spot_img
Homeຂ່າວພາຍ​ໃນລາຄາພືດຜັກຢູ່ຕະຫລາດ ນ.ວ ເລີ່ມຫລຸດລົງ ຂະນະທີ່ລາຄາຊີ້ນ-ປາ ຍັງຢູ່ເກນປົກກະຕິ!

ລາຄາພືດຜັກຢູ່ຕະຫລາດ ນ.ວ ເລີ່ມຫລຸດລົງ ຂະນະທີ່ລາຄາຊີ້ນ-ປາ ຍັງຢູ່ເກນປົກກະຕິ!

Published on

ໃນໄລຍະນີ້ ເຖິງວ່ານະຄອນຫຼວງວຽງຈັນພວກເຮົາ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳຄັນ ຫຼາຍອັນຂອງອາຊຽນ ແລະ ລະດັບສາກົນອື່ນໆ, ແຕ່ສິ່ງນັ້ນກໍບໍ່ສົ່ງຜົນກະທົບໃດໆ ເຖິງລາຄາບໍລິໂພກອາຫານ ຕາມທ້ອງຕະຫຼາດຕ່າງໆຄື: ຈາກການລົງຕິດຕາມສະພາບລາຄາສິນຄ້າ ຢູ່ຕະຫຼາດຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນເຊັ່ນ: ຕະຫຼາດສະພານທອງ, ໂພນສະຫວ່າງ, ຂົວດິນ ແລະ ແຫ່ງອື່ນໆ ຂອງນັກຂອງພວກເຮົາໃນ ວັນທີ 20 ກໍລະກົດນີ້, ເຫັນວ່າ:ລາຄາສິນຄ້າປະເພດພືດຜັກຕ່າງໆ ໄດ້ເລີ່ມຫຼຸດລົງຄື:  ໜອມບົ່ວ-ຫອມປ້ອມ ຈາກລາຄາຂາຍຍ່ອຍ ໃນເມື່ອກ່ອນ 2 ມັດຕໍ່ 5 ພັນກີບ (25-35 ພັນກີບ/ກິໂລ), ປັດຈຸບັນ 3 ມັດຕໍ່ 5 ພັນກີບ (18-30 ພັນ/ກິໂລ), ໝາກເຜັດ , ໝາກນາວ, ໝາກເລັ່ນ,ຫອມລາບ, ໝາກຖົ່ວ, ຜັກບົ້ງ, ຂີງ, ຂ່າກໍມີລາຄາຫຼຸດລົງເຊັ່ນດຽວກັນ, ໂດຍຊາວຄ້າ-ຂາຍຫຼາຍຄົນ ໃຫ້ເຫດຜົນວ່າ: ການຂື້ນລົງຂອງລາຄາພືດຜັກນັ້ນ ແມ່ນເປັນໄປຕາມກົນໄກຕະຫຼາດ ແລະ ລະດູການຜະລິດຂອງມັນ, ດັ່ງໄລຍະລະດູຝົນ ຊາວສວນມີເງື່ອນໄຂປູກພືດຜັກຕ່າງໆຫຼາຍຂື້ນ ແລະ ສາມາດ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ກໍຄືຜູ້ບໍລິໂພກໄດ້ຢ່າງພຽງພໍ ຈຶ່ງເຮັດໃຫ້ລາຄາ ຂອງມັນມີທ່າອຽງຫຼຸດລົງ, ແຕ່ກົງກັນຂ້າມ ລາຄາສິນຄ້າປະເພດຊີ້ນ-ປາ ພັດຢູ່ໃນເກນປົກກະຕິຄື: ຊີ້ນງົວ 70 – 75 ພັນກີບ/ກິໂລ, ຊີ້ນໝູ 30–40 ພັນກີບ/ກິໂລ, ເປັດ,ໄກ່ 35–45 ພັນກີບ/ກິໂລ, ຂະນະດຽວກັນ ລາຄາປະເພດປາ ແລະ ສັດນ້ຳ, ລວມທັງຜັກຕາມທຳມະຊາດຊັ່ນ:  ປານິນກະຊັງ – ປາດຸກພັນມີລາ ຄາ 15-18 ພັນກີບ/ກິໂລ, ປາດຸກນາ, ອ່ຽນ , ກົບທຳມະຊາດ 50–70 ພັນກີບ/ກິໂລ, ທຽບໃສ່ຍາມແລ້ງແລ້ວ ແມ່ນມີລາຄາຫຼຸດລົງຫຼາຍສົມຄວນ, ຍ້ອນປັດຈຸບັນເປັນລະດູທີ່ຫາປາໄດ້ງ່າຍ, ແຕ່ເຖິງຢ່າງໃດ ຊາວຄ້າ-ຂາຍ ແລະ ຜູ້ຫາປາເອງ ກໍຕ້ອງຄຳນຶງເຖິງຂໍ້ຫ້າມຕ່າງໆ ໃນກົດໝາຍການປະມົງ, ເພື່ອແນ່ໃສ່ປົກປັກຮັກສາ ແລະ ອະນຸລັກສັດນ້ຳ-ສັດປ່າໃຫ້ມີຄວາມຍືນຍົງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)