spot_img
Homeຂ່າວການພັດທະນາສປປ ລາວ ເປັນປະເທດທີ່ມີ ອັດຕາການເກີດລູກ ແຕ່ອາຍຸຍັງນ້ອຍ ສູງທີ່ສຸດໃນພາກພື້ນ!

ສປປ ລາວ ເປັນປະເທດທີ່ມີ ອັດຕາການເກີດລູກ ແຕ່ອາຍຸຍັງນ້ອຍ ສູງທີ່ສຸດໃນພາກພື້ນ!

Published on

ໃນທິທີສະເຫຼີມສະຫຼອງ ວັນປະຊາກອນໂລກ ເມື່ອມໍ່ໆມານີ້, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ປະຈຳລາວ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນລາວມີອັດຕາປະຊາກອນໜຸ່ມ ກວມຫຼາຍກວ່າ 60% ຂອງປະຊາກອນທັງໝົດ, ແຕ່ກຸ່ມປະຊາກອນດັ່ງກ່າວ ຍັງມີຄວາມສ່ຽງຫຼາຍ ຊຶ່ງຕາມຜົນການສຳຫຼວດ LSIS 1. ໃນສົກປີ 2011–2012 ສະແດງໃຫ້ເຫັນວ່າ: 1 ໃນ 4 ຂອງແມ່ຍິງລາວອາຍຸ 15 – 19 ປີ ແມ່ນແຕ່ງງານແລ້ວ ແລະ 1 ໃນ 10 ຂອງແມ່ຍິງທີ່ແຕ່ງງານ ກ່ອນອາຍຸ 15 ປີ ແມ່ນມີຄວາມສ່ຽງສູງ ຕໍ່ການຖືພາແຕ່ອາຍຸຍັງນ້ອຍ, ທີ່ອາດສົ່ງຜົນກະທົບ ຕໍ່ສຸຂະພາບຂອງເຂົາເຈົ້າ, ຊຶ່ງໂດຍສະເລ່ຍແລ້ວ ລາວຖືເປັນປະເທດທີ່ມີອັດຕາການເກີດລູກ ແຕ່ອາຍຸຍັງນ້ອຍ ສູງທີ່ສຸດໃນພາກພື້ນ, ເດັກຍິງອາຍຸ 15–19 ປີ, ໃນ 1000 ຄົນໃດ ແມ່ນມີການເກີດລູກ 49 ຄົນ ແລະ 1 ໃນ 5 ຄົນໃດ ໄດ້ກາຍເປັນແມ່ ແຕ່ອາຍຸ 18 ປີ, ແລະ ທຸກໆອາທິດ ຈະມີຍິງໝຸ່ມເສຍຊີວິດ ຍ້ອນອາການສົນຈາກການຖືພາ, ດັ່ງນັ້ນການລົງທືນໃສ່ໄວໜຸ່ມຍິງ ບໍ່ພຽງແຕ່ ຈະເຮັດໃຫ້ເຂົາເຈົ້າ ໄດ້ຮັບສິດທິຂອງພວກເຂົາເທົ່ານັ້ນ, ຊຶ່ງມັນຄວນຈະມີການເຊື່ອມໂຍງກັນ ລະຫວ່າງກົດໝາຍ,ນະໂຍບາຍ ແລະ ງົບປະມານ, ແຕ່ມັນຍັງເປັນການລົງທືນ ໃສ່ເສດຖະກິດມະຫາພາກ ທີ່ມີປະສິດທິຜົນຕາມເປົ້າໝາຍ ການພັດທະນາແບບຍືນຍົງ, ເຖິງຢ່າງໃດກໍຕາມ ແມ່ຍິງ ຈະສາມາດປະກອບສ່ວນ ເຂົ້າໃນວຽກງານຕ່າງໆຂອງສັງຄົມໄດ້, ພວກເຮົາຕ້ອງມີຄວາມພະຍາຍາມ ລືບລ້າງສິ່ງກີດຂວາງທາງດ້ານເສດຖະກິດ, ສັງຄົມ ແລະ ກົດໝາຍ, ເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ, ໂດຍສະເພາະແມ່ນ ຖ້າພວກເຮົາມີບຸລິມະສິດ ໃນການລົງທືນໃສ່ການສຶກສາ ແລະ ສຸຂະພາບຂອງເຂົາເຈົ້າ, ຊຶ່ງຈະມີຜົນກະທົບທາງບວກຢ່າງມະຫາສານ ຕໍ່ກັບການປ່ຽນແປງ ໃນການດຳລົງຊີວິດຂອງແມ່ຍິງເຫຼົ່ານັ້ນ, ຕໍ່ຄອບຄົວ, ຕໍ່ຊຸມຊົນ ແລະ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຜົນປະໂຫຍດເຫຼົ້ານັ້ນ  ຈະສາມາດບັນລຸໄດ້, ກໍຕໍ່ເມື່ອພວກເຮົາ ມີການລົງທືນໃສ່ໄວໜຸ່ມຍິງໄດ້ພຽງພໍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...