spot_img
Homeຂ່າວຕ່າງປະເທດໂດນັນ ທຣັບ ລະບຸ ຫາກໄດ້ເປັນຜູ້ນຳອາເມຣິກາ ຈະເຊົາຮັບປະກັນປົກປ້ອງນາໂຕ້ ພ້ອມຢຸດວຸ້ນວາຍປະເທດອື່ນ!

ໂດນັນ ທຣັບ ລະບຸ ຫາກໄດ້ເປັນຜູ້ນຳອາເມຣິກາ ຈະເຊົາຮັບປະກັນປົກປ້ອງນາໂຕ້ ພ້ອມຢຸດວຸ້ນວາຍປະເທດອື່ນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກໍລະກົດນີ້ວ່າ ທ່ານ ໂດນັນ ທຣັບ ຕົວແທນພັກສາທາລະນະ ຫລື ພັກຣີພາບບລິກັນ ເພື່ອລົງສະໝັກເລືອກຕັ້ງ ຊິງຕຳແໜ່ງປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ປະກາດໃນວັນພະຫັດທີ 21 ກໍລະກົດຜ່ານມານີ້ວ່າ ຫາກຕົນເອງໄດ້ຮັບການເລືອກຕັ້ງ ຈະຍົກເລີກການຮັບປະກັນຂອງນາໂຕ້ ໃນການປົກປ້ອງຊາດສະມາຊິກ ຕະຫລອດຮອດສະຫະລັດຯເອງ ໃນເມື່ອບັນດາປະເທດເຫລົ່ານັ້ນຫາກຖືກໂຈມຕີ ໂດຍຈະບີບໃຫ້ຊາດພັນທະມິດ ແບກຮັບຄ່າໃຊ້ຈ່າຍຕ່າງໆ ທີ່ສະຫະລັດຯຕ້ອງຮັບພາລະ ມາເປັນເວລາຫລາຍທົດສະວັດ ລວມທັງຈະຍົກເລີກສົນທິສັນຍາຕ່າງໆ ທີ່ມີມາຢ່າງຍາວນານ ທີ່ຕົນເອງບໍ່ພໍໃຈ ແລະ ຈະໃຫ້ມີການຕີຄວາມໝາຍໃໝ່ ເຖິງຄວາມເປັນພັນທະມິດ ແຫ່ງ ສະຫະລັດອາເມຣິກາ.

ທັງນີ້ ເປັນເວລາຫລາຍເດືອນ ໃນການອອກໂຄສະນາຫາສຽງຂອງ ທ່ານ ໂດນັນ ທຣັບ ທ່ານໄດ້ຍົກບັນຫາດັ່ງກ່າວ ກ່ຽວກັບເງິນທີ່ສະຫະລັດອາເມຣິກາ ໃຫ້ການສະໜັບສະໜູນນາໂຕ້ ຂຶ້ນມາເປັນປະເດັນໃນການຫາສຽງ ໂດຍທ່ານໄດ້ຍົກຄັນທຸງວ່າ ອາເມຣິກາຕ້ອງມາກ່ອນ ສ່ວນຊາດພັນທະມິດທັງຫລາຍ ຕ້ອງຈ່າຍຄ່າປົກປ້ອງປະເທດ ດ້ວຍຕົນເອງ ຊຶ່ງໄດ້ສ້າງຄວາມສັ່ນສະເທືອນ ໃຫ້ແກ່ກຸ່ມພັນທະມິດນາໂຕ້ ແລະ ຊາດພັນທະມິດອື່ນໆ ທີ່ອີງອາໄສອິດທິພົນຂອງສະຫະລັດຯ ໃນການປ້ອງກັນປະເທດ.

ນອກຈາກນັ້ນແລ້ວ ທ່ານ ທຣັບ ຍັງເຄີຍໄດ້ໃຫ້ສຳພາດກັບໜັງສືພິມ ນິວຢອກທາມສ໌ ໂດຍລະບຸວ່າ ຫາກໄດ້ຮັບການເລືອກຕັ້ງ ທ່ານຈະບໍ່ໃຊ້ອິດທິພົນຂອງອາເມຣິກາ ເພື່ອກົດດັນຊາດອື່ນໆ ໃນການກຳຈັດຝ່າຍຕໍ່ຕ້ານທາງການເມືອງ ແລະ ປາບປາມເສລີພາບຂອງພົນລະເມືອງ ໂດຍທ່ານເວົ້າວ່າ ສະຫະລັດຯຕ້ອງຈັດການຄວາມຫຍຸ້ງຍາກ ພາຍໃນປະເທດຂອງຕົນເອງເສຍກ່ອນ ແລ້ວຈຶ່ງຄ່ອຍໄປຊ່ວຍເຫລືອ ຫລື ແນະນຳໃຫ້ແກ່ຊາດອື່ນໆ.

ດ້ານ ທ່ານ ເຢນສ໌ ສະໂຕເຕັນເບີກ ເລຂາທິການ ອົງການສົນທິສັນຍາ ປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ກໍໄດ້ອອກມາລະບຸ ໃນວັນດຽວກັນວ່າ ຕົນເອງບໍ່ຢາກແຊກແຊງ ຂະບວນການຫາສຽງເລືອກຕັ້ງ ຂອງສະຫະລັດອາເມຣິກາ ແຕ່ຄວາມເປັນອັນໜຶ່ງອັນດຽວກັນຂອງພັນທະມິດ ຄືຄຸນຄ່າຫລັກຂອງກຸ່ມ, ຄວາມເປັນອັນໜຶ່ງອັນດຽວກັນ ເປັນເລື່ອງດີຕໍ່ຄວາມໝັ້ນຄົງຂອງເອີຣົບ ແລະ ເປັນເລື່ອງດີຕໍ່ຄວາມໝັ້ນຄົງຂອງ ອາເມຣິກາ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...