາບ, ຍິງທະນູ, ສິລະປະຍຸດຕ່າງໆ…”

2. ລັດຖະສາດ : ວິຊາການປົກຄອງ ຫລືການບໍລິຫານປະເທດ.

3. ນິຕິສາດ : ວິຊາກົດໝາຍ, ແບບແຜນຮີດຄອງປະເພນີ.

4. ວານິຊາສາດ : ວິຊາການຄ້າຂາຍ.

5. ອັກສອນສາດ : ວິຊາທາງໜັງສື.

6. ນິລຸດຕິສາດ : ວິຊາພາສາຕ່າງປະເທດ.

7. ຄະນິດສາດ : ວິຊາຄຳນວນຄິດໄລ່.

8. ໂຊຕິສາດ : ວິຊາດາລາສາດ.

9. ພູມິສາດ : ວິຊາກ໋ວບກັບພູມິປະເທດ.

10. ໂຫລາສາດ : ວິຊາຄຳນວນຟ້າຝົນ.

11. ສັດຕະສາດ : ວິຊາກ່ຽວກັບສັດ.

12. ໂຍຄະສາດ : ວິຊາກ່ຽວກັບຊ່າງກົນຕ່າງໆ (ຫລໍ່ຫລອມ).

13. ເຫຕຸສາດ : ວິຊາຊອກຫາເຫດແລະຜົນ (ຕັກກະສາດ).

14. ເວຊະສາດ : ວິຊາການແພດ ແລະການຢາ.

15. ສາສະໜາສາດ : ວິຊາກ່ຽວກັບສາສະໜາ.

16. ມາຍາສາດ : ວິຊາໃນການໃຊ້ກົນອຸບາຍ (ຈິດຕະສາດ).

17. ຄັນທັບພະສາດ : ວິຊານາຕະສິນ (ດົນຕີ, ການຂັບລຳ, ຮ້ອງເພງ…).

18. ສັນທະສາດ : ວິຊາແຕ່ງກາບກອນໂຄງສັນ…

ຂໍ້ມູນອ້າງອີງ :

ສະຖາບັນວິທະຍາສາດສັງຄົມແຫ່ງຊາດ

ບັນດາສາສະໜາທີ່ຄົງຕົວຢູ່ ສ.ປ.ປ ລາວ

ໜ້າ 27

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...