spot_img
Homeຂ່າວຕ່າງປະເທດປະທານາທິບໍດີຕວກກີ ປະກາດສະພາວະສຸກເສີນ ເປັນເວລາ 3 ເດືອນ ກວາດລ້າງກຸ່ມກະບົດ!

ປະທານາທິບໍດີຕວກກີ ປະກາດສະພາວະສຸກເສີນ ເປັນເວລາ 3 ເດືອນ ກວາດລ້າງກຸ່ມກະບົດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດນີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້​ປະ​ກາດ​ສະ​ພາ​ວະສຸກ​ເສີນ ແກ່​ຍາວ​ເປັນ​ເວ​ລາ 3 ເດືອນ​ ໃນຂອບເຂດທົ່ວປະເທດ ໂດຍທ່ານໄດ້ຢືນ​ຢັ​ນ​ວ່າ ການປະ​ກາດ​ຄຳ​ສັ່ງສະ​ພາ​ວະ​ສຸກ​ເສີ​ນ ແມ່ນ​​ມີ​ຄວາມຈຳ​ເປັນ ເພື່ອ​ແນ​ໃສ່​ກວາດ​ລ້າງ​ ບັນ​ດາ​ພາກ​ສ່ວນ​ຂອງ​ອົງ​ການກໍ່​ການ​ຮ້າຍ ​ທີ່​ກ່ຽວ​ຂ້ອງ​ກັບການ​ລັດ​ຖະ​ປະ​ຫານ ຫລື ກຸ່ມກະບົດ ໃຫ້ສຳເລັດໂດຍ​​ໄວ​.

ນອກນັ້ນ,​ ຜູ້ນຳຕວກກີຍັງໄດ້​ຖະ​ແຫຼງວ່າ ພື້ນ​​ຖານ​ອະ​ທິ​ປະ​ໄຕ​ຂອງ​ຕວກ​ກີ ແລະ ຄວາມຕັ້ງໃຈ​ພະ​ຍາ​ຍາມ ​ເຂົ້າ​ເປັນ​ ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ຫລື EU ຈະ​ບໍ່​ຖືກ​ຜົນ​​ສະ​ທ້ອນ​ ຈາ​ກການ​ປະກາດສະພາ​ວະ​ສຸກ​ເສີນດັ່ງກ່າວນີ້.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...