spot_img
Homeຂ່າວພາຍ​ໃນສປປ ລາວ ເນັ້ນໃສ່ສິນຄ້າກະສິກຳ ຕ້ອງມີຄຸນນະພາບ ທຽບກັບສາກົນ!

ສປປ ລາວ ເນັ້ນໃສ່ສິນຄ້າກະສິກຳ ຕ້ອງມີຄຸນນະພາບ ທຽບກັບສາກົນ!

Published on

ປລ. ກົມ​ປູກຝັງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ​ບັນດາ​ສະມາຊິກ​ອາຊຽນ ຈັດ​ກອງ​ປະຊຸມ​ປະຈຳ​ປີ​ ກ່ຽວກັບວຽກງານການພັດທະນາ​​ ແຜນການ​ປະຕິບັດ​ຍຸດ​ທະ​ສາດ ສຳລັບ​ການ​ຮ່ວມ​ມື​ອາຊຽນດ້ານ​ພືດ ຂຶ້ນ​ໃນ​ວັນ​ທີ 18 ກໍລະກົດ ນີ້ ທີ່ນະຄອນຫລວງວຽງຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ວິ​ໄລ​ສຸກ ​ເຄນ​ນະ​ວົງ ຫົວໜ້າກົມ​ປູກຝັງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ຕາງ​ໜ້າອົງການ​ຈັດ​ຕັ້ງ​ສາກົນ ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້, ບັນດາປະ​ເທດ​ສະມາຊິກ​ອາຊຽນ ​​ໄດ້​ລາຍ​ງານ​ຄວາມ​ຄືບໜ້າ ​ໃນການຈັດ​ຕັ້ງ​ປະຕິບັດ ວຽກງານຂອງ​ແຕ່ລະ​ປະ​ເທດ​ໃຫ້ກັນຊາ​ບ, ປຶກສາ​ຫາລືແລກປ່ຽນບົດຮຽນຮ່ວມ​ກັນ, ​ຊອກ​ຫາ​ວິທີການ​​ແກ້​ໄຂ​ບັນຫາ ​ແລະ ສິ່ງ​ກີດຂວາງ​ຕ່າງໆ ທັງ​ຂໍ້​ສະ​ດກ ​ແລະ ຂໍ້​ຫຍຸ້ງ​ຍາກ ​ໃນ​ການ​ປະສານ​ງານ. ​​ສິ່ງ​ສຳຄັນໄດ້​ເນັ້ນ​ໃສ່​ປຶກສາ​ຫາລື​ ກ່ຽວກັບ​ມາດຕະຖານ ​ວ່າ​ດ້ວຍ​ຄຸນ​ນະພາ​ບຂອງ​ສິນ​ຄ້າ​ກະສິກຳ, ຄວາມ​ປອດ​ໄພ​ຂອງ​ສິນຄ້າ, ບັນຫາ​ສານ​ຕົກ​ຄ້າງ​ຕ່າງ, ສັດ​ຕູ​ພືດ, ລະບຽບການ​ນຳ​​ເຂົ້າ-​ສົ່ງ​ອອກ ​ແລະ ຈະ​ເຮັດ​ແນວ​ໃດ ​ໃຫ້​ສິນຄ້າ​ມີ​ການ​ກະຈາຍ​ຕົວ ​ອອກເປັນ​ວົງ​ກວ້າງ, ​ສິ່ງ​ເອື້ອ​ອຳ​ນວຍໃນ​ການ​ກະຈາຍ​ສິນຄ້າ, ມີຄວາມຄ່ອງຕົວ​ໄວຂຶ້ນ ​ແລະ ຊອກ​ຫາ​ຊ່ອງ​ທາງ ໃນ​ການ​ເພີ່ມ​ມູນ​ຄ່າຂອງ​ສິນຄ້າ​ ​​ໂດຍ​ສະ​ເພາະບຸລິ​ມະ​ສິດ​ໃນ 10 ປະ​ເທດ​ອາຊຽນ ຕ້ອງ​ເປັນອັນໜຶ່ງອັນ​ດຽວກັນ.

​ນອກຈາກ​ນີ້​, ຍັງ​ເປັນ​ທ່າ​ແຮງໃຫ້​ແກ່​ການ​ເຈລະຈາ ຄູ່​ຮ່ວມກັບ​ອາຊຽນເຊັ່ນ: ອາຊຽນ+3, ອາຊຽນ +6  ​ ​ເຮັດ​ໃຫ້​ມີ​ກຳລັງ​ແຮງໃນ​ການ​ເຈລະຈາ ​ເປີດ​ຕະຫລາດ​ກັບ ສປ ຈີນ, ຣັດ​ເຊຍ, ອິນ​ເດຍ ​ແລະ ອີ​ຢູ ​ໂດຍ​ສະ​ເພາະ ​ລາວ ​ໄດ້​ຖື​ເອົາ​ໂອກາດ​ນີ້ ຍາດ​ເອົາ​ການ​ຊ່ວຍ​ເຫລືອທາງ​ວິຊາ​ການ ​ແລະ ​ເຕັກນິກ​ຕ່າງໆ ​ເພື່ອ​ພັດທະນາ​ສິນຄ້າ​ກະສິກຳ​ຂອງ​ລາວ​ ໃຫ້​ມີ​ຄຸນ​ນະພາ​ບ ​ທຽບກັນ​ສາກົນ​.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...